ອາເມຣິກາກຽມຕີຕະຫຼາດອາວຸດດ້ວຍ “ປືນອັດສະລິຍະ” ທີ່ຈະຍິງອອກໄດ້ສະເພາະຜູ້ທີ່ໄດ້ຮັບການຢືນຢັນເທົ່ານັ້ນ


ບໍລິສັດອາວຸດທົ່ວສະຫະລັດອາເມຣິກາຢ່າງ LodeStar Works, SmartGunz, Biofire ແລະ ອື່ນໆ ກຳລັງກຽມຜະລິດປືນໃຫ້ເປັນເທັກໂນໂລຢີທັນສະໄໝ ຫຼື ກາຍເປັນປືນອັດສະລິຍະ ໂດຍຈະມີພຽງຜູ້ໃຊ້ທີ່ໄດ້ຮັບການຢືນຢັນເທົ່ານັ້ນຈຶ່ງຈະຍິງອອກໄປໄດ້. ບໍລິສັດທີ່ Pennsylvania ແລະ ບໍລິສັດທີ່ Kansas ຕ່າງກໍກຳລັງເນັ້ນພັດທະນາ ແລະ ທົດສອບປືນອັດສະລິຍະເຊິ່່ງຈະມີລາຄາເລີ່ມຕົ້ນຕັ້ງແຕ່ 700 ໂດລາສະຫະລັດ ໄປຈົນຮອດ 2,695 ໂດລາສະຫະລັດ ພວກເຂົາວາງແຜນຈະຕີຕະຫຼາດອາວຸດທົ່ວສະຫະລັດດ້ວຍສິນຄ້າດັ່ງກ່າວພາຍໃນປີນີ້.

ກຸ່ມບໍລິສັດດັ່ງກ່າວນັ້ນເຫັນວ່າ ການນຳໃຊ້ເທັກໂນໂລຢີເຂົ້າມາເສີມໃສ່ ຈະຊ່ວຍຫຼຸດຜ່ອນບັນຫາການຂ້າຕົວຕາຍ, ການທີ່ເດັກນ້ອຍຫຼິ້ນປືນຕົວຄົນດຽວ ຫຼື ການລັກແລ້ວນຳໄປໃຊ້ໃນທາງທີ່ຜິດ ພ້ອມທັງຍັງຊ່ວຍໃນເລື່ອງຄວາມປອດໄພແກ່ເຈົ້າໜ້າທີ່ຕຳຫຼວດ ແລະ ຜູ້ຄຸມໃນຄຸກອີກ. ການປ້ອງກັນດັ່ງກ່າວນັ້ນຈະມີການອອກແບບມາໃຫ້ຄືກັນໃນກຸ່ມປືນອັດສະລິຍະ ກໍຄືການກວດລາຍນິ້ວມືເພື່ອເປີດ-ປິດລັອກ, ການກວດຈັບຄື້ນສຽງວິທະຍຸ ເພື່ອຢືນຢັນຕົວຕົນ ແລະ ໃຊ້ຍິງອອກໄປ, ຊິບທີ່ຕິດກັບປືນ ທີ່ຕ້ອງໃຊ້ຄູ່ກັບ ຊິບອີກສ່ວນໜຶ່ງທີ່ຜູ້ເປັນເຈົ້າຂອງໃສ່ ເຊິ່ງອາດຈະມາໃນຮູບແບບ ແຫວນ ຫຼື ສາຍແຂນ.

ເຖິງຢ່າງນັ້ນ, ຕົວເລກຈາກການສຳຫຼວດເມື່ອປີ 2019 ຂອງ NSSF ໄດ້ສະແດງໃຫ້ເຫັນວ່າມີພຽງ 5% ເທົ່ານັ້ນທີ່ສົນໃຈຈະພິຈາລະນາຊື້ປືນເທັກໂນໂລຢີນີ້ ແລະ ອີກ 70% ກ່າວເຖິງບັນຫາຄວາມໜ້າເຊື່ອຖືໃນອຸປະກອນດັ່ງກ່າວ. ປັດຈຸບັນມີ New Jersey ເປັນລັດໜຶ່ງໃນປະເທດທີ່ເຫັນດີ, ໃນປີດຽວກັນນັ້ນເອງ​ ທີ່ລັດ New Jersey ໃຫ້ຜູ້ຄ້າຂາຍໄດ້ຂາຍປືນອັດສະລິຍະຢ່າງໜ້ອຍ 1 ກະບອກ ແຕ່ກໍບໍ່ສາມາດຂາຍອອກເລີຍ. Maryland ແລະ Massachusetts ເອງກໍເປັນສອງລັດທີ່ເວົ້າເຖິງສິນຄ້ານີ້ ແຕ່ກໍຍັງບໍ່ມີການອະນຸມັດເທື່ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/