ກ້າວຕໍ່ໄປ! ສະຫະພັນບານເຕະແຫ່ງຊາດລາວ ຈະພະຍາຍາມຈັດການແຂ່ງຂັນລາວລີກ 1 ປີ 2022


ສະຫະພັນບານເຕະແຫ່ງຊາດລາວຈະພະຍາຍາມ ເປີດການແຂ່ງຂັນລາວລີກ 1 ປະຈຳປີ 2022 ໃນລະຫວ່າງເດືອນມີນາ ຫາ ເດືອນກັນຍາ.

ອີງຕາມການລາຍງານຂອງ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ຈະພະຍາຍາມຈັດການແຂ່ງຂັນລາວລີກ 1 ປະຈຳປີ 2022 ເພື່ອໃຫ້ນັກກິລາໄດ້ມີການຝຶກຊ້ອມ ມີການແຂ່ງຂັນຢ່າງຕໍ່ເນື່ອງທັງເປັນການຄັດເລືອກເອົານັກກິລາມາຕິດທີມຊາດລາວ ໂດຍຈະຂໍອະນຸຍາດຈາກຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ການລະບາດຂອງພະຍາດໂຄວິດ-19 ເພື່ອຈັດການແຂ່ງຂັນລາຍການດັ່ງກ່າວ.

ສຳລັບລາວລີກຕອນນີ້ແມ່ນອີງຈາກລະດູການທີ່ຜ່ານມາ ແລະ ປັດຈຸບັນແມ່ນເປີດຮັບທີມທີ່ຢູ່ຕ່າງແຂວງ ຄາດວ່າບໍ່ໜ້າຈະເກີນ 8 ທີມ ສຳລັບປີນີ້, ສ່ວນລີກ 2 ແມ່ນຈະໃຫ້ແຂວງຈັດເອງ ເປັນຂອງແຂວງເອງ, ຫຼັງຈາກນັ້ນ ຈະເອົາທີ 1 ມາແຂ່ງກັນເພື່ອເລື່ອນຊັ້ນ.

ຂອບໃຈຂໍ້ມູນຈາກ: https://bit.ly/3GqJBxD

ຮູບພາບຈາກ: https://bit.ly/3A1IstR

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/