ຜີນໍ້າສ້າງ Sadako ໄດ້ເປີດຊ່ອງ YouTube ຂອງຕົນເອງຢ່າງເປັນທາງການແລ້ວ!


ແຟນພັນແທ້ໜັງສະຫຍອງຂວັນ ຄົງຈະມີໃຜບໍ່ຮູ້ຈັກ Ringu ຮູບເງົາປີ 1998 ທີ່ດັັດແປງມາຈາກ The Ring ນິຍາຍຂາຍດີ ຂອງທ່ານ Koji Suzuki ຜູ້ຖືກເອີ້ນວ່າ ‘ສະຕີເວັ້ນ ຄິງ ແຫ່ງປະເທດຍີ່ປຸ່ນ’ ເຊິ່ງໄດ້ເລົ່າເລື່ອງຂອງ ‘Yamamura Sadako’ ທີ່ເປັນວິນຍານທີ່ມີຄວາມແຄ້ນ ແລະ ໄດ້ບີບອັດຄວາມແຄ້ນໄວ້ໃນວິດີໂອ ໃຜທີ່ໄດ້ເບິ່ງວິດີໂອທີ່ເຫັນຜີສາວຊຸດຂາວ ຜົມປົກໜ້າຄານຂຶ້ນມາຈາກນໍ້າສ້າງນັ້ນ ຈະມີອັນເປັນໄປພາຍໃນ 7 ມື້.

ຈາກຕົວລະຄອນຜີ ທີ່ຄົນສ່ວນຫຼາຍຈື່ຈໍານັ້ນ ຫຼ້າສຸດເມື່ອວັນທີ 5 ມີນາ 2022 ທີ່ຜ່ານມາ ຊ່ອງ YouTube ຢ່າງເປັນທາງການ ຂອງຜີບໍ່ນໍ້າສ້າງ ກໍໄດ້ຖືກສ້າງຂຶ້ນມາແລ້ວ! ຊ່ອງດັ່ງກ່າວ ຖືກຕັ້ງຊື່ວ່າ 貞子の井戸暮らし ຫຼື “Sadako’s Well Living” ເຊິ່ງເປັນສ່ວນໜຶ່ງຂອງການໂຄສະນາຮູບເງົາໃໝ່ Sadako DX ທີ່ກໍາລັງຈະເຂົ້າສາຍໃນໂຮງ. ໃນຊ່ອງດັ່ງກ່າວ ຈະນໍາສະເໜີຊີວິດຄວາມເປັນ ‘ໄວໜຸ່ມ’ ຂອງຜີ Sadako ໂດຍເລີ່ມຄານອອກມາຈາກໂທລະພາບ ມີບໍ່ນໍ້າສ້າງໃນຕໍານານນັ້ນ ຕັ້ງຢູ່ນຳໃນຫ້ອງແບບຍີ່ປຸ່ນດັ້ງເດີມ ເຊິ່ງໃນໄວໆນີ້ກໍຈະມີຄລິບທີ່ສະເໜີໄປຕາມລໍາດັບເຊັ່ນ: ກິດຈະກໍາການຫຼິ້ນເກມ, ແຕ່ງກິນ, ຮ້ອງເພງ ກິດຈະວັດໃນຕອນເຊົ້າ ຫຼື ຄລິບຖາມ-ຕອບນໍາກໍມີ.

ນອກຈາກການໂຄສະນາຊ່ອງ YouTube ແລະ ຮູບເງົາໃໝ່ແລ້ວ ກໍຍັງມີການຮ່ວມມືກັນກັບເກມ Dead by Daylight  ກໍຄື Sadako Rising ທີ່ກໍາລັງປ່ອຍຄລິບວິດີໂອຕົວຢ່າງມາໂຄສະນາມາແລ້ວ ແລະ ມີຂໍ້ຄວາມວ່າ: ‘ຖ້າໃຜໄດ້ເບິ່ງວິດີໂອນີ້ແລ້ວ ຈະບໍ່ສາມາດຢ້ອນຄືນໂຊກຊະຕາໃຫ້ຫວນກັບໄປໄດ້ ຖ້າຫາກຢາກມີຊີວິດລອດຕໍ່ໄປ ຕ້ອງນໍາຄລິບໄປເຜີຍແຜ່ຕໍ່ເທົ່ານັ້ນ!’ ເພື່ອຈະລອດຈາກຄໍາສາບ.

ແຟນໆທີ່ມັກຄວາມສະຫຍອງຂວັນແບບນີ້ ກໍລອງຕິດຕາມຜົນງານຕ່າງໆຂອງລາວໄດ້ ເພາະຍຸກວິດີໂອໝົດໄປແລ້ວ ຍຸກ YouTube ທີ່ທັນສະໄໝກໍເຂົ້າມາແທນ, ແມ່ນແຕ່ຜີກໍຕ້ອງປັບປ່ຽນການຢູ່ກິນໄປນໍາ ຫຼື ຜູ້ໃດທີ່ເຄີຍຢ້ານ ບໍ່ແນ່ຖ້າເບິ່ງໄປດົນໆ ກໍອາດກາຍເປັນຫຼົງມັກກໍເປັນໄດ້.

ຊ່ອງຢູທູບ: https://bit.ly/37n2zsp

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/