ອຸທາຫອນສອນໃຈ! ຊາຍອາຍຸ 55 ປີ ເມົາແລ້ວດ່າໝາ ສຸດທ້າຍຖືກໝາກັດປາກ


ຂ່າວນີ້ເອີ້ນໄດ້ວ່າໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກປະເທດໄທ ເມື່ອໃນຕອນຄ່ຳຂອງວັນທີ 9 ມັງກອນ 2022 ທີ່ຜ່ານມາສຳນັກຂ່າວຫຼາຍແຫ່ງໃນໄທໄດ້ນຳສະເໜີເລື່ອງລາວຂອງຊາຍຄົນໜຶ່ງ ເຊິ່ງຖືກລາຍງານວ່າ ເມົາເຫຼົ້າ ແລ້ວໄປດ່າໝາທີ່ເມຍຕົນເອງລ້ຽງໄວ້ ຈົນສຸດທ້າຍກໍຖືກໝາກັດປາກ.

ເລື່ອງລາວໃນຄັ້ງນີ້ເກີດຂຶ້ນທີ່ເຮືອນເຊົ່າແຫ່ງໜຶ່ງໃນເຂດທຸ່ງຄຣຸ, ບາງກອກ, ປະເທດໄທ ເມື່ອເຈົ້າໜ້າທີ່ໄດ້ເຂົ້າມາປະຖົມພະຍາບານ ທ້າວ ວະຣະນັນ ຈັນເພັນ ອາຍຸ 55 ປີ ຫຼັງຈາກຖືກໝາສາຍພັນລາດທີ່ລ້ຽງໄວ້ກັດຈົນມີບາດແຜບໍລິເວນປາກແລະແຂນ.

ໃນການສອບສວນເບື້ອງຕົ້ນພົບວ່າ ຄົນເຈັບແມ່ນນອນຢູ່ລ້າໆ ແຕ່ຖືກໝາມາກັດເອງ ຢ່າງໃດກໍຕາມຄົນອື່ນໆ ໃນຄອບຄົວເຊື່ອວ່າເຫດການທີ່ເກີດຂຶ້ນໜ້າຈະມີເຫດຜົນອື່ນຢູ່ນຳ.

ທາງດ້ານ ນາງ ບຳເພັນ ສາຍບຸດ ອາຍຸ 63 ປີຜູ້ເປັນພັນລະຍາຂອງຜູ້ບາດເຈັບ ແລະ ເປັນເຈົ້າຂອງໝາເລົ່າວ່າ ຕົນເອງລ້ຽງໝາໂຕນີ້ມາ 12 ປີ ແລະ ລ້ຽງມາກ່ອນຄົບຫາກັບ ທ້າວ ວະຣະນັນ ທີ່ຫາກໍຄົບຫາກັນໄດ້ 2-3 ປີ  ເຊິ່ງຕົນຮັກໝາໂຕນີ້ຄືກັນກັບລູກ.

ນາງ ບຳເພັນ ເລົ່າຕໍ່ອີກວ່າ ທີ່ຜ່ານມາ ໝາໂຕນີ້ ບໍ່ເຄີຍມີບັນຫາຫຍັງກັບ ທ້າວ ວະຣະນັນ ແລະ ບໍ່ເຄີຍກັດໃຜ ຈົນມາຮອດມື້ທີ່ເກີດເຫດ  ເຊິ່ງເຮັດໃຫ້ຕົນຄາດວ່າ ທ້າວ ວະຣະນັນ ໜ້າຈະກັບມາຮອດເຮືອນແລ້ວດ່າຮ້າຍໃຫ້ໝາ ເລີຍເຮັດໃຫ້ໝາໂດດເຂົ້າໄປກັດປາກແລະແຂນ ແຕ່ຕອນນັ້ນຕົນເອງອອກໄປຊື້ເຄື່ອງເລີຍບໍ່ເຫັນເຫດການ.

ສ່ວນທ້າວ ບຸນຊົງ ຜູ້ທີ່ເປັນລູກຊາຍຂອງ ນາງ ບຳເພັນ ກໍຄິດຄືກັນກັບຜູ້ເປັນແມ່ເຊັ່ນດຽວກັນ ໂດຍໄດ້ລະບຸຕື່ມອີກວ່າ ທ້າວ ວະຣະນັນ ອາດຈະຫຼິ້ນແຮງ ກັບໝາຈົນຖືກກັດກໍເປັນໄດ້.

ທາງດ້ານ ນາງ ບຳເພັນ ກໍຢືນຢັນວ່າຈະລ້ຽງໝາໂຕນີ້ຕໍ່ໄປ ແລະ ກໍຈະລະມັດລະວັງໃຫ້ຫຼາຍຂຶ້ນ ໂດຍ ທ້າວ ບຸນຊົງ ບອກວ່າຕໍ່ຈາກນີ້ໄປ ອາດມີການໃສ່ເຄື່ອງປ້ອງກັນໄວ້ປາກໝາ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການແບບນີ້ອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/