ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສຶກສາຄວາມເປັນໄປໄດ້ ໂຄງການພັດທະນາ ແລະ ບໍລິການດ້ານລະບົບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ຢູ່ ສປປ. ລາວ


ບັນຍາກາດພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສຶກສາຄວາມເປັນໄປໄດ້ ໂຄງການພັດທະນາ ແລະ ບໍລິການດ້ານລະບົບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain) ຢູ່ ສປປ. ລາວ ເພື່ອສ້າງໂອກາດໄດ້ດຳເນີນການສຶກສາ-ຄົ້ນຄວ້າ ພັດທະນາ ແລະ ບໍລິການ ດ້ານວິຊາການ ເຕັກນິກ ກ່ຽວກັບລະບົບເຕັກໂນໂລຊີ Blockchain ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ແລະ ບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວ ຂຶ້ນທີ່ ໂຮງແຮມ ດອນຈັນ ພາເລດ, ນະຄອນຫຼວງວຽງຈັນ ໃນວັນທີ 13 ມັງກອນ 2022, ໂດຍໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບັນດິດ ສ.ຈ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ພ້ອມຄະນະການນຳຂັ້ນກະຊວງ, ກົມ ແລະ ພະແນກ.

ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ໂດຍ ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ສີທາ ພົມມະຈິດ ຮອງປະທານບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວ; ເຊິ່ງໂຄງການດັ່ງກ່າວຈະແນໃສ່ພັດທະນາລະບົບຖານ (Platform), ຊອບແວ/ໂປຣແກຣມ ແລະ ແອັບພລິເຄຊັນ (Application) ຕ່າງໆ ເພື່ອຊຸກຍູ້ສົ່ງເສີມວຽກງານການຄຸ້ມຄອງ, ການບໍລິຫານ ລວມທັງການບໍລິການ ໃຫ້ແກ່ລັດຖະບານ ແລະ ສັງຄົມ ເພື່ອສະເໜີຂັ້ນເທິງພິຈາລະນາເຊັ່ນ:

1. ລະບົບຢັ້ງຢືນຕົວຕົນທາງດິຈິຕອນ (Digital ID)
2. ລະບົບຄຸ້ມຄອງຂໍ້ມູນທີ່ຢູ່ອາໄສແບບທັນສະໄໝ (E-Resident)
3. ລະບົບການເງິນແບບທັນສະໄໝ (E-Finance)
4. ລະບົບສາທາລະນະສຸກແບບທັນສະໄໝ (E-Health)
5. ລະບົບໂຮງຮຽນແບບທັນສະໄໝ (E-School)
6. ການບໍລິຫານລັດແບບທັນສະໄໝ (E-Government)

ການຮ່ວມມືໃນຄັ້ງນີ້ແມ່ນຈັດຕັ້ງຜັນຂະຫຍາຍແຜນວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ຂອງລັດຖະບານໃຫ້ບັນລຸຕາມເປົ້າໝາຍ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/