ປີ 2021 ສະຫວັນນະເຂດ ຈັດເກັບລາຍຮັບໄດ້ເກີນແຜນ


ອີງຕາມບົດລາຍງານຂອງອົງການປົກຄອງແຂວງ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ 2 ທີ່ຫໍວັດທະນະທຳໄກສອນພົມວິຫານ ແຂວງສະຫວັນນະເຂດ, ໃນວັນທີ 12 ມັງກອນ 2022. ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຕໍ່ກອງປະຊຸມ.

ໂດຍທ່ານເຈົ້າແຂວງສະຫວັນນະເຂດ ໄດ້ຍົກໃຫ້ເຫັນວ່າ: ການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2021 ທົ່ວແຂວງສາມາດຈັດເກັບລາຍຮັບໄດ້ 1,596.44 ຕື້ກີບ ເທົ່າກັບ 103% ຂອງແຜນການປີ, ໃນນັ້ນ ລາຍຮັບພູດຂອງສູນກາງປະຕິບັດຢູ່ແຂວງ ໄດ້ 934.28 ຕື້ກີບເທົ່າກັບ 111% ຂອງແຜນການປີ, ລາຍຮັບພູດຂອງແຂວງ ປະຕິບັດໄດ້ 662.16 ຕື້ກີບ ເທົ່າກັບ 94% ຂອງແຜນການປີ.

ການນຳເຂົ້າສິນຄ້າ ປະຕິບັດໄດ້ 1,211 ລ້ານກວ່າໂດລາສະຫະລັດ ເທົ່າກັບ 99% ຂອງແຜນການ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 34%, ສາເຫດທີ່ພາໃຫ້ເພີ່ມຂຶ້ນ ຍ້ອນການນໍາເຂົ້າໄມ້ບົດ, ການນໍາເຂົ້າເພື່ອຊົມໃຊ້ພາຍໃນ, ການນໍາເຂົ້າຊົ່ວຄາວ ຢູ່ເຂດເສດຖະກິດພິເສດ. ມູນຄ່າການຈໍລະຈອນສິນຄ້າພາຍໃນ (ຂາຍຍົກ, ຂາຍຍ່ອຍ ແລະ ບໍລິການ) ສາມາດປະຕິບັດໄດ້ 5,160 ຕື້ກວ່າກີບ ເທົ່າກັບ 101% ຂອງແຜນການປີ. ພ້ອມນັ້ນກໍໄດ້ເອົາໃຈໃສ່ການພັດທະນາຂົງເຂດວັດທະນະທຳ-ສັງຄົມ ຢ່າງຕັ້ງໜ້າ ໄປຄຽງຄູ່ກັບການພັດທະນາເສດຖະກິດ ແລະ ຂົງເຂດອື່ນໆ ໂດຍຕິດພັນກັບການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ.

ຂອບໃຈຂໍ້ມູນຈາກ: https://bit.ly/3rnHx2X

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/