5 ເຫດຜົນທີ່ຄວນມັດຜົມກ່ອນນອນ


ບັນຫາທີ່ສາວຜົມຍາວຕ້ອງປະສົບເປັນປະຈຳເວລາຕື່ນນອນຕອນເຊົ້ານັ້ນກໍຄື ຜົມຊີ້ຟູພັນກັນ. ສະນັ້ນ, ອີກໜຶ່ງວິທີທີ່ຢາກແນະນຳກໍຄື: ການມັດຜົມແບບບໍ່ເຄັ່ງຕຶງ (ຫຼົມໆ) ກ່ອນນອນ.

ມື້ນີ້, ແອັດຈະນຳເອົາ 5 ຂໍ້ດີຂອງການມັດຜົມນອນຈະມີຫຍັງແດ່ ເຮົາມາຕິດຕາມນຳກັນ

1). ຊ່ວຍເຮັດໃຫ້ຜົມບໍ່ປົກໜ້າເວລານອນຫຼັບ

ໃນຂະນະທີ່ນອນ ຫາກເຮົາປ່ອຍຜົມ ແນ່ນອນຈະເຮັດໃຫ້ເສັ້ນຜົມປົກປິດໃບໜ້າ ກໍໃຫ້ນອນຫຼັບບໍ່ສະໜິດ. ຍ້ອນແນວນັ້ນ, ຂໍແນະນຳໃຫ້ມັດຜົມແບບຊົງສູງຫຼົມໆກ່ອນນອນ ເພື່ອເຮັດໃຫ້ການນອນຫຼັບສະບາຍສະໜິດຂຶ້ນ.

2). ຊ່ວຍປ້ອງກັນການເກີດສິວ

ແນ່ນອນວ່າຫາກບໍ່ສະຜົມ ແລ້ວປ່ອຍເສັ້ນຜົມໃຫ້ປົກໃບໜ້າ, ນ້ຳມັນທີ່ຢູ່ໃນເສັ້ນຜົມ, ສິ່ງເສດເຫຼືອ ແລະ ຂີ້ຝຸ່ນທີ່ຢູ່ໃນເສັ້ນຜົມນັ້ນສາມາດເຮັດໃຫ້ເກີດການອຸດຕັນ ແລະ ເປັນສິວໄດ້. ແຕ່ຖ້າ​ຫາກເຮົາຮວບ​ຜົມ​ໃຫ້​ສູງ​ແລ້ວ​ມັດ​ຜົມແບບຫຼົມໆຈະ​ຮັກສາ​ຜົມ ​ບໍ່ໃຫ້ຖືກໃບໜ້າ ຊ່ວຍຫຼີກເວັ້ນສາເຫດຂອງການເກີດສິວ.

3). ປ້ອງກັນບໍ່ໃຫ້ຜົມພັນກັນ

ບັນຫາທີ່ສາວຜົມຍາວຕ້ອງປະສົບເມື່ອປ່ອຍຜົມນອນ ຄືຜົມພັນກັນ, ແຕ່ບັນຫາເຫຼົ່ານີ້ຈະໝົດໄປ ເມື່ອມັດຜົມກ່ອນນອນເພາະນັ້ນຈະຊ່ວຍໃຫ້ຜົມຂອງທ່ານຊື່ຕົງ, ຈັດຊົງເປັນລະບຽບ ເຖິງແມ່ນວ່າໃນຂະນະທີ່ນອນຫຼັບທ່ານຈະພິກຄີງໄປມາກໍຕາມ.

4). ຊ່ວຍໃຫ້ນອນຫຼັບສະບາຍຂຶ້ນ

ການມັດຜົມ ຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໝຸນວຽນມາລ້ຽງສະໝອງໄດ້ດີ, ຊ່ວຍຜ່ອນຄາຍ ແລະ ນອນສະບາຍຂຶ້ນ.

5). ຊ່ວຍຫຼຸດອາການຜົມຫຼົ່ນ

ການມັດຜົມ ແມ່ນຊ່ວຍຫຼຸດຜ່ອນການສຽດສີ ແລະ ການຫຼຸດເຮ່ຍຂອງເສັ້ນຜົມ. ຫາກວ່າມັດຜົມແບບແໜ້ນເກີນໄປ ຈະເຮັດໃຫ້ຮາກຜົມເຄັ່ງຕຶງ ອາດກໍ່ໃຫ້ຜົມຫຼົ່ນຫຼາຍຂຶ້ນ ແລະ ປວດໜັງຫົວ. ສະນັ້ນ, ແນະນຳໃຫ້ມັດຜົມຫຼົມໆ ຈະຊ່ວຍປ້ອງກັນບໍ່ໃຫ້ຜົມຫຼົ່ນເຮ່ຍ.

ສຸດທ້າຍແລ້ວ, ສາວໆຈະມັດຮວບຜົມ ຫຼື ປ່ອຍຜົມກໍດີ ແຕ່ກໍຄວນສະຜົມເປັນປະຈຳ ແລະ ຫຼີກເວັ້ນການນອນທັບຜົມໂດຍກົງເພາະອາດເຮັດໃຫ້ຜົມພັນກັນ ແລະ ຜົມຫລົ່ນໄດ້.

ແຫຼ່ງທີ່ມາ:

https://www.sanook.com/women/244673/

https://www.sanook.com/women/109669

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/