ຈະຮັບມືແນວໃດ ເມື່ອຕ້ອງຢູ່ໃກ້ຄົນ Toxic


ຈາກບົດຄວາມກ່ອນໜ້ານີ້ທີ່ໄດ້ນໍາສະເໜີມຸມມອງທີ່ເກີດມາຈາກຕົວເຮົາເອງ ທີ່ເປັນພິດ (Toxic) ຕໍ່ຄົນອື່ນ ຈົນກາຍເປັນສາເຫດທີ່ພາໃຫ້ຄົນອື່ນຮູ້ສຶກອຶດອັດ ບໍ່ສະບາຍໃຈ ຈົນຕັດຄວາມສຳພັນນໍາເຮົາໄປ. ແຕ່ກໍມີຫຼາຍຄົນທີ່ອາດຄັດຄ້ານວ່າ: ຂ້ອຍບໍ່ໄດ້ເປັນຄົນ Toxic!! ແຕ່ເປັນຜູ້ຖືກກະທໍາ !!ຈະຕ້ອງເຮັດແນວໃດ?

ຖ້າຄົນ Toxic ເປັນຄົນທີ່ຢູ່ໃກ້ຕົວເຮົາເອງ ເຊັ່ນ: ຄົນຮັກ, ຄົນໃນຄອບຄົວ, ເພື່ອນຮ່ວມງານ, ຫົວໜ້າ, ກໍຄົງບໍ່ແມ່ນເລື່ອງງ່າຍເລີຍທີ່ຈະຫຼີກເວັ້ນຢູ່ຫ່າງກັນ ຍ້ອນຄວາມຈຳເປັນທາງດ້ານໜ້າທີ່.

  1. ກຳນົດຂອບເຂດຂອງຕົນເອງໃຫ້ຊັດເຈນ: ບໍ່ປ່ອຍໃຫ້ຄົນ Toxic ມີອິດທິພົນຈົນລຸກລ້ຳພື້ນທີ່ສ່ວນຕົວຂອງເຮົາ,ຈໍາກັດເວລາ, ຈໍາກັດຊ່ອງທາງທີ່ຈະກໍ່ໃຫ້ເກີດບັນຫາ. ຖ້າຍັງບໍ່ດີຂຶ້ນ ຕ້ອງບອກເຫດຜົນອອກໄປຕາມຄວາມຈິງວ່າ ເຮົາບໍ່ມັກສິ່ງທີ່ອີກຝ່າຍກຳລັງກະທຳຕໍ່ເຮົາ ດ້ວຍນ້ຳສຽງທີ່ສຸພາບ ແລະ ເລືອກໃຊ້ຄຳເວົ້າທີ່ເໝາະສົມ.
  2. ຢ່າຕົກຂຸມອຳພາງຂອງຄົນ Toxic: ບາງຄັ້ງ ຄົນ Toxic ມັກມີວິທີການທີ່ແນບນຽນໃຫ້ເຮົາກາຍເປັນຝ່າຍຜິດເອງ ທັ້ງໆທີ່ບໍ່ແມ່ນຄວາມຜິດຂອງເຮົາ ແລະ ຖ້າເຮົາບໍ່ຈັດການອາລົມຂອງເຮົາໃຫ້ດີ ຫຼົງສະແດງພຶດຕິກໍາທີ່ບໍ່ໜ້າຮັກອອກໄປ ກໍເທົ່າກັບວ່າເຮົາກຳລັງຕົກຂຸມອຳພາງທີ່ອີກຝ່າຍສ້າງກັບດັກເອົາໄວ້.
  3. ພະຍາຍາມຮັກສາໄລຍະຫ່າງ: ພະຍາຍາມຢູ່ໃຫ້ຫ່າງຈາກບຸກຄົນດັ່ງກ່າວ ພະຍາຍາມບໍ່ໃຫ້ຄ່າຕໍ່ການກະທຳ ຫຼື ຄໍາເວົ້າທີ່ເປັນພິດຂອງອີກຝ່າຍ, ຊອກຫາມຸມສະຫງົບທີ່ເປັນຂອງຕົນເອງ ເຊັ່ນ: ຍ້າຍໄປຢູ່ບ່ອນອື່ນ ຫຼື ຈັດສັນພື້ນທີ່ໃຫ້ຫ່າງຈາກຄົນທີ່ເປັນພິດ.
  4. ແກ້ໄຂຂໍ້ຂັດແຍ້ງແບບສ້າງສັນ: ຖ້າເກີດຂໍ້ຂັດແຍ່ງເກີດຂຶ້ນ ໃຫ້ພະຍາຍາມຫາທາງອອກຮ່ວມກັນແບບສ້າງສັນ ຫຼີກເວັ້ນການໃຊ້ຄຳເວົ້າຮຸນແຮງ ຫຼື ການກະທຳທີ່ນຳພາໃຫ້ເກີດການຜິດຖຽງກັນແບບຮຸນແຮງ.
  5. ໃຫ້ອະໄພ ແຕ່ບໍ່ລືມ: ເຖິງແມ່ນວ່າບາງຄົນຈະມີພຶດຕິກໍາທີ່ເປັນພິດ ແຕ່ກໍບໍ່ມີຄວາມໝາຍຫຍັງທີ່ເຮົາຕ້ອງໄປໃຫ້ລາຄາ ແລະ ເກັບເອົາທຸກໆການກະທຳຂອງອີກຝ່າຍມາຄິດຄຽດແຄ້ນ ເພາະຍິ່ງກໍາຄວາມຄຽດໄວ້ກັບຕົນເອງດົນເທົ່າໃດ ຍິ່ງຈະມີແຕ່ພາໃຫ້ເຮົາເຄັ່ງຄຽດເປັນທຸກຫຼາຍຂຶ້ນເທົ່ານັ້ນ. ທັງນີ້,​ ການໃຫ້ອະໄພ ບໍ່ໄດ້ໝາຍເຖິງວ່າເຮົາຈະລືມ ແຕ່ເຮົາຈົດຈໍາໄວ້ເພື່ອໃຫ້ເຮົາມີສະຕິລະວັງຕົວຢູ່ສະເໝີ.
  6. ຢ່າຮູ້ສຶກຜິດທີ່ຕ້ອງກ່າວປະຕິເສດ: ການກ່າວຮ້າຍ, ໂຍນຄວາມຜິດມາໃຫ້ອີກຝ່າຍ ຫຼື ນັບທັງການໂຍນຄວາມຮັບຜິດຊອບວ່າມັນເປັນໜ້າທີ່ທີ່ເຮົາຕ້ອງເຮັດສິ່ງນີ້ໃຫ້ພວກເຂົາ ເປັນວິທີທີ່ຄົນເປັນພິດມັກຈະປະຕິບັດຕໍ່ຄົນທີ່ປະຕິເສດບໍ່ເກັ່ງ. ຖ້າມັນບໍ່ແມ່ນຄວາມຜິດຂອງເຮົາ ຫຼື ບໍ່ແມ່ນໜ້າທີ່ຂອງເຮົາທີ່ຕ້ອງເຮັດສິ່ງນັ້ນ ຈົ່ງກ້າທີ່ຈະເວົ້າຄວາມຈິງ ຫຼື ປະຕິເສດອອກໄປ. 
  7. ເຊົາກັງວົນກັບເລື່ອງເລັກໆນ້ອຍໆ: ຢູ່ໃສມີຄົນ ຢູ່ທີ່ນັ້ນມີເລື່ອງຈຸກຈິກເລັກນ້ອຍເກີດຂຶ້ນ ເປັນທຳມະດາ. ບໍ່ວ່າຈະເປັນເລື່ອງຊຸບຊິບນິນທາທີ່ເຮົາອາດໄດ້ຍິນຈາກຄົນອື່ນກ່າວເຖິງເຮົາໃນທາງບໍ່ດີທັງໆທີ່ບໍ່ແມ່ນຄວາມຈິງ, ເລື່ອງຜິດຖຽງກັນເລັກໆນ້ອຍໆໃນສະຖານທີ່ເຮັດວຽກ ລ້ວນແລ້ວແຕ່ເປັນສິ່ງທີ່ຫຼີກລ້ຽງຍາກ. ດັ່ງນັ້ນ,​ ຢ່າຖືສາກັບເລື່ອງເຫຼົ່ານີ້ ເພາະມັນຈະເຮັດໃຫ້ເຮົາເສຍເວລາ ແລະ ສູນເສຍສຸຂະພາບຈິດ.
  8. ຕັດພວກເຂົາອອກຈາກຊີວິດ: ຖ້າຫາກໃຊ້ທຸກວິທີແລ້ວ ແຕ່ບໍ່ໄດ້ຜົນດີຂຶ້ນ ແຕ່ຍັງຮຸນແຮງຂຶ້ນເລື້ອຍໆ, ອາດເຖິງເວລາທີ່ຕ້ອງຕັດພວກເຂົາເຫຼົ່ານີ້ອອກຈາກຊີວິດໃນທຸກຊ່ອງທາງ ເພື່ອບໍ່ໃຫ້ໂອກາດພວກເຂົາກັບເຂົ້າມາໃນຊີວິດອີກ. ແນ່ນອນວ່າເຮົາອາດຄິດເຖິງຜົນສະທ້ອນຕາມມາຈາກການກະທຳດັ່ງກ່າວ ແຕ່ການທີ່ເຮົາອົດທົນຮັກສາຄົນເປັນພິດໄວ້ ກໍມີແຕ່ຈະສ້າງບັນຫາໃຫ້ເຮົາທະວີຄູນຂຶ້ນທຸກມື້ບໍ່ຈົບບໍ່ສິ້ນ. ສະນັ້ນ, ເລືອກຮັກສາແຕ່ຄົນທີ່ເປັນພະລັງງານບວກ ຄົນທີ່ຊ່ວຍສົ່ງເສີມກັນທາງດ້ານແນວຄວາມຄິດ ທັດສະນະຄະຕິ ມຸມມອງທີ່ດີ ໄວ້ຂ້າງໆກັນກໍພໍແລ້ວ.

ແຫຼ່ງຂໍ້ມູນອ້າງອີງ:

http://tinyurl.com/4nm7pe7k

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/