Mere-Exposure Effect ເພາະວ່າມັກຈຶ່ງບໍ່ຢາກປ່ຽນໃຈ


ທຸກຄົນເຄີຍເປັນບໍ່ທີ່ມັກຈະເຮັດກິດຈະກຳບາງຢ່າງຊ້ຳໆເດີມໆເປັນປະຈຳເຊັ່ນ ມັກນັ່ງຢູ່ທີ່ປະຈຳ, ກິນອາຫານເມນູເກົ່າຮ້ານເດີມທຸກມື້, ຟັງເພງວົນໄປວົນມາ, ເບິ່ງຮູບເງົາເລື່ອງເດີມເລື້ອຍໆໂດຍທີ່ບໍ່ຮູ້ສຶກເບື່ອເລີຍ ເຊິ່ງທຸກຄົນກໍຄືຊິຄິດແມ່ນບໍ່ວ່າເປັນພຽງຄວາມຮູ້ສຶກມັກໃນບາງສິ່ງບາງຢ່າງ ແຕ່ແທ້ຈິງແລ້ວມັນມີຫຼັກຈິດຕະວິທະຍາເຊື່ອງຊ້ອນຢູ່ໃນນັ້ນເຊິ່ງສິ່ງນີ້ມັນເອີ້ນວ່າ ‘Mere-Exposure Effect ‘

Mere-Exposure Effect ຄືພາວະທີ່ເຮົາຄຸ້ນເຄີຍກັບສິ່ງໃດສິ່ງໜຶ່ງ ບໍ່ວ່າຈະເກີດຈາກການໄດ້ສຳຜັດ, ການໄດ້ຍິນ ເຊິ່ງສິ່ງເຫຼົ່ານີ້ຈະພັດທະນາຄວາມພຶງພໍໃຈຕໍ່ສິ່ງຕ່າງໆທີ່ເຮົາໄດ້ພົບເຈິຈົນເກີດຄວາມຄຸ້ນເຄີຍ ແລະ ຄຸ້ນຊິນຈົນບໍ່ຄິດທີ່ຢາກປ່ຽນໃຈເພື່ອຫາສິ່ງອື່ນ ຫຼື ເຮັດຢ່າງອື່ນ

ລອງຄິດຫາເພງບາງເພງທີ່ຕອນທຳອິດທີ່ຟັງເຮົາກໍບໍ່ໄດ້ມັກຂະໜາດນັ້ນ ແຕ່ພໍໄດ້ຍິນໄປເລື້ອຍໆ ໝູ່ອ້ອມຂ້າງກໍເປີດ, ໄປກິນເຂົ້າຮ້ານອາຫານກໍເປີດ ແລ້ວເຮົາກໍກັບວ່າມັກເພງນີ້ໃນທີ່ສຸດ ນັ້ນກໍຄືຄວາມຄຸ້ນເຄີຍໃນຕອນທຳອິດທີ່ເຮົາບໍ່ໄດ້ມັກນັ້ນກໍເພາະວ່າເຮົາຍັງບໍ່ມີຄວາມຄຸ້ນເຄີຍກັບມັນ ແຕ່ພໍເລີ່ມຄຸ້ນເຄີຍແລ້ວມັນກໍຈະກາຍເປັນເພງທີ່ເຮົາຕະຫຼອດຊ້ຳໆໂດຍບໍ່ຮູ້ເບື່ອ.

ຫຼັກຈິດຕະວິທະຍາຂອງ Mere-Exposure Effect ຖືກມາປັບໃຊ້ໃນການຕະຫຼາດ ມາປະຍຸກໃຊ້ໃນການໂຄສະນາເພື່ອດຶງດູດລູກຄ້າ ໂດຍການພະຍາຍາມເຮັດໃຫ້ຄົນໄດ້ເຫັນຜະລິດຕະພັນ ຫຼື ໂຄສະນາຂອງຜະລິດຕະພັນໃຫ້ໄດ້ຫຼາຍທີ່ສຸດ ບໍ່ວ່າຈະເປັນໂຄສະນາທີ່ເຮົາເຫັນຜ່ານໜ້າຜ່ານຕາໃນໂທລະທັດ ຫຼື ວິທະຍຸ ໂຄສະນາຕາມສື່ໂຊຊຽວມີເດຍທີ່ເຮົາຫຼິ້ນຜະລິດຕະພັນເຫຼົ່ານີ້ລ້ວນແຕ່ໃຊ້ຫຼັກການ’Mere-Exposure Effect ‘ ໃຫ້ເຮົາເກີດຄວາມຄຸ້ນເຄີຍ ເຖິງແມ່ນວ່າເຮົາຈະເຫັນພຽງຜ່ານໆຕາແຕ່ພໍເຫັນເລື້ອຍໆຕະຫຼອດໆ ທ້າຍທີ່ສຸດຄົນກໍຈະເລີ່ມສົນໃຈ ແລະ ໄປລອງຊື້ມາໃຊ້ກໍກາຍເປັນລູກຄ້າຂອງຜະລິດຕະພັນນັ້ນໄປ ໂດຍໃຈຄວາມສຳຄັນຂອງຫຼັກການ Mere-Exposure Effect ໃນການຕະຫຼາດຄືຄວາມສະໝ່ຳສະເໝີທີ່ໂຄສະນາຈະເຂົ້າມາຜ່ານຕາເລື້ອຍຈົດເກີດຄວາມຈົດຈຳ

ໃນດ້ານຊີວິດປະຈຳວັນທີ່ເຮົາມັກຈະເຮັດສິ່ງໃດເດີມຊ້ຳໆເລື້ອຍນັ້ນສາເຫດຫຼັກກໍຄືຄວາມສະບາຍໃຈຄວາມຮູ້ສຶກປອດໄພ ເຊັ່ນວ່າສະບາຍໃຈທີ່ຈະໃຊ້ຜະລິດຕະພັນນີ້, ເຊື່ອໝັ້ນວ່າກິນອາຫານເມນູນີ້ຮ້ານນີ້ແລ້ວຖືກປາກ, ຢູ່ກັບຄົນນີ້ແລ້ວຮູ້ສຶກປອດໄພເຊິ່ງທຸກຄົນກະຄົງຄິດວ່າກໍດີແລ້ວ ແຕ່ໃນອີກມຸມໜຶ່ງການທີ່ເຮົາເຮັດແຕ່ສິ່ງເດີມໆອາດຈະເປັນການຂວາງຄວາມຄິດເຮົາເຮັດໃຫ້ບໍ່ກ້າອອກຈາກ comfort zone ອອກຈາກພື້ນທີ່ປອດໄພຂອງຕົນເອງ ບໍ່ກ້າທີ່ຈະໄປປະເຊີນກັບສິ່ງໆໃໝ່ຂ້າງໜ້າທີ່ອາດຈະດີກວ່າທີ່ເປັນຢູ່ກໍໄດ້

ບໍ່ແປກທີ່ເຮົາມັກຈະເຮັດຫຍັງຊ້ຳໆຕະຫຼອດ ລອງປັບໃຊ້ຫຼັກການ Mere-Exposure Effect ໃຫ້ເໝາະສົມ ແລະ ຖ້າຫາກມີໂອກາດລອງອອກໄປເຮັດສິ່ງໃໝ່ໆ ໂລກນີ້ອາດຈະຍັງມີເພງ, ອາຫານ, ປຶ້ມ, ສະຖານທີ່ຫຼາກຫຼາຍທີ່ເຮົາອາດຈະມັກແຕ່ເຮົາຍັງບໍ່ທັນພົບເທົ່ານັ້ນ

ຂໍຂອບໃຈຂໍ້ມູນຈາກ:

https://cutt.ly/lw9FCHvP

https://cutt.ly/Kw9FXnr6

https://cutt.ly/Ow9FX3L3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/