ຄວາມຮູ້ສຶກຮັກ ແລະ ມັກ ຕ່າງກັນແນວໃດ ແລະ ເຮົາຈະແຍກອອກໄດ້ແນວໃດ?


ເຄີຍຕັ້ງຄຳຖາມບໍ່ວ່າ ສິ່ງທີ່ເຮົາກຳລັງຮູ້ສຶກຢູ່ມັນແມ່ນຫຍັງ? ຄວາມຮັກ ຫຼື ພຽງແຕ່ຄວາມມັກຊື່ໆ ມື້ນີ້ເຮົາຈະພາມາທຳຄວາມເຂົ້າໃຈກັບຄວາມແຕກຕ່າງ ລະຫວ່າງຄວາມຮູ້ສຶກທັງສອງ ແລະ ເຈົ້າອາດຈະໄດ້ຄຳຕອບວ່າສິ່ງທີ່ເຈົ້າກຳລັງຮູ້ສຶກນັ້ນມັນແມ່ນຄວາມຮັກ ຫຼື ບໍ່

ຜ່ານມາ ມີນັກຈິດຕະວິທະຍາຈຳນວນໜຶ່ງທີ່ພະຍາຍາມຫາຄຳຕອບໂດຍການເຮັດການທົດລອງ ແລະ ແບບສອບຖາມ ໜຶ່ງໃນນັກຈິດຕະວິທະຍາຄົນທຳອິດທີ່ເລີ່ມສຶກສາກໍຄື ຊິກ ຣູບິນ (Zick Rubin) ນັກຈິດຕະວິທະຍາສັງຄົນຊາວວອາເມຣິກາ ໄດ້ສຶກສາຄວາມແຕກຕ່າງລະຫວ່າງຄວາມຮູ້ສຶກຮັກ ແລະ ຄວາມຮູ້ສຶກມັກ ໂດຍເຫັນວ່າບາງຄັ້ງຄົນເຮົາຈະຮູ້ສຶກມັກໃຜຈັກຄົນໄດ້ ແຕ່ບໍ່ໄດ້ໝາຍຄວາມວ່ານັ້ນແມ່ນຄວາມຮັກສະເໝີໄປ ເພາະຄວາມຮັກເປັນສິ່ງທີ່ເລິກເຊິ່ງກວ່ານັ້ນ

ຣູບິນ ໄດ້ສະເໜີແນວຄິດເລື່ອງອົງປະກອບດ້ານຄວາມຮັກ (Rubin’s Element of Love) ທີ່ຄວນມີ 3 ຢ່າງຄື:

  1. ຄວາມຜູກພັນ (Attachment) ຄືຄວາມປາຖະໜາທີ່ຈະໄດ້ຮັບຄວາມໃສ່ໃຈ ແລະ ສຳພັນໃກ້ຊິດກັບຄົນໆນັ້ນ
  2. ຄວາມໃສ່ໃຈ (Caring) ຄືການໃຫ້ຄຸນຄ່າ ໃຫ້ຄວາມສຳຄັນກັບຄວາມສຸກ ແລະ ຄວາມຕ້ອງການຂອງອີກຝ່າຍທຽບເທົ່າກັບຄວາມຕ້ອງການຂອງເຮົາເອງ
  3. ຄວາມໃກ້ຊິດ (Intimacy) ຄືຄວາມຕ້ອງການແບ່ງປັນຄວາມຄິດ ຄວາມເຊື່ອ ຄວາມຮູ້ສຶກ ແລະ ຄວາມຕ້ອງການສ່ວນຕົວກັບອີກຝ່າຍ

ໃນຂະນະທີ່ອົງປະກອບຂອງຄວາມມັກ ຈະເປັນເລື່ອງຂອງຄວາມສະໜິດສະໜົນ (Closeness), ຊົມເຊີຍ (Admiration), ຄວາມຮູ້ສຶກອົບອຸ່ນ (Warmth) ແລະ ຄວາມຮູ້ສຶກເຄົາລົບ (Respect) ຫຼາຍກວ່າ

ສິ່ງເຫຼົ່ານີ້ສະທ້ອນໃຫ້ເຫັນວ່າ ຫາກເຮົາມັກໃຜຈັກຄົນ ເຮົາອາດຈະຮູ້ສຶກສະບາຍໃຈ ແລະ ຢາກໃຊ້ເວລາຮ່ວມກັບຄົນເຫຼົ່ານັ້ນ ສ່ວນຄວາມຮູ້ສຶກຮັກນັ້ນເລິກເຊິ່ງລົງໄປເຖິງຂັ້ນການໃຫ້ຄຸນຄ່າຕໍ່ຄວາມສຸກ ແລະ ຄວາມຕ້ອງການຂອງອີກຝ່າຍຫຼາຍພໍໆກັບຄວາມຕ້ອງການ ແລະ ຄວາມຮູ້ສຶກຂອງຕົນເອງ

ໃນປີ 1970 ຣູບິນໄດ້ຕໍ່ຍອດທິດສະດີດັ່ງກ່າວມາເປັນມາດຕາວັດຄວາມຮູ້ສຶກທີ່ເອີ້ນວ່າ Rubin’s Love and Liking Scale ໂດຍເລີ່ມຈາກການໃຫ້ຄູ່ຮັກນັກສຶກສາລະດັບປະລິນຍາຕີປະມານ 200 ຄົນຕອບແບບສອບຖາມ ແລະ ໃຫ້ຄວາມຮູ້ສຶກຕົນເອງເມື່ອນຶກເຖິງຄົນຮັກ ແລະ ໝູ່ຮັກ

ຜົນທີ່ໄດ້ຮັບສ່ວນໃຫຍ່ເມື່ອນຶກເຖິງໝູ່ຮັກຄະແນນໃນດ້ານຄວາມມັກ (liking scale) ຈະຫຼາຍກວ່າ ໃນຂະນະທີ່ເມື່ອນຶກເຖິງຄົນຮັກຈະມີຄະແນນດ້ານຄວາມຮັກ (loving scale) ຫຼາຍກວ່າ

ແບບທົດສອບດັ່ງກ່າວໄດ້ຖືກປັບປຸງພັດທະນາຈົນໄດ້ເປັນມາດຕາວັດ 13 ຂໍ້ເພື່ອແຍກຄວາມແຕກຕ່າງລະຫວ່າງຄວາມຮັກ ແລະ ຄວາມມັກ ໂດຍແຕ່ລະຂໍ້ຈະໃຫ້ຄະແນນຈາກໜ້ອຍຫາຫຼາຍ ຫາກຄະແນນດ້ານຄວາມມັກຫຼາຍກວ່າ ສະແດງວ່າຄວາມຮູ້ສຶກທີ່ເຮົາມີມັນເປັນພຽງຄວາມຮູ້ສຶກມັກ ແລະ ກົງກັນຂ້າມ ເຊິ່ງທັງ 13 ຂໍ້ມີດັ່ງນີ້:

ສາມາດເຂົ້າໄປຕອບຄຳຖາມວັດລະດັບຄວາມ ມັກ ຫຼື ຮັກໄດ້ທີ່ https://cutt.ly/mwMHGtGC

ການສຶກສາຄັ້ງນີ້ຍັງມີຜົນທີ່ໜ້າສົນໃຈ ແລະ ຖືກກ່າວເຖິງໃນເລື່ອງການສົບຕາຂອງຄູ່ຮັກ ໂດຍພົບວ່າຄູ່ຮັກທີ່ມີຄວາມສຳພັນຍາວນານແລະຍັງເລິກເຊິ່ງໜຽວແໜ້ນ ມີແນວໂນ້ມທີ່ຈະແນມຕາກັນ 75% ຂອງເວລາທີ່ສົນທະນາກັນ ເຊິ່ງຄ່າສະເລ່ຍທົ່ວໄປແມ່ນ 30-60%. ນີ້ສະແດງໃຫ້ເຫັນວ່າ ນອກຈາກຄວາມຮັກຈະເປັນເລື່ອງຂອງຄວາມຮູ້ສຶກແລ້ວ ຍັງສາມາດສົ່ງຄວາມຮູ້ສຶກອອກມາທາງພາສາກາຍໂດຍສະເພາະການແນມຕາ.

ການສຶກສາຂອງຣູບິນນັບວ່າເປັນໄລຍະທຳອິດຂອງການສຶກສາຄວາມຮັກໂດຍນຳໃຊ້ຫຼັກຖານ ແລະ ມາດຕາວັດທີ່ເປັນຮູບປະທຳຂຶ້ນ ແລະ ໄດ້ມີການຕໍ່ຍອດພັດທະນາອີກຫຼາຍແນວຄິດທິດສະດີເພື່ອຫາຄຳຕອບໃຫ້ຄວາມຮູ້ສຶກທີ່ຊັບຊ້ອນນີ້ໃນເວລາຕໍ່ມາ

ເຊັ່ນ ທິດສະດີສາມຫຼ່ຽມແຫ່ງຄວາມຮັກ (Sternberg’s Triangular Theory of Love) ຂອງ ໂຣເບິດ ສະເຕີນເບີກ (Rebert Sternberg) ທີ່ໄດ້ເລົ່າເຖິງຮູບແບບຄວາມຮັກທີ່ແຕກຕ່າງກັນວ່າຂຶ້ນຢູ່ກັບຄວາມເຂັ້ນຂົ້ນຂອງ 3 ອົງປະກອບໄດ້ແກ່:

  1. ຄວາມຄຸ້ນເຄີຍໃກ້ຊິດ (Intimacy) ທີ່ປຽບສະເໝືອນແກ່ນແກນຄວາມສຳພັນທຸກຮູບແບບໃນໄລຍະຍາວ
  2. ຄວາມຮູ້ສຶກສະເໜ່ຫາ (passion) ທີ່ມັກຈະພົບໃນຄວາມສຳພັນແບບຄູ່ຮັກ
  3. ຄວາມຜູກມັດ (commitment) ຄືພັນທະຜູກພັນທາງດ້ານຈິດໃຈຫຼືສັງຄົມ

ຈາດທິດສະດີສາມຫຼ່ຽມແຫ່ງຄວາມຮັກ ໄດ້ໃຫ້ນິຍາມຄວາມຮັກແບບໂຣແມນຕິກ (Romantic Love) ໄວ້ວ່າປະກອບດ້ວຍຄວາມຄຸ້ນເຄີຍໃກ້ຊິດ (Intimacy) ແລະ ຄວາມຫຼົງໃຫຼ (Passion) ໂດຍບໍ່ຈຳເປັນຕ້ອງມີພັນທະຜູກມັດໃດໆ (Commitment), ສ່ວນຄວາມມັກຈະມີພຽງຄວາມຮູ້ສຶກໃກ້ຊິດສະໜິດສະໜົມ (Intimacy) ພຽງເທົ່ານັ້ນ ບໍ່ຈຳເປັນຕ້ອງມີຄວາມຫຼົງໃຫຼ ຫຼື ພັນທະຜູກມັດລະຫວ່າງກັນເຂົ້າມາກ່ຽວຂ້ອງ

ເຖິງແມ່ນວ່າຈະມີຄຳອະທິບາຍ ແລະ ທິດສະດີຫຼາກຫຼາຍກ່ຽວກັບຄວາມຮັກ ແຕ່ການສຶກສາທີ່ກ່າວມານັ້ນກໍຍັງເປັນສິ່ງທີ່ໃຫ້ຄຳຕອບທີ່ຖືກຕ້ອງກ່ຽວກັບຄວາມຮູ້ສຶກຂອງຄົນບໍ່ໄດ້ ເພາະຄວາມຮູ້ສຶກເປັນສິ່ງທີ່ຊັບຊ້ອນ ທີ່ເຮັດໄດ້ເປັນພຽງການຄາດເດົາ ຫາຄຳຕອບຈາກຕົວເລກ ສັງເກດຈາກສາຍຕາ ທ່າທາງ ແລະ ສິ່ງທີ່ຄົນສະແດງອອກ.

ທິດສະດີທັງໝົດສາມາດຊ່ວຍຈັດລະບຽບຄວາມຄິດ ແລະ ຄວາມຮູ້ສຶກຂອງເຮົາໄດ້ ເຮັດໃຫ້ເຮົາໄດ້ຮູ້ຊັດເຈນຫຼາຍຂຶ້ນວ່ານັ້ນເປັນຄວາມຮູ້ສຶກມັກ ຫຼື ຮັກກັນແທ້ ເພາະການຮູ້ທັນຄວາມຮູ້ສຶກຕົນເອງ ຈະເຮັດໃຫ້ເຮົາສາມາດຮັບມືກັບສິ່ງທີ່ຈະເກີດຂຶ້ນໄດ້ຢ່າງໝັ້ນຄົງ.

ແຫຼ່ງທີ່ມາ:

https://cutt.ly/uwMHF8tV

https://cutt.ly/YwMHFCdj

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/