ເຖິງຈະເກົ່າແຕ່ກໍຄລາສສິກ! ຫູຟັງແບບມີສາຍກັບມາຮິດອີກຄັ້ງໃນກຸ່ມໄວໜຸ່ມ Gen Z


ເມື່ອ Apple ເລີ່ມຖອດຊ່ອງສຽບຫູຟັງຄັ້ງທຳອິດເມື່ອປີ 2016 ໃນ iPhone 7 ແລະ iPhone 7 Plus ແລະ ຖ້າຫາກຕ້ອງການຟັງເພງແບບມີສາຍຈະຕ້ອງປ່ຽນມາໃຊ້ Lightning port ຫຼື ໃຊ້ອຸປະກອນອື່ນແທນ ເຊິ່ງນີ້ຖືວ່າເປັນການເລີ່ມຕົ້ນເຂົ້າສູ່ຍຸກຂອງຫູຟັງບໍ່ມີສາຍແບບ True Wireless ຢ່າງຈິງຈັງດ້ວຍການເປີດຕົວ AirPods. ແຕ່ເຖິງຢ່າງນັ້ນ ສາຍຫູຟັງແບບມີສາຍກໍກັບມາຮິດອີກຄັ້ງເພາະຄົນດັງຫຼາຍຄົນໄດ້ນຳກັບມາໃຊ້ໃນປີທີ່ຜ່ານມາ.

ສຳນັກຂ່າວ The Wall Street Journal ລາຍງານວ່າ ໃນຍຸກທີ່ສິ່ງຂອງຫຼາຍໆຢ່າງກຳລັງຖືກຈັບເຂົ້າສູ່ອຸດສາຫະກຳແບບບໍ່ມີສາຍ ແຕ່ກໍມີຍັງພົບວ່າມີຄົນດັງຫຼາຍຄົນໄດ້ກັບມາໃຊ້ຫູຟັງແບບມີສາຍນີ້ ເຊັ່ນ Bella Hadid ແລະ Lily Rose Depp ເຮັດໃຫ້ກະແສການໃຊ້ຫູຟັງແບບມີສາຍເລີ່ມເຂົ້າມາເຖິງກຸ່ມຄົນໄວໜຸ່ມ Gen Z (ເກີດລະຫວ່າງປີ 1997-2012) ອີກພ້ອມ.

ນອກຈາກເລື່ອງກະແສທີ່ໄດ້ກ່າວມາ ຜູ້ໃຊ້ງານຂອງແພລັດຟອມຍອດນິຍົມຢ່າງ TikTok ກໍໄດ້ໃຊ້ຫູຟັງແບບມີສາຍໃນການບັນທຶກຄອນເທັ້ນ ເນື່ອງຈາກຫູຟັງແບບມີສາຍມີຄວາມສະຖຽນກວ່າຫູຟັງແບບບໍ່ມີສາຍ, ລາຄາຖືກກວ່າ ແລະ ອີກຄວາມເຊື່ອໜຶ່ງຄືປ້ອງກັນ ຄື້ນ ຫຼື ຣັງສີ ທີ່ບໍ່ສາມາດແນມເຫັນດ້ວຍຕາເປົ່າຈາກຫູຟັງແບບບໍ່ມີສາຍ (ໂດຍ Food and Drug Administration ອົງການອາຫານແລະຢາ ແຫ່ງສະຫະລັດ ລະບຸວ່າຄື້ນດັ່ງກ່າວບໍ່ເປັນອັນຕະລາຍ). ນອກຈາກນີ້ ການໃຊ້ຫູຟັງແບບມີສາຍຍັງມີຜົນດີຕໍ່ຈິດໃຈເຮັດໃຫ້ຜູ້ໃຊ້ງານ ຮູ້ສຶກວ່າກຳລັງໄດ້ກັບໄປໃນຍຸກທີ່ສຽງເພງຕ່າງໆ ແມ່ນຜ່ານອອກມາຈາກຫູຟັງແບບມີສາຍອີກພ້ອມ.

ມີການວິໄຈທີ່ໜ້າສົນໃຈລະບຸວ່າ ໃນຍາມທີ່ເສດຖະກິດຕົກຕໍ່າ ມະນຸດເຮົາມີທ່າອ່ຽງທີ່ຈະນຶກເຖິງ ຫຼື ໂຫຍຫາອະດີດທີ່ເຮັດໃຫ້ພວກເຂົາສະບາຍໃຈ ເຊັ່ນ ໃນໄລຍະເວລາກ່ອນທີ່ໂຊຊ່ຽວມີເດຍ ຈະໂດ່ງດັງຄືກັນກັບທຸກມື້ນີ້ ເຊິ່ງນີ້ກໍຖືວ່າເປັນອີກວິທີໜຶ່ງຂອງ Gen Z ທີ່ຢາກຫຼີກໜີຈາກຄວາມວຸ່ນວາຍຂອງໂລກໃນປັດຈຸບັນ.

ແລະອີກໜຶ່ງປະເດັນທີ່ບໍ່ຄິດບໍ່ໄດ້ເລີຍນັ້ນກໍຄືເລື່ອງ ລາຄາ ເນື່ອງຈາກຫູຟັງແບບບໍ່ມີສາຍ True Wireless ມີລາຄາຂ້ອນຂ້າງແພງ ແລະ ແບັດເຕີຣີ່ສ່ວນໃຫຍ່ກໍສາມາດຢູ່ໄດ້ 2-3 ປີ ເຊິ່ງການໃຊ້ຫູຟັງແບບມີສາຍນັ້ນແມ່ນມີລາຄາທີ່ຖືກກວ່າ ສາມາດປະຢັດເງິນໄດ້ພໍສົມຄວນ ແລະ ຍັງສາມາດຢູ່ໄດ້ດົນກວ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/