ສະພາບຄວາມເສຍຫາຍຂອງປະເທດຫວຽດນາມ ຈາກພາຍຸ “ໂນອຶນ”


ໃນກາງເດິກຂອງຄືນນີ້ 17/09/2020 ໄດ້ເກີດເຫດການພາຍຸໝຸນເຂດຮ້ອນ “ໂນອຶນ” ທີ່ຊາຍຝັ່ງປະເທດຫວຽດນາມ ເຊິ່ງຫາງຂອງພາຍຸໂນອຶນນັ້ນ ເຮັດໃຫ້ເກີດມີລົມພັດທີ່ຮຸງແຮງ, ຟ້າຮ້ອງຟ້າພ່າ ແລະ ຝົນຕົກໜັກທີ່ຫວຽດນາມຕອນກາງ.

ໃນຂະນະດຽວກັນຫວຽດນາມກໍອອກປະກາດໃຫ້ອົບພະຍົບປະຊາຊົນນັບລ້ານຄົນ ເພື່ອຮັບມືກັບພາຍຸໂນອຶນທີ່ຈະຂຶ້ນຝັ່ງໃນເຊົ້າມື້ນີ້ (18 ກັນຍາ 2020) ໂດຍປະກາດອົບພະຍົມປະຊາຊົນຢ່າງໜ້ອຍ 1,170,000 ຄົນ ອອກຈາກພື້ນທີ່ສ່ຽງໃນສາມແຂວງຂອງຫວຽດນາມ.

ອີກສອງປະເທດທີ່ໄດ້ຮັບຜົນກະທົບຈາກພາຍຸໂນອຶນແມ່ນ ລາວ ແລະ ໄທ, ພາຍຸຈະຂຶ້ນຝັ່ງປະເທດຫວຽດນາມກ່ອນ ແລ້ວເດີນທາງຜ່ານປະເທດລາວ ແລະ ໄທ ເຊິ່ງຈະໄດ້ຮັບຜົນກະທົບຂອງພາຍຸໃນຊ່ວງເວລາປະມານ 18-19:00 ຂອງມື້ນີ້. ປະຊາຊົນທີ່ຈະເດີນທາງກັບບ້ານ ຫຼື ມີແຜນເດີນທາງໄປນອກໃນຊ່ວງເວລາດັ່ງກ່າວ ຈົ່ງເດີນທາງດ້ວຍຄວາມລະມັດລະວັງ ແລະ ກຽມຮັບມືກັບພາຍຸດັ່ງກ່າວ.

ສະພາບຄວາມເສຍຫາຍຂອງປະເທດຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພາຍຸໂນອຶນ:

https://twitter.com/Balllisaonly/status/1306810846438330368

ແຫຼ່ງຂໍ້ມູນ: https://www.one31.net/news/detail/24666#.X2Q4G_sCGsI.twitter

https://ch3thailandnews.bectero.com/news/208702