ຄົນໂສດມີເຮ!! ລັດຖະບານຍີ່ປຸ່ນລົງທຶນກ້ອນໃຫຍ່ພັດທະນາລະບົບ AI ເພື່ອຊ່ວຍຈັບຄູ່ໃຫ້ຄົນໂສດທົ່ວປະເທດ


ເປັນທີ່ຮູ້ກັນດີຢູ່ແລ້ວວ່າປະເທດທີ່ພັດທະນາແລ້ວ ມັກຈະປະສົບກັບບັນຫາການຂາດແຮງງານ ປະເທດຍີ່ປຸ່ນເອງກໍກຳລັງພົບກັບບັນຫາອັດຕາການເກີດຕ່ຳ, ເຊິ່ງລັດຖະບານຍີ່ປຸ່ນເອງກໍສະໜັບສະໜູນຫຼາຍວິທີທີ່ຈະເພີ່ມປະຊາກອນໃນປະເທດຂອງຕົນ ແລະ ຄັ້ງນີ້ເອງລັດຖະບານຍີ່ປຸ່ນກໍລົງທຶນມະຫາສານ ເພື່ອພັດທະນາລະບົບ AI ຊ່ວຍຈັບຄູ່ໃຫ້ກັບຄົນໂສດທົ່ວປະເທດໄດ້ສ້າງຄອບຄົວ, ນຳໄປສູ່ເປົ້າໝາຍໄລຍະໄກ ນັ້ນແມ່ນການເພີ່ມອັດຕາການເກີດຂອງປະຊາກອນທົ່ວປະເທດ.

ນີ້ບໍ່ແມ່ນຄັ້ງທຳອິດທີ່ລັດຖະບານຍີ່ປຸ່ນໃຊ້ລະບົບ AI ໃນການຈັບຄູ່ໃຫ້ມະນຸດ, ກ່ອນໜ້ານີ້ຍີ່ປຸ່ນກໍເຄີຍໃຊ້ຈັບຄູ່ໃຫ້ກັບບັນດາຄົນໂສດມາກ່ອນ ແຕ່ດ້ວຍຂໍ້ຈຳກັດຕ່າງໆເຮັດໃຫ້ລະບົບໃນຂະນະນັ້ນຍັງບໍ່ຄອບຄຸມຫຼາຍພໍ, ໂດຍລະບົບ AI ໃໝ່ນີ້ແກ້ໄຂຈຸດບອດເວີຊັນເກົ່າ ແລະ ເພີ່ມຟັງຊັນສຳຄັນເຂົ້າໄປ ຈາກແຕ່ກ່ອນມີແຕ່ອາຍຸ ແລະ ລາຍໄດ້ ຕໍ່ໄປຈະມີການເພີ່ມຂໍ້ມູນໃນສ່ວນຂອງເວລາວ່າງ, ​ທັດສະນະຄະຕິ ແລະ ມຸມມອງໃນການໃຊ້ຊີວິດ ເພື່ອໃຫ້ບັນດາຄູ່ຮັກຕັດສິນໃຈສານສຳພັນກັນຕໍ່ໄດ້ງ່າຍຂຶ້ນ.

ທີ່ຜ່ານມາລັດຖະບານຍີ່ປຸ່ນໄດ້ເປີດເຜີຍວ່າອັດຕາການແຕ່ງງານຂອງຄົນຍີ່ປຸ່ນລົດລົງໄປຫຼາຍກວ່າ 2 ແສນຄັ້ງ ນັບຕັ້ງແຕ່ປີ 2000 ແລະ ມີຄວາມສ່ຽງຈະລົດລົງຕໍ່ເນື່ອງ ລັດຖະບານຍີ່ປຸ່ນຈຶ່ງຫວັງວ່ານະໂຍບາຍນີ້ ຈະຊ່ວຍສ້າງແຮງຈູງໃຈໃຫ້ຄົນຫັນມາແຕ່ງງານກັນຫຼາຍຂຶ້ນ.

ທີ່ມາ: https://bit.ly/3nNZg3L