ໜຸ່ມອິນໂດເນເຊຍ ຖ່າຍຮູບຕົນເອງທຸກມື້ ແລ້ວນຳໄປຂາຍໃນຮູບແບບ NFT ຫຼ້າສຸດຜົນງານດັ່ງກ່າວມີມູນຄ່າ ເກືອບ 1 ລ້ານໂດລາແລ້ວ!


ຊາຍຜູ້ເປັນເຈົ້າຂອງຜົນງານ NFT ທີ່ໄດ້ກ່າວມາມີຊື່ວ່າ Ghozali Ghozalo ເຊິ່ງລາວໄດ້ເລີ່ມຖ່າຍຮູບຂອງລາວເອງຕັ້ງແຕ່ປີ 2017-2021 ຫຼື ເປັນເວລາ 4 ປີ.

“ຂ້ອຍຖ່າຍຮູບຕົນເອງຕັ້ງແຕ່ອາຍຸ 18 ປີ ຈົນຕອນນີ້ແມ່ນອາຍຸ 22 ປີແລ້ວ ມັນເປັນຮູບທີ່ຕົວຂ້ອຍເອງຢູ່ໜ້າຄອມພິວເຕີ້ໃນແຕ່ລະມື້” Ghozali Ghozalo ນັກສຶກສາຊາວອິນໂດເນເຊຍໃນ OpenSea ໄດ້ກ່າວ.

ໃນ Collection ຮູບພາບຂອງ Ghozali ມີທັງໝົດພຽງ 933 ຮູບພາບ ເຊິ່ງມັນສະແດງໃຫ້ເຫັນວ່າ Ghozali ບໍ່ໄດ້ຖ່າຍຮູບພາບທຸກມື້ໃນໄລຍະເວລານັ້ນ ແລະ ລາວໄດ້ຕັ້ງຊື່ໂປຣເຈັກຮູບພາບນີ້ເອົາໄວ້ວ່າ “Ghozali Everyday”.

ວັນທີ 9 ມັງກອນ ທີ່ຜ່ານມາ ຄືມື້ເປີດຕົວຜົນງານ, Ghozali ຕັ້ງລາຄາ NFT ໄວ້ທີ່ 3 ໂດລາຕໍ່ໜຶ່ງຜົນງານຂອງລາວ. ຫຼັງຈາກມື້ນັ້ນມາລາຄາ NFT ໃນແຕ່ລະລາຍການກໍເພີ່ມຂຶ້ນເປັນ 0.4 ETH ຫຼື ປະມານ 1,350 ໂດລາ.

ສອງມື້ຫຼັງຈາກ collection ຮູບພາບຂອງ Ghozali ຂາຍອອກກໍມີມູນຄ່າເກືອບຈະເຖິງ 1 ລ້ານໂດລາ ໂດຍລາວຂາຍຜົນງານໃນລາຄາ 277 ETH ຫຼື ປະມານ 935,975 ໂດລາ.

Ghozali ບອກວ່າ ເມື່ອກ່ອນລາວຕ້ອງຖ່າຍຮູບພວກນີ້ເພື່ອໃຊ້ສຳລັບວຽກໃນໂຮງຮຽນ ແຕ່ກໍຕັດສິນໃຈລອງມາຂາຍຮູບຕົນເອງໃນຮູບແບບ NFT ເພື່ອທີ່ມັນຈະບັງເອີນມີລາຄາທີ່ເພີ່ມສູງຂຶ້ນ ໂດຍຂໍ້ມູນເທິງ Opensea ບອກວ່າ ລາວສາມາດຂາຍຜົນງານໄປແລ້ວ 288 ETH.

ທາງດ້ານເວັບໄຊ Cryptobriefing ລະບຸວ່າ ເຫດຜົນທີ່ເຮັດໃຫ້ມີຄົນເຂົ້າມາລະດົມຊື້ຜົນງານຂອງ Ghozali ເພາະໄດ້ Arnold Poernomo ເປັນ Influencer ຂອງອິນໂດເນເຊຍ ແລະ ສັງຄົມອອນລາຍ ເປັນຜູ້ສະໜັບສະໜູນທີ່ສຳຄັນໃນການຊື້ຂາຍຜົນງານຂອງ Ghozali ໃນຄັ້ງນີ້. Poernomo ບອກວ່າ ລາວຕ້ອງການສະໜັບສະໜູນເພາະຢາກມອບທຶນຊ່ວຍເຫຼືອໃຫ້ Ghozali.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/