5 ຂໍ້ເສຍຂອງການກິນອາຫານໄວເກີນໄປ


ໃນ​ສັງຄົມ​ທຸກ​ມື້​ນີ້ ການ​ເຄື່ອນ​ໄຫວ​ຕ້ອງ​ເຮັດ​ຢ່າງ​ຮີບ​ດ່ວນ. ເຖິງແມ່ນວ່າ ໃນເວລາຮັບປະທານອາຫານຄວນຈະເປັນເວລາທີ່ພັກຜ່ອນ ແລະ ເພີດເພີນກັບຄາບອາຫານ. ແຕ່ກົງກັນຂ້າມ, ໃນຍຸກປັດຈຸບັນ ຄົນສ່ວນຫຼາຍຕ້ອງຮີບຮ້ອນກັບການກິນ ແລະ ໃຊ້ເວລາກັບມັນໜ້ອຍທີ່ສຸດ. 

ເຮົາມາເບິ່ງນຳກັນວ່າ ຂໍ້ເສຍຂອງການກິນອາຫານໄວເກີນໄປຈະມີຫຍັງແດ່?

1). ທ້ອງອືດ

ສາເຫດຕົ້ນຕໍຂອງການທ້ອງອືດ ມັກຈະເກີດຈາກອາຫານທີ່ກິນ. ມັນອາດເປັນຍ້ອນອາຫານບາງຊະນິດທີ່ມີປະຕິກິລິຍາກັບລະບົບຍ່ອຍອາຫານຂອງຄົນເຮົາ, ພ້ອມຍັງລວມເຖິງນິກໄສການກິນຂອງຕົວເຮົາເອງ. ຄົນທີ່ກິນອາຫານຢ່າງຮີບຮ້ອນມັກຈະເລືອກກິນອາຫານອີ່ມງ່າຍ ແລະ ອີ່ມໄວ. ດັ່ງນັ້ນ, ອາຫານປະເພດດັ່ງກ່າວມັກຈະເປັນອາຫານທີ່ເຕັມໄປດ້ວຍທາດແປ້ງ, ນໍ້າຕານ, ຊີ້ນ ແລະ ໄຂມັນ. ເມື່ອຫຍໍ້າບໍ່ລະອຽດຈະເຮັດໃຫ້ອາຫານຍ່ອຍຍາກ ແລະ ເກີດອາການທ້ອງອືດໄດ້.

2). ໂຣກຕຸ້ຍ

ຄົນທີ່ກິນອາຫານໄວ ແມ່ນມີຄວາມສ່ຽງຕໍ່ການເປັນໂຣກຕຸ້ຍຫຼາຍກວ່າຄົນທີ່ກິນອາຫານປົກກະຕິ ຫຼື ກິນອາຫານຊ້າໆ, ມີຫຼາຍກວ່າ 70% ຂອງຄົນຕຸ້ຍມີນິດໄສການກິນອາຫານໄວ. ເພາະວ່າ ຄົນສ່ວນໃຫຍ່ທີ່ກິນອາຫານໄວມັກຈະບໍ່ຫຍໍ້າຢ່າງລະອຽດ ແລະ ກືນກິນຢ່າງໄວວາ. ເມື່ອຫາກກິນໄວເກີນໄປໂດຍບໍ່ລໍຖ້າໃຫ້ອາຫານລົງຮອດກະເພາະ ສົ່ງຜົນໃຫ້ເຮົາກິນຫຼາຍກວ່າປົກກະຕິ ເພາະກິນຫຼາຍເທົ່າໃດກໍບໍ່ອີ່ມ. ສະນັ້ນ, ຈຳຕ້ອງກິນອາຫານ​ໃຫ້​ຫຼາຍ​ຂຶ້ນ ເພື່ອໃຫ້ເກີດຮູ້ສຶກ​ອີ່ມ.

3). ພະຍາດເບົາຫວານ

ການກິນອາຫານໄວໂດຍບໍ່ຫຍໍ້າອາຫານຢ່າງລະອຽດ ສ່ຽງຕໍ່ການເປັນໂລກເບົາຫວານປະເພດ2. ຈາກການຄົ້ນຄວ້າຈາກມະຫາວິທະຍາໄລວິທະຍາສາດສຸຂະພາບຂອງ ລິທົວເນຍ ສະແດງໃຫ້ເຫັນວ່າ ຄົນທີ່ກິນອາຫານໄວມີແນວໂນ້ມທີ່ຈະເປັນພະຍາດເບົາຫວານປະເພດ 2 ຫຼາຍກວ່າຄົນທີ່ກິນປົກກະຕິເຖິງ 2.5 ເທົ່າ.

4). ໂຣກກະເພາະອາຫານ, ກົດໄຫຼຢ້ອນ ແລະ ມະເຮັງກະເພາະອາຫານ

ຄົນທີ່ມັກກິນອາຫານໄວຈະຫຍໍ້າອາຫານບໍ່ລະອຽດ. ເມື່ອອາຫານຖືກສົ່ງລົງໄປໃນກະເພາະດ້ວຍຂະໜາດທີ່ໃຫຍ່ເກີນໄປ ກະເພາະອາຫານຈຶ່ງຫຼັ່ງນໍ້າຍ່ອຍອອກມາເພີ່ມຂຶ້ນ ແລະ ມີຄວາມເຂັ້ມຂຸ້ນຂອງກົດສູງຂຶ້ນ ເຊິ່ງອາດເປັນສາເຫດຂອງໂຣກກະເພາະ ແລະ ກົດໄຫຼຢ້ອນໄດ້, ຮ້າຍແຮງໄປກວ່ານັ້ນ ອາດມີຄວາມສ່ຽງເປັນມະເຮັງກະເພາະອາຫານໄດ້.

 5). ອາ​ຫານ​ເປັນ​ພິດ​

ຈາກ 5-10% ຂອງອາຫານພິດ ສາມາດບົ່ງບອກໄດ້ເຖິງລັກສະນະ, ຣົດຊາດ ແລະ ກິ່ນ.  ສຳລັບຄົນທີ່ກິນໄວຈະຮັບຮູ້ຣົດຊາດ ແລະ ກິ່ນຂອງອາຫານໜ້ອຍກວ່າຄົນປົກກະຕິ (ເພາະກິນອາຫານຮີບຮ້ອນ). ດັ່ງນັ້ນ, ເມື່ອຄວາມສາມາດໃນການຮັບຮູ້ລັກສະນະ, ຣົດຊາດ ແລະ ກິ່ນອາຫານຫຼຸດລົງ ອາດຈະມີຄວາມສ່ຽງຂອງອາການ ອາຫານເປັນພິດ.

ສະນັ້ນ, ຫາກທ່ານເປັນຄົນໜຶ່ງມີນິດໄສກິນອາຫານໄວ ຄວນປັບປ່ຽນພຶດຕິກຳການກິນ ແລະ ຫຍໍ້າອາຫານໃຫ້ລະອຽດກ່ອນກືນ, ຄ່ອຍໆຮັບຮູ້ຣົດຊາດຂອງອາຫານໃຫ້ຫຼາຍຂຶ້ນ ແລະ ມີຄວາມສຸກກັບການກິນອາຫານ ເພື່ອຫຼີກເວັ້ນການເກີດເປັນໂຣກຕ່າງໆທີ່ໄດ້ກ່າວມາຂ້າງເທິງນີ້.

ແຫຼ່ງທີ່ມາ:

vejthani

ch9airport

โรงพยาบาลกลาง สำนักการแพทย์ กรุงเทพมหานคร

ejan

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/