ງານກອງປະຊຸມໃຫຍ່ປະຈຳປີ 2020 ຂອງສະມາຄົມ LICA


ໃນວັນທີ 16 ກັນຍາ 2020 ທີ່ຜ່ານມາໄດ້ມີການຈັດງານ ກອງປະຊຸມໃຫຍ່ ປະຈຳປີ 2020 ຂອງສະມາຄົມ ການຄ້າໄອຊີທີ ລາວ ຫລື LICA (Lao ICT Commerce Association)  ໂດຍການເປັນປະທານຂອງ ທ່ານ ທັນສະໄຫມ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະການສື່ສານ.

ພາຍໃນງານມີບັນດາພາກສ່ວນລັດຖະບານຈາກກະຊວງຕ່າງໆ, ອົງການສາກົນ ແລະພາກສ່ວນທຸລະກິດ ທີ່ກ່ຽວຂ້ອງກັບໄອຊີທີ ເຂົ້າຮ່ວມ ເພື່ອຮັບຟັງການສະຫລຸບຜົນງານ ແລະການເຄື່ອນໄຫວທີ່ຜ່ານມາຂອງສະມາຄົມ LICA ພ້ອມກັບມີການແຕ່ງຕັ້ງຄະນະບໍລິຫານສະມາຄົມຊຸດໃຫມ່ ພ້ອມທິດທາງແລະແຜນການ 3 ປີ (2020-2023) ຂອງສະມາຄົມ.

ກອງປະຊຸມໄດ້ຮັບຟັງລາຍງານ ຈາກ ທ່ານ ທະນົງສິນ ກັນລະຍາ ປະທານກິດຕິມະສັກ ຂອງສະມາຄົມ LICA ໄດ້ສະຫລຸບແລະລາຍງານຜົນງານການເຄື່ອນໄຫວຂອງສະມາຄົມໃນ 5 ປີທີ່ຜ່ານມາ ທີ່ໄດ້ປະກອບສ່ວນໃນການສົ່ງເສີມ ແລະຜັກດັນເທັກໂນໂລຍີດິຈິຕອນ ເຂົ້າມາຊ່ອຍເຫລືອໃນວຽກງານຕ່າາງໆ ແລະເຜີຍແຜ່ຄວາມຮູ້ດ້ານໄອຊີທີສູ່ສັງຄົມ. ນອກນັ້ນ ຍັງໄດ້ມີການມອບຮັບຕຳແຫນ່ງ ປະທານແລະຄະນະບໍລິຫານສະມາຄົມຊຸດໃຫມ່ ເຊິ່ງລວມມີທັງຫມົດ 8 ທ່ານ ໂດຍແມ່ນ ທ່ານ ທະນູສອນ ພົນອາດມາດ ເປັນປະທານສະມາຄົມ LICA ຄົນໃຫມ່ ແລະມີຮອງປະທານອີກ 7 ທ່ານໂດຍຈະແບ່ງຫນ້າທີ່ຮັບຜິດຊອບ ເພື່ອດຶງດູດສະມາຊິກແລະສ້າງໃຫ້ສະມາຄົມ LICA ເປັນສູນກາງແຫ່ງການເຊື່ອມໂຍງ ກັບບັນດາພາກສ່ວນຕ່າງໆ ເພື່ອຊ່ອຍນຳເອົາເທັກໂນໂລຍີ ດິຈິຕອນ ແລະນະວັດຕະກຳ ໄປນຳໃຊ້ ແລະພັດທະນາເສດຖະກິດສັງຄົມໃຫ້ກ້າວຫນ້າແລະຍືນຍົງ ດັ່ງວິໄສທັດຂອງສະມາຄົມ.

ຖ້າທ່ານສົນໃຈຢາກເປັນສະມາຊິກ ຫລືຮ່ວມເປັນພາດເນີກັບສະມາຄົມ LICA ສາມາດເຂົ້າເບິ່ງຂໍ້ມູນຕ່າງໆໄດ້ທີ່ເວັບໄຊຂອງສະມາຄົມທີ່ www.lica.la