Roman Abramovich ເຈົ້າຂອງທີມ Chelsea ຖືກອັງກິດຂວຳ້ບາດ ຍຶດຊັບ ລວມເຖິງສະໂມສອນບານເຕະ


ຈາກສະຖານະການທີ່ເກີດຂຶ້ນກ່ອນໜ້ານີ້ ( ອ່ານໄດ້ທີ່: https://laox.la/sport/21259/ ) ເຮັດໃຫ້ Roman Abramovich ມະຫາເສດຖີຊາວຣັດເຊຍເຈົ້າຂອງສະໂມສອນ Chelsea ໄດ້ຖືກຂວ້ຳບາດ ຢ່າງເປັນທາງການໂດຍລັດຖະບານອັງກິດ. ເຮັດໃຫ້ຊັບສິນທັງໝົດຂອງລາວ ໃນປະເທດອັງກິດ ລວມທັງສະໂມສອນ Chelsea ໄດ້ຖືກອາຍັດໄວ້.

ເຫດການນີ້ສົ່ງຜົນກະທົບຕໍ່ Chelsea ຢ່າງໜັກໜ່ວງ ເນື່ອງຈາກສະໂມສອນຍັງເປັນກຳມະສິດ ຂອງ Roman Abramovich ຈຶ່ງເຮັດໃຫ້ສະໂມສອນບໍ່ສາມາດເຮັດທຸລະກຳຕ່າງໆໄດ້ເລີຍເຊັ່ນ: ໃນຕອນນີ້ສະໂມສອນບໍ່ສາມາດຂາຍປີ້ເຂົ້າເບິ່ງການແຂ່ງຂັນໄດ້ ເຊິ່ງແຟນບານທີ່ຈະເຂົ້າເບິ່ງການແຂ່ງຂັນໄດ້ນັ້ນ ແມ່ນມີແຕ່ແຟນທີ່ຊື້ປີ້ເປັນປີເທົ່ານັ້ນ (Season Ticket), ບໍ່ສາມາດເຮັດທຸລະກຳຊື້ຂາຍນັກເຕະ, ຂະຫຍາຍສັນຍານັກເຕະຄູຝຶກ ລວມໄປຮອດບັນດາທີມງານຕ່າງໆ ແລະ ການຂາຍສິນຄ້າຕ່າງໆຂອງສະໂມສອນກໍບໍ່ສາມາດເຮັດໄດ້.

ແຕ່ຫຼ້າສຸດກ່ຽວກັບການຂາຍສະໂມສອນ ແມ່ນ Mat Law ນັກຂ່າວທີ່ໜ້າເຊື່ອຖືອັນດັບ 1 ໃນເລື່ອງຂອງ Chelsea ແລະ ສື່ຊື່ດັງເຊັ່ນ Telegraph ລາຍງານວ່າ Roman Abramovich ຍັງສາມາດຂາຍສະໂມສອນໄດ້ຢູ່ ແຕ່ຕ້ອງມອບໝາຍໃຫ້ລັດຖະບານອັງກິດເບິ່ງແຍງ ແລະ ຮັບຜິດຊອບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/