CATL ປະກາດຮ່ວມມືກັບ Tesla ເພື່ອພັດທະນາເຕັກໂນໂລຊີແບັດເຕີຣີທີ່ສາກໄວເພື່ອຮອງຮັບລົດ EV ລາຄາປະຢັດ


CATL ຜູ້ຜະລິດແບດເຕີຣີລາຍໃຫຍ່ທີ່ສຸດຂອງໂລກ ປະກາດຮ່ວມມືກັບ Tesla ຍັກໃຫຍ່ດ້ານລົດໄຟຟ້າ ໂດຍສຸມໃສ່ການພັດທະນາເຕັກໂນໂລຊີແບັດເຕີຣີທີ່ສາກໄວ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍໃນການຜະລິດ ແລະ ສະໜັບສະໜູນການຜະລິດລົດໄຟຟ້າທີ່ມີລາຄາຕ່ຳກວ່າ 25,000 ໂດລາ.

Robin Zeng ປະທານກຳມະການຂອງ CATL ກ່າວວ່າບໍລິສັດກໍາລັງເຮັດວຽກຮ່ວມກັບ Tesla ຢ່າງໃກ້ຊິດ, ໂດຍສຸມໃສ່ການພັດທະນາໂຄງສ້າງທາງເຄມີໄຟຟ້າແບບໃໝ່ສໍາລັບແບັດເຕີຣີເພື່ອຊ່ວຍຮອງຮັບການສາກໄຟທີ່ໄວຂຶ້ນ.

ນອກຈາກນີ້, CATL ຍັງໃຫ້ການສະໜັບສະໜູນເຄື່ອງຈັກແກ່ໂຮງງານ Tesla ໃນລັດ Nevada ແລະ ວາງແຜນທີ່ຈະຂະຫຍາຍການຮ່ວມມືຂອງຕົນ ໂດຍການໃຫ້ສິດທິການຜະລິດແບັດເຕີຣີແກ່ Ford Motor Co. ໂດຍຜ່ານການເຝິກອົບຮົມຈາກວິສະວະກອນຂອງ Ford.

CATL ໝັ້ນໃຈໃນໂມເດວການອອກໃບອະນຸຍາດການຜະລິດແບັດເຕີຣີ ແລ ະການບໍລິການຫຼັງການຂາຍ. ໂດຍວາງແຜນທີ່ຈະຂະຫຍາຍໂມເດວນີ້ໄປສູ່ຜູ້ຜະລິດລົດໄຟຟ້າອີກ 10-20 ແຫ່ງໃນສະຫະລັດ ແລະ ຢູໂຣບ.

ສຳລັບໂຮງງານຜະລິດແບດເຕີຣີລະຫວ່າງ Ford-CATL ຄາດວ່າຈະເລີ່ມການຜະລິດພາຍໃນທ້າຍປີ 2026, ໂດຍກໍາລັງການຜະລິດທີ່ວາງແຜນຫຼຸດລົງເຫຼືອ 20 GWh ຈາກ 35 GWh.

ການເຄື່ອນໄຫວຂອງ 2 ບໍລິສັດທີ່ໄດ້ຮ່ວມມືກັນໃນຄັ້ງນີ້ຍັງຊີ້ໃຫ້ເຫັນເຖິງ ຄວາມສໍາຄັນຂອງຄວາມໄວ້ວາງໃຈລະຫວ່າງບໍລິສັດຕ່າງປະເທດ. ໂດຍສະເພາະໃນອຸດສາຫະກໍາທີ່ມີຄວາມສັບສົນທາງດ້ານພູມສາດທາງດ້ານການເມືອງ. ການຮ່ວມມືລະຫວ່າງ CATL ແລະ Tesla ຍັງສະທ້ອນໃຫ້ເຫັນ ພັດທະນາ​ເຕັກ​ໂນ​ໂລ​ຊີ​ແບັດ​ເຕີ​ຣີ​ທີ່​ມີ​ການ​ສາກ​ໄວ, ລາຄາ​ຕໍ່າ​ເພື່ອ​ສະໜັບສະໜູນ​ການ​ເຕີບ​ໂຕ​ຂອງ​ຕະຫຼາດ​ລົດ​ໄຟຟ້າ ແລະ ​ຄວາມ​ທ້າ​ທາຍ​ດ້ານຄວາມສຳພັນລະ​ຫວ່າງ​ປະ​ເທດ​ໃນ​ຫ່ວງໂສ້ອຸປະທານ​​ຂອງ​ອຸດ​ສາ​ຫະ​ກຳນີ້.

ທີ່ມາ:

theedgemalaysia

bloomberg

youtube

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/