ສາວົກເຄື່ອງຫຼິ້ນ 18+ ຕ້ອງອຸທານ! ເມື່ອບໍລິສັດຍີ່ປຸ່ນອອກແບບ Sex toy ທີ່ມີຮູບຊົງເປັນຈອກຊານົມໄຂ່ມຸກ


ຕັ້ງແຕ່ອະດີດຈົນຮອດປັດຈຸບັນ ຖ້າເວົ້າເຖິງເລື່ອງຄວາມຄິດປະດິດສ້າງແມ່ນຕ້ອງຍົກໃຫ້ປະເທດຍີ່ປຸ່ນແທ້ໆ  ເພາະບໍ່ວ່າປີໃດເຂົາເຈົ້າກໍຈະມັກນຳສະເໜີຄວາມຄິດສ້າງສັນຢູ່ເໝີ. ນອກຈາກນີ້ ຖ້າຫາກເວົ້າເຖິງເລື່ອງ 18+ ຍີ່ປຸ່ນກໍຖືໄດ້ວ່າຈັດຢູ່ໃນອັນຕົ້ນໆ ໃນຄວາມຄິດຂອງໃຜຫຼາຍໆ ຄົນເລີຍ ແລະ ເມື່ອບໍ່ດົນມານີ້ກໍໄດ້ມີບໍລິສັດຍີ່ປຸ່ນໄດ້ຜະລິດ sex toy ທີ່ເປັນ ນ້ອງ ຫອຍກະປ໋ອງ (Pocket Pussy) ໂດຍມີຮູບຊົງເປັນຈອກຊານົມໄຂ່ມຸກ ທີ່ຫຼາຍຄົນເຫັນແລ້ວຕ້ອງຕະລຶງ.

ສິ່ງທີ່ຫຼາຍຄົນເຫັນຕໍ່ໄປນີ້ ເບິ່ງຜ່ານໆ ອາດຄິດວ່າມັນເປັນຈອກຊານົມທຳມະດາ, ແຕ່ແທ້ຈິງແລ້ວມັນຄື ນ້ອງ ຫອຍກະປ໋ອງ (Pocket Pussy) ແລະ ມັນມີຊື່ວ່າ Tapioca Kimochi ຜະລິດໂດຍບໍລິສັດ Deep’s ປະເທດຍີ່ປຸ່ນ ເຊິ່ງມີລາຄາ 900 ເຢນ ຫຼື ປະມານ 90,000 ກີບຕໍ່ອັນ.

ຄວາມພິເສດຂອງ ນ້ອງ ຫອຍກະປ໋ອງນີ້ ບໍ່ພຽງແຕ່ມີຮູບຮ່າງ ຫຼື ກິ່ນທີ່ຄ້າຍຄືຊານົມຂອງແທ້ ແຕ່ທາງໃນຂອງມັນຍັງມີລູກຫຼິ້ນທີ່ມີເມັດເປັນສີດຳໆ ຄາດວ່າຈຳລອງຈາກເມັດໄຂ່ມຸກຂອງແທ້ ເພື່ອໃຫ້ຜູ້ໃຊ້ຮູ້ສຶກເຖິງຣົດຊາດຊານົມໄຂ່ມຸກທີ່ເຂົາເຈົ້າຄຸ້ນເຄີຍ.

ເຈົ້າຂອງຜູ້ຜະລິດຍັງບອກອີກວ່າ ໄຂ່ມຸກ ທີ່ເປັນລູກຫຼິ້ນພິເສດຂອງນ້ອງຫອຍກະປ໋ອງນີ້ ຈະຊ່ວຍກະຕຸ້ນອາລົມຂອງຜູ້ໃຊ້ໄດ້ຍິ່ງຂຶ້ນ.

ໃນຂະນະທີ່ໃຊ້ງານ ໄຂ່ມຸກທີ່ຢູ່ທາງໃນກໍຈະກິ້ງໄປມາຕາມຈັງຫວະຂອງຜູ້ໃຊ້ ຄືດັ່ງທີ່ເຫັນໃນຮູບພາບລຸ່ມນີ້ ນັ້ນໝາຍຄວາມວ່າ ໄຂ່ມຸກຈະສຳຜັດກັບອະໄວຍະວະເພດຊາຍເກືອບຈະທຸກສ່ວນ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/