ສະເປນອອກກົດໝາຍໃໝ່ ເມື່ອຄູ່ຮັກຈະຢ່າຮ້າງກັນ ຕ້ອງພິຈາລະນາເຖິງສະຫວັດດີການຂອງສັດລ້ຽງພ້ອມ


ວັນທີ 6 ມັງກອນ ທີ່ຜ່ານມານີ້, ປະເທດສະເປນໄດ້ອອກກົດໝາຍໃໝ່ ໃຫ້ພິຈາລະນາສະຫວັດດີການຂອງສັດລ້ຽງ ເມື່ອຄູ່ຮັກຈະຢ່າຮ້າງ ຫຼື ຢຸດຄວາມສຳພັນກັນ ໂດຍຈະນັບວ່າສັດລ້ຽງນັ້ນເປັນສິ່ງມີຊີວິດທີ່ມີຄວາມຮູ້ສຶກ ບໍ່ແມ່ນວັດຖຸສິ່ງຂອງ ຫຼື ຊັບສິນທີ່ຈະຕ້ອງເປັນເຈົ້າຂອງໂດຍຜູ້ໃດຜູ້ໜຶ່ງ ເພື່ອປ້ອງກັນບໍ່ໃຫ້ເກີດການຖິ້ມສັດລ້ຽງຫຼາຍໄປກວ່ານີ້.

ສານສາມາດຕັດສິນໄດ້ວ່າ ຜູ້ໃດສາມາດດູແລສັດລ້ຽງໄດ້ ໂດຍກວດເບິ່ງຈາກຄວາມເປັນຢູ່ຂອງສັດ ພ້ອມທັງຈາກການສະແດງສະຖານະການເງິນ ຫຼື ໄດ້ຮັບສິດລ້ຽງດູລູກ ເຊິ່ງນັບວ່າເປັນຂໍ້ໄດ້ປຽບທີ່ຈະໄດ້ສັດລ້ຽງພ້ອມ.

ຕົວຢ່າງຈາກໃນເດືອນຕຸລາ, ສານຈາກເມືອງ Madrid ໄດ້ໃຫ້ສິດການດູແລໝາແກ່ຄູ່ຮັກທັງສອງຄົນທີ່ບໍ່ໄດ້ແຕ່ງງານກັນ ໂດຍແບ່ງໃຫ້ໝາໄດ້ອາໄສຢູ່ກັບແຕ່ລະຝ່າຍເປັນເວລາເດືອນໜຶ່ງ ເພື່ອເບິ່ງວ່າສັດລ້ຽງຄວນຈະຢູ່ກັບໃຜຫຼັງຈາກການແຍກກັນ. ທະນາຍ Lola Garcia ທີ່ເປັນຜູ້ຮັບຄະດີນີ້ກ່າວວ່າສັດລ້ຽງກໍເປັນສະມາຊິກໃນຄອບຄົວ ແລະ ເມື່ອມີການຕັດສິນໃຈຈະແຍກທາງກັນ ສັດກໍຈະຕ້ອງໄດ້ຮັບພິຈາລະນາຕາມກົດໝາຍໃຫ້ສຳຄັນເທົ່າກັບສະມາຊິກໃນຄອບຄົວຜູ້ອື່ນ. Lola ໄດ້ພິຈາລະນາ ຈະສ້າງການປ່ຽນແປງອັນໃຫຍ່ນີ້ ເພື່ອທີ່ຈະປ່ຽນແປງການປົກຄອງກົດໝາຍຕໍ່ຄວາມສຳພັນຂອງຄົນແລະສັດລ້ຽງ.

ທີ່ປະເທດສະເປນນັ້ນ ມີຜູ້ລ້ຽງສັດເປັນຈຳນວນຫຼາຍ ແລະ ທາງລັດຖະບານຝ່າຍຊ້າຍກໍໄດ້ມີແຜນຮ່າງນະໂຍບາຍກົດໝາຍຕໍ່ສິດທິຂອງສັດໃຫ້ເຂັ້ມແຂງຂຶ້ນ, ລວມໄປເຖິງການແບນນຳເອົາສັດປ່າເຂົ້າມາໃນລະຄອນສັດ ພ້ອມທັງຍຸຕິການຂາຍສັດໃນຮ້ານຄ້າ.

ແຕ່ເຖິງຢ່າງໃດກໍຕາມ, ທາງປະເທດສະເປນກໍຍັງມີປະເພນີການຕໍ່ສູ້ກະທິງ ແລະ ອື່ນໆທີ່ຍົກໃຫ້ເຫັນເຖິງບັນຫາສິດທິຂອງສັດ ເຊິ່ງຈະບໍ່ມີທາງຖືກແກ້ໄຂໃນອະນາຄົດອັນໃກ້ໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/