ສສ ຝັ່ງອະນຸລັກນິຍົມອັງກິດ ສະເໜີໃຫ້ BBC ເປີດເພງຊາດທຸກຄືນ ແຕ່ຖືກວິຈານກັບມາວ່າເຮັດແລ້ວຄືເກົາຫຼີເໜືອ


Andrew Rosindell ຜູ້ແທນຝັ່ງ Romford ໄດ້ສະເໜີໃຫ້ເປີດເພງ God Save The Queen ຫຼື ກໍຄືເພງຊາດໃນທ້າຍລາຍການຂ່າວຂອງ BBC ທຸກຄືນໂດຍກ່າວວ່າ ມັນຈະເປັນດັ່ງສັນຍະລັກຄວາມເປັນໜຶ່ງ ແລະ ຄວາມພາກພູມໃຈຂອງຊາດເຮົາ.

ເພງຊາດດັ່ງກ່າວເຄີຍມີການນຳມາເປີດໃນລາຍການ BBC One ແລ້ວໃນເມື່ອກ່ອນ ເຊິ່ງເປັນເວລາຕອນເຊົ້າຂອງທຸກມື້ ຈົນຮອດປີ 1997 ກໍໄດ້ຍຸຕິລົງ. ທາງ Gary Lineker ອະດີດນັກກິລາເຕະບານ ທີ່ປັດຈຸບັນເປັນນັກປະກາດຂ່າວກິລາ ໄດ້ອອກມາໃຫ້ຄຳເຫັນກັບການສະເໜີດັ່ງກ່າວໃນຊ່ອງທາງ Twitter ວ່າ “ແມ່ນ ໃຫ້ເປັນອັງກິດໜ້ອຍລົງ ແລະ ກາຍເປັນເກົາຫຼີເໜືອຫຼາຍຂຶ້ນ”

BBC ໄດ້ອອກມາອະທິບາຍເຖິງການທີ່ຍຸຕິເປີດເພງຊາດວ່າ ເນື່ອງຈາກເພງຈະຫຼິ້ນຫຼັງລາຍການຈົບ ແຕ່ຍ້ອນຮູບແບບລາຍການທີ່ປ່ຽນແປງໄປເປັນແບບ 24 ຊົ່ວໂມງ, ການເປີດເພງຊາດຈຶ່ງໄດ້ຖືກຍົກເລີກໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/