ການຕັດໄມ້ທຳລາຍປ່າ ເຮັດໃຫ້ໄຂ້ມາລາເລຍລະບາດຮຸນແຮງຂຶ້ນ


ຮູ້ຫຼືບໍ່ ໃນແຕ່ລະປີ ໄຂ້ມາລາເລຍພາກຊີວິດຄົນໄປຫຼາຍກວ່າ 600,000 ທົ່ວໂລກ, ເຊິ່ງຜູ້ທີ່ເສຍຊີວິດ 2/3 ເປັນເດັກນ້ອຍອາຍຸຕ່ຳກວ່າ 5 ປີ ໃນແອຟຣິກາ. ຜົນງານການວິໄຈໃໝ່ໄດ້ບອກວ່າ ປັດໄຈທີ່ສຳຄັນທີ່ອາດຈະຊ່ວຍປ້ອງກັນການເສຍຊີວິດໄດ້ແມ່ນຕົ້ນໄມ້.
ທີມວິໄຈໃນມະຫາວິທະຍາໄລເວີມອນ (UVM) ຊີ້ໃຫ້ເຫັນວ່າ ປ່າໄມ້ສາມາດປ້ອງກັນໄພຂອງໂຣກຮ້າຍນີ້ໄດ້ ເພາະຍິ່ງປ່າຫຼາຍ ຍຸງກໍອາໄສຢູ່ປ່າຫຼາຍ ເມື່ອຕັດໄມ້ທຳລາຍປ່າ ຍຸງກໍຈະອອກຈາກປ່າ ແລະ ແຜ່ເຊື້ອໃສ່ມະນຸດ.
ທີມງານໄດ້ສຶກສາຂໍ້ມູນຂອງໂຣກມາລາເລຍໃນ 6 ປະເທດຄື: ໂກດດິວົວ, ຄອງໂກ, ກີນີ, ໂມຊຳບິກ, ຣະວັນດາ ແລະ ໂຕໂກ ເຊິ່ງມີໂຣກມາລາເລຍເປັນປະຈຳ ຈາກນັ້ນກໍເຊື່ອມໂຍງເຂົ້າກັບການກະຈາຍພັນຂອງຍຸງ ການປ່ຽນແປງທີ່ດິນ ອຸນຫະພູມ ແລະ ປະລິມານນ້ຳຝົນໃນພື້ນທີ່ປ່າ. ເຊິ່ງຂໍ້ມູນສະແດງໃຫ້ເຫັນວ່າ ຍິ່ງມີການຕັດໄມ້ທຳລາຍປ່າພື້ນທີ່ນັ້ນຫຼາຍເທົ່າໃດ ໂຣກມາລາເລຍກໍຍິ່ງລະບາດຫຼາຍເທົ່ານັ້ນ. ສ່ວນໃຫຍ່ແລ້ວຄອບຄົວທີ່ອາໄສຢູ່ເຂດພື້ນທີ່ນັ້ນເປັນຄອບຄົວທີ່ຍາກຈົນ ເຮັດໃຫ້ໄດ້ຮັບຜົນກະທົບຮຸນແຮງ ແຖມສິ່ງແວດລ້ອມຍັງເສື່ອມໂຊມຈາກການທຳລາຍລົງໄປອີກ ເຮັດໃຫ້ເດັກນ້ອຍມີບັນຫາເລື່ອງສຸຂະພາບຈຳນວນຫຼາຍ.
ທີ່ສຳຄັນແມ່ນ ປ່າຊ່ວຍໃຫ້ຍຸງສາຍພັນທີ່ບໍ່ແມ່ນມາລາເລຍ ກະຈາຍຕົວ ເຮັດໃຫ້ພວກມັນໄປຫຼຸດການຈະເລີນເຕີບໂຕຂອງຍຸງທີ່ເປັນພາຫະມາລາເລຍໄດ້ ເພາະຍຸງພວກນັ້ນເປັນຍຸງປ່າ ທີ່ບໍ່ກິນເລືອດ.

ກ່ອນໜ້ານີ້ມີພຽງພື້ນທີ່ສູງຢູ່ໜ້ອຍດຽວທີ່ເໝາະສຳລັບການເພາະພັນຍຸງມາລາເລຍ ແຕ່ທຸກມື້ນີ້ຜົນຈາກການຕັດໄມ້ທຳລາຍປ່າ ແລະ ການປ່ຽນແປງສະພາບອາກາດ ອຸນຫະພູມສູງຂຶ້ນ ເໝາະກັບການຈະເລີນເຕີບໂຕແຜ່ກະຈາຍໄດ້ດີຂຶ້ນ.

ທີ່ມາ: agupubs

news-medical

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/