ປະຕູໃນເລື່ອງ Titanic ຖືກປະມູນໄປໃນລາຄາ 718,750 ໂດລາ


The Hollywood Reporter ໄດ້ລາຍງານວ່າ ປະຕູທີ່ຊ່ວຍຊີວິດ Rose ຮັບບົດໂດຍ Kate Winslet ໃນສາກສຸດທ້າຍຂອງຮູບເງົາ Titanic ຖືກຂາຍໄປໃນການປະມູນດ້ວຍລາຄາ 718,750 ໂດລາ ການປະມູນດັ່ງກ່າວຖືກຈັດຂຶ້ນໂດຍບໍລິສັດ Heritage Auctions.

ປະຕູດັ່ງກ່າວຖືວ່າເປັນອຸປະກອນປະກອບສາກທີ່ຖືກປະມູນໄປດ້ວຍລາຄາສູງສຸດໃນການປະມູນໃນຄັ້ງນີ້ ນອກຈາກນີ້ຍັງມີການປະມູນຊຸດຂອງນັກສະແດງທີ່ໃຊ້ໃນການຖ່າຍທຳ ‘Titanic’ ເຊິ່ງຖືກປະມູນໄປດ້ວຍລາຄາ 120,000 ໂດລານັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/