ມາຮູ້ຈັກກັບແຮ່ທາດຫາຍາກທີ່ທຸລະກິດຜະລິດຊິບ ແລະ EV ຂາດບໍ່ໄດ້


ປັດຈຸບັນ ຄວາມຕ້ອງການນຳໃຊ້ ຊິບ (Chips) ແລະ ລົດໄຟຟ້າ (EV) ມີຫຼາຍຂຶ້ນ ເຊິ່ງສິ່ງເຫຼົ່ານັ້ນຕ້ອງໄດ້ອາໃສແຮ່ທາດທຳມະຊາດທີ່ມີຈຳກັດ ແລະ ຫາຍາກຫຼືທີ່ເອີ້ນວ່າ Rare Earth ນັ້ນເອງ, ວັດຖຸດິບເຫຼົ່ານີ້ຖືກນຳໃຊ້ເປັນສ່ວນປະກອບໃນການຜະລິດຊິບປະມວນຜົນ, ແມ່ເຫຼັກຖາວອນທີ່ເປັນສ່ວນປະກອບຂອງມໍເຕີຂອງລົດໄຟຟ້າ, ອຸປະກອນເອເລັກໂຕຮນິກ, ຄອມພິວເຕີ, ຍານອາວະກາດ, ດາວທຽມ, ເຊັນເຊີ, ຫຸ່ນຍົນ ແລະ ອີກຫຼາຍຢ່າງທີ່ເປັນຜົນຜະລິດທາງເຕັກໂນໂລຊີທີ່ເຮົາຂາດບໍ່ໄດ້ໃນຊີວິດປະຈຳວັນ.

ແຮ່ທາດຫາຍາດທີ່ວ່ານັ້ນມີຫຍັງແນ່? ຍ້ອນຫຍັງຈຶ່ງຫາຍາກ?

ແຮ່ທາດຫາຍາກທີ່ສຳຄັນມີ 17 ຊະນິດຄື: ສະແກນດຽມ(Sc) ອິດທຣຽມ(Y) ແລນທານັມ (La) ຊີຣຽມ (Ce) ເພຣຊີໂອດີມຽມ (Pr) ນີໂອດີມຽມ(Nd) ໂພຣມີທຽມ (Pm) ຊາເເມຣຽມ (Sm) ຢູໂຣພຽມ (Eu) ແກໂດລິນຽມ (Gd) ເທີບຽມ (Tb) ດິສໂພຣຊຽມ (Dy) ໂຮມຽມ (Ho) ເອີບຽມ (Er) ທູລຽມ (Tm) ອິດເທີບຽມ (Yb) ແລະ ລູທີຊຽມ (Lu)

ໃນຄວາມເປັນຈິງແຮ່ທາດຫາຍາກເຊັ່ນທູລຽມມີຈຳນວນຫຼາຍກວ່າທອງຄຳໃນເປືອກໂລກ 125 ເທົ່າ ແລະ ຊີຣຽມມີຫຼາຍກວ່າທອງ 15,000 ເທົ່າ ແຕ່ໄດ້ຊື່ວ່າແຮ່ຫາຍາກເພາະວ່າຄຳມັກຈະຢູ່ເປັນກຸ່ມກ້ອນ ແຕ່ແຮ່ທາດຫາຍາກຈະຢູ່ກະແຈກກະຈາຍບ່ອນລະເລັກໜ້ອຍທົ່ວໂລກ ໃນການຂຸດຄົ້ນຕ້ອງໄດ້ໃຊ້ກຳລັງຫຼາຍໃນການແຍກແຮ່ທາດອອກຈາກສິ່ງເຈືອປົນອື່ນ ແລະ ຂຸດໄດ້ປະລິມານໜອ້ຍ, ຍ້ອນແນວນັ້ນຈຶ່ງເຮັດໃຫ້ແຮ່ເຫຼົ່ານີ້ຫາຍາກ ແລະ ລາຄາແພງ

ຂໍ້ມູນຈາກບໍລິສັດ TRADIUM Gmbh ຊື້ຂາຍແຮ່ທາດຫາຍາກລະບຸວ່າ ແຮ່ນີໂອດີມຽມມີລາຄາ 174.8 ໂດລາ/ກິໂລກຣາມ, ດິສໂພຊຽມ 543.70 ໂດລາ/ກິໂລກຣາມ, ເທີບຽມ 3,110.80 ໂດລາ/ກິໂລກຣາມ

ໃນການສະກັດແຮ່ທາດຫາຍາກຍັງກໍໃຫ້ເກີດມົນລະພິດທາງສິ່ງແວດລ້ອມ ແລະ ປ່ອຍສານກຳມັນຕະລັງສີອອກມາ ຫຼາຍປະເທດຈຶ່ງເລືອກນຳເຂົ້າຈາກປະເທດອື່ນແທນ ເຊິ່ງປະເທດທີ່ຄອງສ່ວນແບ່ງການຜະລິດ ແລະ ເປັນແຫຼ່ງພົບແຮ່ທາດຫຼາຍສຸດແມ່ນຈີນ

ຂໍ້ມູນໃນປີ 2023 ປະເທດທີ່ຄອງສ່ວນແບ່ງຜະລິດແຮ່ທາດຫາຍາກຫຼາຍທີ່ສຸດຂອງໂລກຄື:

  1. ຈີນ ກວມ 70% ຜະລິດໄດ້ 210,000 ໂຕນ/ປີ
  2. ອາເມຣິກາ ຄິດເປັນ 14.33% ຜະລິດໄດ້ 43,000 ໂຕນ/ປີ
  3. ອອສເຕຣເລຍ ຄິດເປັນ 6% ຜະລິດໄດ້ 18,000 ໂຕນ/ປີ
  4. ມຽນມາ ຄິດເປັນ 4% ຜະລິດໄດ້ 12,000 ໂຕນ/ປີ
  5. ໄທ ຄິດເປັນ 2.37% ຜະລິດໄດ້ 7,100 ໂຕນ/ປີຮ

ເນື່ອງຈາກຈີນຄອງສ່ວນແບ່ງຫຼາຍສຸດໃນໂລກ ຈຶ່ງເປັນຈຸດແຂງຂອງຈີນໃນການຕໍ່ລອງກັບຕ່າງຊາດ, ຈາກຂໍ້ມູນຫຼ້າສຸດ ສະຫະພາບຢູໂຣບພິ່ງພາການນຳເຂົ້າແຮ່ທາດຫາຍາກຈາກຈີນເຖິງ 98% ພ້ອມຍັງບອກວ່າ ແຮ່ທາດຫາຍາກຈະສຳຄັນກວ່ານຳ້ມັນ ແລະ ກາສໃນໄວໆນີ້ ແລະຄາດວ່າຄວາມຕ້ອງການໃນການນຳໃຊ້ແຮ່ທາດຫາຍາກຂອງຢູໂຣບຈະເພີ່ມຂຶ້ນພາຍໃນປີ 2030.

ສ່ວນທາງສຳນັກງານສຳຫຼວດທໍລະນິວິທະຍາຂອງສະຫະລັດ (USGS) ລາຍງານວ່າປະມານ 80% ຂອງແຮ່ທາດຫາຍາກທີ່ນຳເຂົ້າແມ່ນມາຈາກຈີນ ແລະເປັນສິນຄ້າພິເສດທີ່ສະຫະລັດບໍ່ຂຶ້ນກຳແພງພາສີ ແຮ່ທາດເຫຼົ່ານັ້ນຖືກໃຊ້ໃນອຸປະກອນເອເລັກໂຕຣນິກ, ຍຸດໂທປະກອນທາງທະຫານສ່ວນຫຼາຍຂອງສະຫະລັດເຊັ່ນຍົນ, ເຮືອດຳນຳ້, ຂີປະນາວຸດເປັນຕົ້ນ.

ເຖິງວ່າຈີນຈະຄອງສ່ວນແບ່ງຫຼາຍ ແຕ່ກໍມີຄວາມທ້າທາຍຫຼາຍຢ່າງໃຫ້ກັບຈີນ ຈາກການທີ່ສະຫະລັດແລະບັນດາພັນທະມິດພະຍາຍາມຫຼຸດການເພິ່ງພາຈີນໂດຍການລົງທຶນຂຸດແຮ່ທາດຫາຍາກເອງ ແຕ່ເຖິງວ່າພວກເຂົາຄົ້ນພົບແຮ່ທາດຫາຍາກແຕ່ໃນຂະບວນການກ່ອນການດຳເນີນການຂຸດຄົ້ນຕ້ອງໄດ້ພິຈາລະນາເຖິງຜົນກະທົບຕໍ່ສິ່ງແວດລ້ອມ ການປ່ອຍກຳມັນຕະລັງສີ ການຂໍໃບອະນຸຍາດສຳຫຼວດ ການສຳຫຼວດແຮ່ ແລະ ການລົງມືຂຸດ ເຊິ່ງຂັ້ນຕອນເຫຼົ່ານັ້ນໃຊ້ເວລາຢ່າງໜ້ອຍ 10-15 ປີ.

ຈາກທີ່ກ່າວມາ ເຮົາຈະເຫັນໄດ້ວ່າ ແຮ່ທາດຫາຍາກເປັນວັດຖຸດິບທີ່ສຳຄັນຫຼາຍສຳລັບອຸປະກອນເອເລັກໂຕຣນິກ ພະລັງການສະອາດຢ່າງລົດໄຟຟ້າ ໄປຈົນເຖິງອຸຖປະກອນທາງການທະຫານ ແລະ ໃນອະນະຄົດຄວາມຕ້ອງການເຕັກໂນໂລຊີເຫຼົ່ານີ້ຍິ່ງຈະສູງຂຶ້ນເລື້ອຍໆ.

ແຫຼ່ງທີ່ມາ:

https://cutt.ly/Qw29lXjj

https://cutt.ly/Mw29zqPG

https://cutt.ly/ow29z3mq

https://cutt.ly/Uw29xEN8

https://cutt.ly/Ow29x0l0

https://cutt.ly/yw29crZd

https://cutt.ly/9w29cchz

https://cutt.ly/Ww29cXYJ

https://cutt.ly/mw29vg48

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/