ພູເບ້ຍ ກຽມເປັນແຫຼ່ງທ່ອງທ່ຽວ ແບບອະນຸລັກທຳມະຊາດ “ສະຫວັນ ທະເລໝອກ”


ແຂວງໄຊສົມບູນ ເປັນແຂວງໜຶ່ງຂອງລາວທີ່ເຕັມໄປດ້ວຍທຳມະຊາດພູຜາປ່າໄມ້ ທີ່ສວຍສົດງົດງາມ ອຸດົມສົມບູນໄປດ້ວຍຕົ້ນໄມ້ ສັດສາວາສິ່ງນານາຊະນິ, ພ້ອມກັນນີ້ ຍັງມີແຫຼ່ງທ່ອງທ່ອງທ່ຽວທີ່ທຳມະຊາດໄດ້ສ້າງຂຶ້ນເປັນຈຳນວນຫຼາຍກໍວ່າໄດ້. ພູເບ້ຍ ພູທີ່ສູງທີ່ສຸດໃນປະເທດລາວ ກໍເປັນອີກສະຖານທີ່ແຫ່ງໜຶ່ງທີ່ໂດດເດັ່ນທີ່ສຸດຂອງແຂວງໄຊສົມບູນ ເປັນທີ່ດຶງດູດໃຫ້ແຫ່ນັກທ່ອງທ່ຽວ ບໍ່ວ່າຈະທັງພາຍໃນ ແລະ ຕ່າງປະເທດ. ພິເສດສຸດ ອີກບໍ່ດົນກໍຈະກາຍເປັນເປັນແຫຼ່ງທ່ອງທ່ຽວອະນຸລັກທຳມະຊາດ ສະຫວັນທະເລໝອກ ພູເບ້ຍ.

ວັນທີ 4 ມີນາ 2022 ທີ່ຜ່ານມາ ທາງຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ແລະ ກຸ່ມບໍລິສັດຄຳໄພສົມຊະນະ ຈຳກັດຜູ້ດຽວ (KPG) ໄດ້ຮ່ວມກັນຈັດກອງປະຊຸມ ສ້າງຄວາມເຂັ້ມແຂງໃນການສຳຫຼວດ ແລະ ອະນຸລັກຊີວະນານາພັນ ພູເບ້ຍ ທີ່ຫ້ອງປະຊຸມ ແຂວງໄຊສົມບູນ ເພື່ອກຽມຄວາມພ້ອມໃນການພັດທະນາ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ອະນຸລັກທຳມະຊາດ ສະຫວັນທະເລໝອກ ພູເບ້ຍ.

ພູເບ້ຍ ແມ່ນຕັ້ງຢູ່ເມືອງ ອານຸວົງ ຫ່າງຈາກເທສະບານເມືອງ ປະມານ 30 ກິໂລແມັດ ໄປທາງທິດເໜືອ, ຢູ່ເທິງຈອມພູເບ້ຍ ອຸນຫະພູມສະເລ່ຍ ປະມານ -5 ອົງສາ, ອຸດົມສົມບູນໄປດ້ວຍພືດຊີວະນານາພັນ, ພ້ອມທັງມີສັດປ່າຫຼາຍຊະນິດ. ນອກຈາກນີ້ ຍັງມີພືດຊະນິດໜຶ່ງ ທີ່ປົກຫຸ້ມທົ່ວພື້ນດິນຄ້າຍຄືກອງເຟືອງ ແລະ ມີໄມ້ມຸງຄຸນທີ່ຫາຍາກເຊັ່ນ: ໄມ້ໂລ່ງເລ່ງ ເປັນຈຳນວນຫຼາຍພັນຕົ້ນຢັ່ງຢາຍໄປຕາມເປີ້ນພູ ຢູ່ເທິງຈອມພູເບ້ຍອາກາດສົດຊື່ນ ແລະ ຊຸ່ມເຢັນຕະຫຼອດ ເໝາະແກ່ການທ່ຽວຊົມພັກຜ່ອນຕາກອາກາດ ຫຼື ຜູ້ທີ່ມັກສຳຜັດກັບຄວາມໜາວເຢັນ.

ການຮ່ວມມືລະຫວ່າງ ຄະນະວິທະຍາສາດທຳມະຊາດ ແລະ KPG ເພື່ອສຶກສາສຳຫຼວດເກັບຂໍ້ມູນ ແລະ ຄົ້ນຄວ້າວິໄຈຊັບພະຍາກອນທຳມະຊາດ ແລະ ຊີວະນານາພັນ ທີ່ເກີດຂຶ້ນ ແລະ ມີຢູ່ນຳທຳມະຊາດ ເຊັ່ນ: ພືດນານາພັນຊະນິດ, ຕົ້ນໄມ້, ສັດ, ສະພາບແວດລ້ອມ, ອາກາດ, ດິນ ແລະ ແຫຼ່ງນ້ຳ ທີ່ຢູ່ໃນຂອບເຂດບໍລິເວນດັ່ງກ່າວ ເພື່ອເປັນຂໍ້ມູນປະກອບໃສ່ບົດວິພາກເສດຖະກິດໃຫ້ KPG ເພື່ອກະກຽມເຊັນສັນຍາ ພັດທະນາເປັນແຫຼ່ງທ່ອງທ່ຽວອະນຸລັດທຳມະຊາດ ສະຫວັນທະເລໝອກ ພູເບ້ຍ ຕາມຂັ້ນຕອນຢ່າງເປັນທາງການໃນຕໍ່ໜ້າ ເຊິ່ງເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ແຂວງໄຊສົມບູນ.

ຂອບໃຈຂໍ້ມູນຈາກ: https://bit.ly/35PN63t

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/