ຈີນສົ່ງອອກສິນຄ້າຫຼາຍຊະນິດຜ່ານລາວໄປມຽນມາ, ໄທ ແລະ ສິງກະໂປ ດ້ວຍເສັ້ນທາງລົດໄຟລາວຈີນ ລວມມູນຄ່າ 676 ລ້ານຢວນ


ໃນວັນທີ 3 ມັງກອນ 2022 ທີ່ຜ່ານມາ ເປັນອີກວັນສຳຄັນມື້ໜຶ່ງ ເຊິ່ງເປັນວັນຄົບຮອບ 1 ເດືອນ ສຳລັບການເປີດໃຊ້ບໍລິການເສັ້ນທາງລົດໄຟລາວ-ຈີນ ຖືວ່າເປັນຜົນງານທີ່ໜ້າຊົມເຊີຍ ແລະ ເປັນການສ້າງຈະລາຈອນສິນຄ້າໃນຮູບແບບໃໝ່ລະຫວ່າງຈີນ ແລະ ອາຊຽນ.

ກຸ່ມບໍລິສັດເສັ້ນທາງລົດໄຟແຫ່ງຊາດຈີນໄດ້ໃຫ້ຮູ້ວ່າ: ໃນວັນທີ 3 ມັງກອນ ເປັນມື້ຄົບຮອບ 1 ເດືອນ ທີ່ເປີດນຳໃຊ້ລົດໄຟລາວ-ຈີນ; ໃນ 1 ເດືອນຜ່ານມາໄດ້ຂົນສົ່ງຜູ້ໂດຍສານທັງໝົດ 670,000 ກວ່າຄົນ, ຂົນສົ່ງສິນຄ້າ 170,000 ໂຕນ, ການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ລ້ວນແລ້ວແຕ່ມີທ່າອ່ຽງເພີ່ມຂຶ້ນ ຖືວ່າເປັນຜົນງານທີ່ໜ້າຊົມເຊີຍ ແລະ ເປັນການຊຸກຍູ້ເສດຖະກິດ ແລະ ການທ່ອງທ່ຽວລຽບຕາມເສັ້ນທາງລົດໄຟລາວ-ຈີນ ຢ່າງແຂງແຮງ. ພ້ອມທັງໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າໃນການປັບປຸງເງື່ອນໄຂ ການເດີນທາງຂອງປະຊາຊົນ 2 ຊາດ ລາວ ແລະ ຈີນ ຊຸກຍູ້ຮອບໝຸນວຽນຂອງເສດຖະກິດໃນປະເທດ ແລະ ສາກົນ.

    ຈີນສົ່ງອອກສິນຄ້າຫຼາຍຊະນິດຜ່ານລາວໄປມຽນມາ, ໄທ ແລະ ສິງກະໂປ ດ້ວຍເສັ້ນທາງລົດໄຟລາວ-ຈີນ ເຊິ່ງຄົບຮອບ 1 ເດືອນທີ່ຜ່ານມາ ຈີນນຳເຂົ້າ-ສົ່ງອອກສິນຄ້າຜ່ານເສັ້ນທາງລົດໄຟສາຍປະຫວັດສາດນີ້ລວມມູນຄ່າ 676 ລ້ານຢວນ.

    ທາງຈີນໄດ້ເປີດເຜີຍຂໍ້ມູນລົດໄຟສິນຄ້າແລ່ນຜ່ານນະຄອນຄຸນໝິງ ໃນເສັ້ນທາງລົດໄຟລາວ-ຈີນ ແລ້ວ 116 ຂະບວນ ຂົນສົ່ງສິນຄ້າແລ້ວຫຼາຍກວ່າ 49,800 ໂຕນ ຄິດເປັນມູນຄ່າປະມານ 676 ລ້ານຢວນ.

    ສິນຄ້ານຳເຂົ້າຈີນຫຼາຍທີ່ສຸດໄດ້ແກ່: ຢາງພາລາ, ສິນຄ້າແຮ່ເຫຼັກ ແລະ ຖ່ານ ສ່ວນສິນຄ້າສົ່ງອອກຍອດນິຍົມໄດ້ແກ່: ຜັກສົດ, ສິ່ງຂອງຈຳເປັນໃນຊີວິດປະຈຳວັນ, ຜະລິດຕະພັນເຄື່ອງຈັກ ແລະ ເຄື່ອງໃຊ້ໄຟຟ້າ.

    ສິນຄ້າຈາກ 12 ເມືອງ ໃນ 7 ມົນທົນທົ່ວປະເທດຈີນຂົນສົ່ງສິນຄ້າເຖິງລາວດ້ວຍລົດໄຟຂົນສົ່ງສິນຄ້າລະຫວ່າງປະເທດ ຜ່ານເສັ້ນທາງລົດໄຟລາວ-ຈີນ. ຈີນສົ່ງອອກສິນຄ້າຫຼາຍຊະນິດຜ່ານລາວໄປຍັງຫຼາຍປະເທດເຊັ່ນ: ມຽນມາ, ໄທ ແລະ ສິງກະໂປ ດ້ວຍການໃຊ້ບໍລິການເສັ້ນທາງຂົນສົ່ງສ່ວນໜຶ່ງຜ່ານທາງລົດໄຟລາວ-ຈີນ.

ຂອບໃຈຂໍ້ມູນຈາກ:

ຂອບໃຈຮູບພາບ: CRI-FM93

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/