ຈີນຄົ້ນພົບຟອສຊິລປາບູຮານຊະນິດໃໝ່ທີ່ມີອາຍຸກວ່າ 400 ລ້ານປີ ແລະ ມີຮູບຮ່າງຄ້າຍຄືໃສ່ໝວກກັນນັອກ


ຕາມການລາຍງານຂອງສຳນັກຂ່າວ ຊິນຫົວ (Xinhua) ໄດ້ລະບຸວ່າ ສຳນັກງານວາງແຜນແລະຊັບພະຍາກອນທຳມະຊາດ ຊົງຊິ່ງ (Chongqing) ຂອງຈີນໄດ້ເປີດເຜີຍວ່າ ຄະນະຜູ້ຊ່ຽວຊານຈີນໄດ້ຄົ້ນພົບຟອສຊິລປາບູຮານ ທີ່ມີອາຍຸເກົ່າແກ່ເຖິງ 436 ລ້ານປີ ໂດຍປາບູຮານສາຍພັນນີ້ມີຊື່ວ່າ “Binhai Yongdong (ປິນໄຫ່ ຫຍົ່ງຕົ້ງ)” ຫຼື Yongdongaspis littoralis ເຊິ່ງຈັດເປັນປາກາລີແອສພິດາ (Galeaspida) ຊະນິດໜຶ່ງທີ່ມີຄວາມຍາວພຽງ 4-5 ຊັງຕີແມັດ ມີຖິ່ນກຳເນີດໃນອາຊີຕາເວັນອອກ ສ່ວນໃຫຍ່ອາໃສຢູ່ໃນສະພາບແວດລ້ອມທະເລນ້ຳຕື້ນແລະຊາຍຝັ່ງທະເລ.

ຈາກຜົນການສຶກສາທີ່ໄດ້ເຜີຍແຜ່ໃນວາລະສານ Acta Geologica Sinica ລະບຸວ່າຟອສຊິລຂອງປາດັ່ງກ່າວສະແດງໃຫ້ເຫັນຊັ້ນກະດູກທີ່ແຂງຢູ່ເທິງຫົວຂອງປາບູຮານ ເຊິ່ງມັນມີລະສະລັກຄ້າຍຄືໝວກແລະເບິ່ງຄ້າຍຄືວ່າມັນກຳລັງໃສ່ໝວກກັນນັອກຢູ່ນັ້ນເອງ.

ເຊິນຫຍາງ (Chen Yang) ຜູ້ຂຽນຫຼັກແລະວິສະວະກອນອາວຸໂສຈາກສະຖາບັນທໍລະນີວິທະຍາແລະຊັບພະຍາກອນແຮ່ຊົງຊິ່ງ ກ່າວວ່າ ການຄົ້ນພົບປາບູຮານຊະນິດໃໝ່ນີ້ມັນໄດ້ຊ່ວຍໃຫ້ເຜີຍເຖິງການປ່ຽນແປງບາງໄລຍະໃນວິວັດທະນາການຂອງປາ Galeaspida.

ທາງດ້ານ ຈູມິ່ນ (Zhu Min) ຜູ້ຊ່ຽວຊານສັດມີກະດູກສັນຫຼັງ ຄາດການວ່່າຟອສຊິລປາທີ່ພົບໃນຊົງຊິ່ງຈະໃຫ້ຫຼັກຖານໃໝ່ໆ ວ່າດ້ວຍການແບ່ງຍ່ອຍແລະຄວາມສຳພັນຂອງຫີນຕະກອນທະເລສີແດງຕອນເທິງ ໃນພື້ນທີ່ຕອນໃຕ້ຂອງຈີນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/