5 ວິທີຈັດການຕົນເອງເມື່ອຫິວຂອງຫວານຫຼັງຄາບອາຫານ


“ ກິນຂອງຫວານລ້າງຄາວ ” ປະໂຫຍກນີ້ ຫຼາຍຄົນອາດຄຸ້ນຫູກັນແມ່ນບໍ່. ໂດຍປົກກະຕິແລ້ວ, ຄົນສ່ວນຫຼາຍມັກກິນຂອງຫວານເຊັ່ນ: ໝາກໄມ້, ເຂົ້າໜົມຫວານ, ນໍ້າຫວານ… ຫຼັງກິນເຂົ້າສຳເລັດ. ບັນດາທ່ານຮູ້ກັນບໍ່ວ່າ, ການກິນຂອງຫວານຫຼັງຄາບອາຫານໃນປະລິມານທີ່ຫຼາຍເກີນໄປມີຜົນເສຍຕໍ່ສຸຂະພາບຫຼາຍຢ່າງ ເຊັ່ນ: ໂຣກເບົາຫວານ, ໄຂມັນອຸດຕັນໃນເສັ້ນເລືອດ…

ລອງມາກວດເບິ່ງນຳກັນວ່າທ່ານເປັນຄົນໜຶ່ງທີ່ມີອາການຕິດຫວານຢູ່ບໍ່

•ຕ້ອງ​ໄດ້​ກິນ​ອາ​ຫານ​ຫວານ​ຫຼັງ​ຈາກ​ກິນເຂົ້າສຳເລັດ

•ຮູ້ສຶກວ່າຢາກກິນຂອງຫວານທີ່ມັກເລື້ອຍໆ

•ຮູ້ສຶກເມື່ອຍ, ກະວົນກະວາຍ ຫຼື ອາລົມບໍ່ດີ ໃນເວລາທີ່ຂາດແຄນອາຫານ ຫຼື ອາຫານວ່າງທີ່ມີແປ້ງ ຫຼື ນ້ຳຕານ

•ມັກຄິດເລື່ອງອາຫານຢູ່ເລື້ອຍໆ ເຖິງແມ່ນວ່າຫາກໍກິນອາຫານສຳເລັດ

•ມັກກິນໝາກໄມ້ຫວານໆເຊັ່ນ: ໝາກຫຸ່ງ, ຖົ່ວລຽນ, ໝາກນັດ…

•ມັກກິນໝາກໄມ້ແຫ້ງ, ໝາກໄມ້ດອງ

•ຕື່ມນໍ້າຕານໃສ່ໃນທຸກເມນູອາຫານ, ເຊັ່ນ: ເຝີ, ນໍ້າປຽກ, ແກງ…

•ເລືອກກິນເຄື່ອງດື່ມຫວານໆແທນນໍ້າ ເຊັ່ນ: ຊາເຢັນ, ຊາຂຽວ, ແປັບຊີ…

•ຕ້ອງມີຂອງຫວານຕິດໄວ້ໃນຕູ້ເຢັນ

•ມັກຫິວຕະຫຼອດ

ຢ່າງໃດກໍຕາມ, ຮ່າງກາຍຂອງຄົນເຮົາພຽງແຕ່ຕ້ອງການນ້ຳຕານໃນປະລິມານທີ່ເໝາະສົມເທົ່ານັ້ນ. ຖ້າເຮົາຫາກກິນນໍ້າຕານໃນປະລິມານທີ່ຫຼາຍເກີນໄປ ຮ່າງກາຍຈະປ່ອຍຮໍໂມນອິນຊູລິນ ເພື່ອຄວບຄຸມລະດັບນໍ້າຕານໃນເລືອດ. ແຕ່ເມື່ອໃດທີ່ລະດັບນໍ້າຕານໃນເລືອດຫຼຸດລົງ, ຮ່າງກາຍຈະສົ່ງສັນຍານໃຫ້ສະຫມອງຮັບຮູ້ວ່າກຳລັງເກີດຄວາມຫິວ ແລະ ຢາກກິນຂອງຫວານ ເພື່ອເພີ່ມລະດັບນໍ້າຕານໃນເລືອດໃຫ້ກັບຄືນສູ່ປົກກະຕິ, ແຕ່ເຮົາບໍ່ຄວນກິນໃນປະລິມານຫຼາຍເກີນໄປ.

ມື້ນີ້, LaoX ໄດ້ນຳ 5 ເຄັດລັບການເອົາຊະນະຄວາມຢາກຂອງຫວານມາຝາກກັນ.

1). ກິນອາຫານໃຫ້ອີ່ມກ່ອນ

ເມື່ອກິນ​ອາ​ຫານ​ເຕັມ​ທີ່ແລ້ວ ຈະຊ່ວຍໃຫ້ເຮົາຮູ້ສຶກອີ່ມທອງແລະ ​ບໍ່​ຢາກ​ກິນ​ຂອງ​ຫວານ​ຫຼັງ​​ອາ​ຫານ.​ ບັນດາທ່ານພະຍາຍາມເລືອກອາຫານທີ່ມີໂພຊະນາການ ແລະ ຍ່ອຍງ່າຍ ເຊັ່ນ: ຜັກ, ໝາກໄມ້, ໂປຣຕີນ ເປັນຕົ້ນ.

2). ດື່ມນ້ຳພຽງພໍ

ບາງຄັ້ງຄວາມຢາກຂອງຫວານສາມາດເກີດຈາກການຂາດນ້ຳ. ພະຍາຍາມດື່ມນ້ໍາໃຫ້ພຽງພໍ 1.5 ລິດ ເຖິງ 2.5 ລິດຕໍ່ມື້. ເພື່ອຊ່ວຍເພີ່ມນ້ຳໃຫ້ກັບຮ່າງກາຍ ແລະ ເຮັດໃຫ້ຮູ້ສຶກອີ່ມທ້ອງ.

3). ຊອກຫາກິດຈະກໍາທີ່ຕ້ອງເຮັດຫຼັງຈາກກິນອາຫານ

ຊອກຫາກິດຈະກໍາທີ່ຕ້ອງເຮັດຫຼັງຈາກອາຫານ ເພື່ອຊ່ວຍຫຼີກເວັ້ນຄວາມສົນໃຈຈາກການຫິວຂອງຫວານ ເຊັ່ນ: ອອກກໍາລັງກາຍ, ອ່ານປຶ້ມ ຫຼື ເບິ່ງຮູບເງົາ.

4). ມີຂອງຫວານທີ່ເປັນປະໂຫຍດຢູ່ເຮືອນ

ຫາກທ່ານຮູ້ສຶກຢາກຂອງຫວານແທ້ໆແທນທີ່ຈະເລືອກກິນຂອງຫວານທີ່ບໍ່ເປັນປະໂຫຍດ, ແຕ່ໃຫ້ກັບມາເລືອກກິນທາດບໍາລຸງແທນເຊັ່ນ: ໝາກໄມ້ສົດ, ໂຢເກິດ, ຫຼື ຫມາກຖົ່ວ.

5).ຈົ່ງອົດທົນ ແລະ ບໍ່ເຄີຍຍອມແພ້.

ການເອົາຊະນະຄວາມຢາກຫວານຕ້ອງໃຊ້ຄວາມອົດທົນ ແລະລະບຽບວິໄນ. ສະນັ້ນ, ພະຍາຍາມປະຕິບັດຕາມຄໍາແນະນໍາທີ່ກ່າວມາຂ້າງເທິງນີ້ເປັນປະຈໍາ ແນ່ນອນວ່າຈະຊ່ວຍໃຫ້ທ່ານຄວບຄຸມພຶດຕິກຳການກິນຂອງຫວານໄດ້ຢ່າງເໝາະສົມ.

ແຫຼ່ງທີ່ມາ:

wikihow

sanook

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/