ການເປີດເພງໃຫ້ລູກຟັງ ຊ່ວຍພັດທະນາສະໝອງຂອງລູກໄດ້ ແລະ ແນະນຳສຽງດົນຕີທີ່ເໝາະສົມກັບອາຍຸຂອງລູກ


ພໍ່ແມ່ຮູ້ຫຼືບໍ່ວ່າສຽງດົນຕີນັ້ນມີສ່ວນສ້າງຈິນຕະນາການແລະເສີມສ້າງພັດທະນາການຂອງລູກນ້ອຍ ເພາະລູກນ້ອຍນັ້ນສາມາດຟັງທຸກໆສຽງທີ່ເກີດຂຶ້ນໄດ້ ຕັ້ງແຕ່ຕອນຢູ່ໃນທ້ອງຂອງແມ່ ຫຼາຍຄັ້ງທີ່ແມ່ໆ ມັກເປີດເພງໃຫ້ລູກຟັງເພາະຄິດພຽງແຕ່ວ່າມັນສາມາດເຮັດໃຫ້ລູກອາລົມດີ ເຊິ່ງສຽງດົນຕີແຕ່ລະປະເພດກໍເໝາະກັບໄວອາຍຸຂອງລູກທີ່ແຕກຕ່ງກັນ.

ແລ້ວສຽງແບບໃດ ທີ່ຈະເໝາະສົມກັບໄວອາຍຸຂອງລູກເຈົ້າ ? ມື້ນີ້ເຮົາມີຄຳຕອບມາໃຫ້ຢູ່ຂ້າງລຸ່ມນີ້ເລີຍ.

ພັດທະນາການອັນດັບທຳອິດຂອງເດັກນ້ອຍ ຄື ພັດທະນາການດ້ານການຟັງ ຄືທີ່ເຮົາໄດ້ເວົ້າໄວ້ຕອນຕົ້ນວ່າ ‘ເດັກນ້ອຍສາມາດຟັງທຸກໆສຽງທີ່ເກີດຂຶ້ນໄດ້ ຕັ້ງແຕ່ຢູ່ໃນທ້ອງຂອງແມ່” ໂດຍພັດທະນາການຈະເພີ່ມຂຶ້ນໄປຕາມລະໄວອາຍຸ ເລີ່ມຈາກຕອນທີ່ລູກຍັງເປັນຕົວອ່ອນ (FETUS) ກໍຄື ມີອາຍຸ 16 ອາທິດໃນທ້ອງແມ່ ໂດຍລະບົບການຮຽນຮູ້ຈະເກີດຂຶ້ນເມື່ອອະໄວຍະວະ ແລະ ປະສາດສ່ວນກາງເຮັດວຽກເຊື່ອມຕໍ່ກັນໃນໄລຍະທີ່ຖືພາໄດ້ 25 ອາທິດ ໃນໄລຍະເວລານີ້ເອງແມ່ຈະສາມາດສື່ສານກັບລູກໄດ້ດ້ວຍວິທີທີ່ສອດຄ່ອງກັບພັດທະນາການດ້ານການຮັບຮູ້ຂອງລູກອີກດ້ວຍ.

ໃນໄລຍະ 3 ອາທິດທຳອິດຫຼັງເກີດລູກ ລູກນ້ອຍກໍຈະເລີ່ມຕອບສະໜອງຕໍ່ສຽງຕ່າງໆ ໄດ້ແລ້ວ ຫາກເຂົາໄດ້ຮັບການກະຕຸ້ນທາງການໄດ້ຍິນຢູ່ສະໝ່ຳສະເໝີ ແລະ ແມ່ເປີດເພງໃຫ້ລູກຟັງຕັ້ງແຕ່ຢູ່ໃນທ້ອງຮ່ວມນຳກໍຈະຍິ່ງເຮັດໃຫ້ເຂົາມີການຕອບສະໜອງຕໍ່ສຽງໄດ້ດີຂຶ້ນກວ່າເກົ່າ.

ສຳລັບເດັກເກີດໃໝ່ແລ້ວ ແມ່ນຈະມີຄວາມມັກໃນການຟັງສຽງດົນຕີຢູ່ແລ້ວ ແລະຍັງສາມາດຮັບຮູ້ເຖິງລະດັບສຽງສູງ ຕໍ່າ (pitch) ໄດ້ຢ່າງມະຫັດສະຈັນອີກ. ນອກນີ້ເດັກເກີດໃໝ່ຍັງສາມາດແຍກລະຫວ່າງສຽງເວົ້າ ກັບສຽງຮ້ອງເພງຂອງແມ່ ອອກຈາກສຽງຂອງຜູ້ຍິງຄົນອື່ນໄດ້ອີກ, ລອງສັງເກດເວລາທີ່ແມ່ຮ້ອງເພງໃຫ້ລູກຟັງເບິ່ງ ລູກຈະສະຫງົບແລະຜ່ອນຄາຍ ນັ້ນຈຶ່ງເປັນເຫດຜົນທີ່ວ່າເປັນຫຍັງ “ລູກຈຶ່ງມັກຟັງສຽງຮ້ອງເພງຂອງແມ່ຫຼາຍກວ່າສຽງເວົ້າ”.

ສຽງດົນຕີແບບໃດ ເໝາະກັບໄວອາຍຸຂອງລູກ?

  • ອາຍຸ 8-12 ເດືອນ ປູພື້ນຖານກ່ອນເປີດເພງໃຫ້ລູກຟັງ

ໃນໄລຍະອາຍຸ 8-12 ເດືອນ ຄວນໃຫ້ລູກໄດ້ຮູ້ຈັກສຽງຈາກເຄື່ອງດົນຕີ ຈາກການຫຼິ້ນດ້ວຍຕົນເອງ ຈະຊ່ວຍສົ່ງເສີມພັດທະນາການຂອງເດັກໄວນີ້ໄດ້ດີທີ່ສຸດ ຕົວຢ່າງຂອງຫຼິ້ນທີ່ເປັນເຄື່ອງດົນຕີ ເຊັ່ນ: ໄຊໂລໂຟນ (Xylophone) ຫຼື (Keyboard) ໃຫ້ລູກໄດ້ລອງກົດ, ເປົ່າ, ຕີ ດ້ວຍຕົນເອງ ຈະເຮັດໃຫ້ເຂົາມີຄວາມຕື່ນເຕັ້ນແລະມ່ວນຊື່ນໄປກັບສຽງດົນຕີທີ່ເກີດຂຶ້ນ.

  • ອາຍຸ 1-2 ປີ ເປີດເພງໃຫ້ລູກຟັງ ພ້ອມກັບໃຊ້ຂອງຫຼິ້ນທີ່ເປັນເຄື່ອງດົນຕີ

ໃນໄວອາຍຸນີ້ການເປີດເພງໃຫ້ລູກຟັງສາມາດເຮັດໄດ້ໄປພ້ອມໆ ກັບການສັ່ນ, ເຄາະ ຫຼື ຕີຂອງຫຼິ້ນທີ່ເປັນເຄື່ອງດົນຕີ ເຊັ່ນ: ກອງ Tambourine ຫຼື ລູກແຊັກ (Maracas) ໃຫ້ເກີດສຽງໄປຕາມຈັງຫວະຂອງເພງ. ທັງນີ້ຍັງສາມາດເສີມຄຳສັບພາສາອັງກິດ ຫຼື ການທ່ອງພະຍັນຊະນະ ກ ຂ ຄ ຂອງ ເມສາ ທັນວາ ງ່າຍໆເຂົ້າໄປກັບການເປີດເພງໄດ້ ຖ້າວ່າພໍ່ແມ່ຮ້ອງໃຫ້ລູກຟັງກໍຈະເປັນການດີສຸດໆເລີຍ ຫຼື ຈະລອງເປັນເພງທີ່ກ່ຽວກັບຈັງວະເຊັ່ນ Shoulder Knees and Toes , ເພງ ກ ຂ ຄ ຂອງ ເມສາ ທັນວາ ທີ່ມີທຳນອງຊໍ້າໆ ແລະ ຟັງງ່າຍ ສ່ວນນີ້ຈະຊ່ວຍໃຫ້ເດັກສາມາດຮຽນຮູ້ແລະຈື່ໄດ້ງ່າຍຂຶ້ນອີກ.

https://www.youtube.com/watch?v=UP_qMSElE0I&ab_channel=MeysaThanvaKidsChannel
  • ອາຍຸ 0-7 ປີ ປູກຝັງການເປີດເພງໃຫ້ລູກຟັງ

ຖ້າຫາກພໍ່ແມ່ຄົນໃດຢາກໃຫ້ລູກຮັກໃນສຽງດົນຕີ ເຈົ້າກໍຕ້ອງຮັກສຽງດົນຕີນຳ ໂດຍໃຊ້ສຽງດົນຕີແລະສຽງຮ້ອງເພງໃນການລ້ຽງລູກ ຈະເປັນເພງຫຍັງກໍໄດ້ ແຕ່ຫຼີກເວັ້ນສຽງດົນຕີຈັງຫວະໜັກໆ ເພາະວ່າທຳນອງແມ່ນບໍ່ເໝາະສົມກັບເດັກນ້ອຍໄວອາຍຸນີ້. ຖ້າຄິດບໍ່ອອກວ່າຈະເປີດເພງແນວໃດໃຫ້ລູກຟັງ ແນະນຳໃຫ້ເປັນເພງທີ່ມີຈັງຫວະເບົາໆ ແລະ ຈະດີໄປກວ່ານັ້ນເມື່ອພໍ່ແມ່ເປັນຄົນຮ້ອງເພງໃຫ້ລູກຟັງ ທີ່ສຳຄັນບໍ່ຕ້ອງອາຍ ເພາະວ່າລູກບໍ່ໄດ້ສົນໃຈວ່າເຈົ້າຮ້ອງເພງມ່ວນຫຼືບໍ່ ແຕ່ສຽງຂອງເຈົ້າເປັນສຽງທີ່ມີຄວາມຮັກ ຄວາມອົບອຸ່ນທີ່ເຂົາຈະຮັບຮູ້ເຖິງສິ່ງນັ້ນ.

  • ອາຍຸ 7-14 ປີ ລອງເປີດເພງໃຫ້ລູກຟັງດ້ວຍເຄື່ອງດົນຕີແບບມີສາຍ

ເດັກໃນໄວອາຍຸນີ້ແມ່ນມາພ້ອມກັບຄວາມຮູ້ສຶກ ເຂົາຈະມັກເພງທີ່ກົງກັບຄວາມຮູ້ສຶກຂອງຕົນເອງ ໂດຍສະເພາະເມື່ອອາຍຸປະມານ 12 ປີ ແມ່ນຈະເລີ່ມຢາກເລືອກເພງຟັງເອງແລ້ວ ແລະຈະມັກເພງທີ່ໃຊ້ພາສາມ່ວນໆ, ມີລູກຫຼິ້ນ, ຈັງຫວະດີໆ ໂດຍເຄື່ອງດົນຕີທີ່ເໝາະກັບອາຍຸນີ້ ຄື ເຄື່ອງດົນຕີປະເພດໃຊ້ສາຍໃນການຫຼິ້ນ ເຊັ່ນ ໄວໂອລິນ, ເຊລໂລ, ກີຕ້າ ເພາະເດັກແມ່ນຈະຮູ້ສຶກໄວຕໍ່ສິ່ງກະຕຸ້ນອ້ອມຕົວຫຼາຍ. ສະນັ້ນ ເຄື່ອງດົນຕີທີ່ໃຊ້ສາຍຈຶ່ງຊ່ວຍໃຫ້ເກີດຄວາມ ສົມດຸນ ແລະ ໄດ້ສຽງທີ່ຖືກຕ້ອງ.

ເປີດເພງໃຫ້ລູກຟັງມີສ່ວນໃນການພັດທະນາສະໝອງ

“ດົນຕີເປັນສຽງທີ່ຢູ່ໃນສິ່ງແວດລ້ອມຮອບຕົວລູກ ມີອິດທິພົນຕໍ່ການພັດທະນາດ້ານຮ່າງກາຍ ອາລົມສັງຄົມ ຫຼືສະຕິປັນຍາ ຫາກເລືອກໃຊ້ດົນຕີທີ່ເໝາະສົມກໍຈະຊ່ວຍພັດທະນາລະບົບຕ່າງໆພາຍໃນສະໝອງຂອງລູກໃຫ້ມີປະສິດທິພາບໄດ້ຫຼາຍຂຶ້ນ”

ການເປີດເພງຟັງໂດຍສະເພາະກັບເດັກທີ່ອາຍຸນ້ອຍກວ່າ 3 ປີ ສະໝອງຂອງເຂົາເຈົ້າຈະມີຄວາມຕື່ນຕົວໃນການເຮັດວຽກຢ່າງຫຼາຍ ເໝາະແກ່ການເສີມສ້າງພັດທະນາການຮຽນຮູ້ທັກສະໃໝ່ໆ ເພາະສຽງດົນຕີຈະຊ່ວຍເຮັດໃຫ້ສະໝອງທັງສອງຊີກ ເຮັດວຽກເຊື່ອມໂຍງກັນໄດ້ດີ ເຊິ່ງການເປີດເພງໃຫ້ລູກຟັງໂດຍມີສຽງດົນຕີ ແລະ ຈັງຫວະທີ່ເໝາະສົມໃນແຕ່ລະໄວອາຍຸ ສົ່ງຜົນຕໍ່ການພັດທະນາສະໝອງ ຈະຊ່ວຍກະຕຸ້ນໃຫ້ເກີດຄື້ນສະໝອງຊ່ວຍຮຽບຮຽງຄວາມຄິດ, ການໃຊ້ເຫດຜົນ, ຄວາມຄິດສ້າງສັນ ແລະ ການທົບທວນຄວາມຈຳຕ່າງໆ ໄດ້ດີອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/