ຄະນະຊາວໜຸ່ມສອງປະເທດລາວ-ຫວຽດນາມ ຮ່ວມລົງນາມເຊັນສັນຍາກໍ່ສ້າງສູນຝຶກອົບຮົມຊາວໜຸ່ມ-ເຍົາວະຊົນ


ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 44 ຂອງຄະນະກຳມາທິການຮ່ວມມືລາວ-ຫວຽດນາມ​ ພິທີໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-10 ມັງກອນ 2022 ນີ້ ທີ່ສໍານັກງານສູນກາງຊາວໜຸ່ມກອມມູນິດໂຮ່ຈິມີນ ນະຄອນຫຼວງ​ຮ່າໂນ້ຍ​ ສສ​ ຫວຽດນາມ​ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ​ ສູນນະລາດ​ ກຳມະການ​ສູນກາງ​ພັກ​ ເລຂາ​ຄະນະ​ບໍລິຫານ​ງານ​ ສຊປລ,​ ທ່ານ​ ຫງວຽນ ແອງຕວັນ ກຳມະການສູນກາງພັກ​ ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມີນ ພ້ອມຄະນະ ໄດ້ຮ່ວມພົບປະກັນ​ ຢ່າງບໍ່ເປັນທາງການ.​

ການຕ້ອນຮັບ ແລະ​ ​ການສົນທະນາແມ່ນໄດ້ດຳເນີນໄປຢ່າງອົບອຸ່ນ ແລະ​ ສະໜິດສະໜົມ​ ເຊິ່ງທັງສອງໄດ້ຕີລາຄາສູງຕໍ່ການພົວພັນ,​ ການຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ພ້ອມກັນຊຸກຍູ້ການພົວພັນຮ່ວມມືໃນໄລຍະຕໍ່ໜ້າໃຫ້ມີປະສິດທິພາບສູງ. ຝ່າຍຫວຽດນາມຍັງຕີລາຄາສູງໃນການພົບປະຄັ້ງນີ້ ເຊິ່ງແມ່ນແຂກຕ່າງປະເທດເປັນຄະນະທຳອິດທີ່ມາຢ້ຽມຢາມ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມີນໃນປີ 2022 ເຊິ່ງປີນີ້ເປັນປີທີ່ມີຄວາມໝາຍ,​ ເປັນປີແຫ່ງການສະເຫຼີມສະຫຼອງ 60 ​ປີ​ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ​ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ​ ກໍຄືຊາວໜຸ່ມສອງປະເທດໄດ້ພ້ອມກັນສ້າງກິດຈະກຳເພື່ອສະເຫຼີມສະຫຼອງໃນວັນສໍາຄັນດັ່ງກ່າວ​ ເພື່ອສຶກສາອົບຮົມຊາວໜຸ່ມ, ​ເຍົາວະຊົນສອງຊາດ ຕ້ອງມີຄວາມຮັບຜິດຊອບໃນການສືບທອດ ແລະ​ ກໍ່ສ້າງສາຍພົວພັນແບບພິເສດຂອງສອງປະເທດໃຫ້ໜັ້ນຄົງ ແລະ​ ສວຍສົດງົດງາມ.

ການເຂົ້າຮ່ວມກອງປະຊຸມຄັ້ງທີ 44 ນີ້ຂອງຄະນະກຳມາທິການຮ່ວມມືລາວ-ຫວຽດນາມ​ທັງສອງຝ່າຍຍັງໄດ້ຮ່ວມມືລົງນາມ ສັນຍາການຮ່ວມມືປະຕິບັດໂຄງການສູນຝຶກອົບຮົມຊາວໜຸ່ມ,​ເຍົາວະຊົນ ລາວ-ຫວຽດນາມ​ ທີ່ຈະໄດ້ກໍ່ສ້າງຂຶ້ນຢູ່ນະຄອນຫຼວງວຽງຈັນ (ສປປ​ ລາວ)​ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສສ ຫວຽດນາມ​ ການເຊັນສັນຍາໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງການນໍາທັງ 2 ປະເທດ.

ຂອບໃຈຂໍ້ມູນຈາກ: https://bit.ly/3nmUgly

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/