ຄວາມເຫງົາແມ່ນຫຍັງ? ແລະ ເປັນຫຍັງຕ້ອງຮູ້ສຶກເຫງົາ?


ຄວາມເຫງົາ ຖືເປັນຄວາມຮູ້ສຶກທີ່ເກີດຂຶ້ນກັບທຸກຄົນໄດ້ ຫຼື ອາດເວົ້າໄດ້ວ່າບໍ່ມີມະນຸດຄົນໃດໃນໂລກນີ້ທີ່ບໍ່ເຄີຍຮູ້ສຶກເຫງົາ ໂດຍຄິດໄລ່ເປັນ 80% ຂອງຄົນທີ່ມີອາຍຸຕ່ຳກວ່າ 18 ປີ ແລະ 40% ຂອງຄົນທີ່ເປັນຜູ້ໃຫຍ່ຂຶ້ນໄປຈົນຮອດອາຍຸ 65 ເລີຍມີຄວາມຮູ້ສຶກທີ່ເຫງົາ. ດັ່ງນັ້ນຄວາມເຫງົາ ຈຶ່ງເປັນປະສົບການຂອງຄົນທົ່ວໆໄປ ທີ່ໃຜໆກໍເປັນ ເຊິ່ງເຫດຜົນທີ່ມະນຸດເຮົາມີຄວາມຮູ້ສຶກເຫງົາ ກໍເປັນໄປໄດ້ຈາກປັດໄຈຫຼາຍຢ່າງ ໂດຍສະເພາະປັດໄຈທາງສັງຄົມ ເນື່ອງຈາກມະນຸດເປັນສັດສັງຄົມ (social species) ການມີສັງຄົມຈຶ່ງເປັນສ່ວນໜຶ່ງເຮັດໃຫ້ມະນຸດຮູ້ສຶກໝັ້ນຄົງປອດໄພ ເມື່ອໄດ້ຢູ່ໃນສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ຄວາມຢູ່ລອດ ແລະ ໄດ້ມີໂອກາດເຕີບໃຫຍ່ ມະນຸດຈຶ່ງບໍ່ເຫງົາ.


ຄວາມເຫງົານັ້ນເປັນອາລົມໜຶ່ງທີ່ສ້າງຄວາມທຸກລົບກວນໃຈຄົນເຮົາ ໂດຍເປັນຄວາມຮູ້ສຶກທີ່ວ່າຕົນເອງນັ້ນແຍກອອກຈາກສັງຄົມ (Social Isolation) ຫຼື ຄວາມຕ້ອງການທາງສັງຄົມບໍ່ໄດ້ຮັບການຕອບສະໜອງ ເຊິ່ງຄວາມຕ້ອງການທາງສັງຄົມໂດຍທົ່ວໄປຂອງຄົນເຮົາ ໄດ້ແກ່ ຄວາມຕ້ອງການເປັນສ່ວນໜຶ່ງຂອງສັງຄົມ ຫຼືກຸ່ມຄົນຈັກກຸ່ມໜຶ່ງ, ຄວາມຕ້ອງການທີ່ຈະໄດ້ຮັບຄວາມຮັກແລະຜູກພັນ, ຄວາມຕ້ອງການເປັນທີ່ຍອມຮັບ ແລະ ຄວາມຕ້ອງການທີ່ຈະໄດ້ຮັບຄຳຍ້ອງຍໍຈາກຄົນອື່ນເປັນຕົ້ນ.

ແຕ່ເຖິງຢ່າງນັ້ນ ບໍ່ແມ່ນວ່າຄວາມເຫງົາຈະບໍ່ເກີດຫາກມີຫຼາກຫຼາຍຄົນຢູ່ອ້ອມຮອບເຮົາ ເພາະຄວາມເຫງົາບໍ່ແມ່ນພຽງແຕ່ການຢູ່ຄົນດຽວ (Loneliness is not simply being alone.) ຖ້າບໍ່ເຊື່ອ ລອງນຶກເຖິງປະສົບການທີ່ຜ່ານມາຂອງຕົນເອງກໍໄດ້ ເຈົ້າເຄີຍບໍໍໍ…ເຈົ້າຮູ້ສຶກເຫງົາທັ້ງທີ່ຕົວເຈົ້າເອງກຳລັງຢູ່ໃນງານລ້ຽງຫຼືຢູ່ໃນສະຖານທີ່ທີ່ມີຄົນຢູ່ລວມກັນເປັນຈຳນວນຫຼາຍ ແຕ່ໃນບາງຄັ້ງ…ເຈົ້າຮູ້ສຶກອຸ່ນໃຈເຖິງວ່າຈະມີໝູ່ພຽງຄົນດຽວທີ່ນັ່ງຢູ່ຂ້າງໆເຈົ້າ ຫຼື ບາງຄົນແມ່ນຮູ້ສຶກດີທີ່ໄດ້ຢູ່ຕາມລຳພັງ.

ແຕ່ມີແອັບທາງສັງຄົມໃນສະໄໝນີ້ຢູ່ເປັນໝູ່ເຮົາໄດ້ເຊັ່ນ Clubhouse ເຊິ່ງເຈົ້າສາມາດເຂົ້າໄປສົນທະນາໂອ້ລົມ ໂດຍເຈົ້າບໍ່ຈຳຕ້ອງຍ່າງອອກຈາກເຮືອນເພື່ອໄປເຂົ້າຮ່ວມແບບຕົວເປັນໆ. ດັ່ງນັ້ນ ອາດໝາຍຄວາມໄດ້ວ່າ ຄວາມເຫງົາບໍ່ໄດ້ຂຶ້ນກັບຈຳນວນຂອງຜູ້ຄົນແລະສະພາບແວດລ້ອມ ແຕ່ຂຶ້ນຢູ່ກັບຄຸນະພາບຂອງການມີປະຕິສຳພັນລະຫວ່າງບຸກຄົນຕ່າງຫາກ.


ຖ້າຈະຖາມວ່າຄວາມເຫງົານັ້ນມາຈາກໃສ? Ami Rokach ນັກຈິດຕະວິທະຍາຄລີນິກ ແລະເປັນອາຈານປະຈຳສາຂາຈິດຕະວິທະຍາແຫ່ງ ມະຫາວິທະຍາໄລ York University ປະເທດ ແຄນນາດາ ໄດ້ເຮັດການວິໄຈພົບວ່າ ປັດໄຈທີ່ເຮັດໃຫ້ເກີດຄວາມຮູ້ສຶກເຫງົາແມ່ນ ໄດ້ແກ່ ການມີບັນຫາດ້ານສຳພັນທະພາບ, ປະສົບການໃນອະດີດທີ່ເຈັບປວດ (Traumatic Experience) ແລະ ການປັບຕົວຂອງແຕ່ລະບຸກຄົນ ເຊິ່ງຄວາມເຫງົາມັກຈະເກີດຂຶ້ນເມື່ອບຸກຄົນມີຄວາມຮູ້ສຶກວ່າ ຕົນເອງບໍ່ໄດ້ເປັນສ່ວນໜຶ່ງ, ບໍ່ໄດ້ຮັບການສະໜັບສະໜູນ, ບໍ່ຮັບຮູ້ເຖິງຄວາມໃກ້ຊິດຜູກພັນກັບບຸກຄົນອື່ນ ຫຼືບໍ່ຮູ້ວ່າຈະສື່ສານກັບຄົນອື່ນໄດ້ແນວໃດ.

ໃນງານວິໄຈຂອງ Rokach ຍັງກ່າວອີກວ່າ “ຄົນທີ່ແຕ່ງງານແລ້ວມັກຈະມີຄວາມຮູ້ສຶກເຫງົາໜ້ອຍກວ່າຄົນທີ່ຍັງບໍ່ໄດ້ແຕ່ງງານ ແຕ່ນັ້ນບໍ່ໄດ້ລວມເຖິງການມີຊີວິດຄູ່ທີ່ບໍ່ຫວານຊື່ນ ໂດຍພົບວ່າຄູ່ແຕ່ງງານບາງຄູ່ມີຄວາມຮູ້ສຶກເຫງົາ ເພາະຂາດຄວາມຮູ້ສຶກໃກ້ຊິດຜູກພັນ”.

ເຊິ່ງເມື່ອຄວາມເຫງົາເກີດຂຶ້ນ ຄົນເຮົາຕ້ອງມີການປັບຕົວເພື່ອຈັດການກັບຄວາມຮູ້ສຶກເຫງົາ ແຕ່ຫາກຄົນເຮົາບໍ່ສາມາດປັບຕົວຫຼືຢູ່ກັບຄວາມຮູ້ສຶກເຫງົາໄດ້ແລ້ວ ກໍມັກຈະມີຄົນທີ່ບອບບາງຕໍ່ຄວາມຄຽດ, ຄຽດງ່າຍ, ຮູ້ສຶກບໍ່ຄ່ອຍໄວ້ວາງໃຈຄົນອື່ນ, ມີພຶດຕິກໍາແຍກຕົວ ມີຄວາມສ່ຽງຕໍ່ການເປັນໂຣກຊຶມເສົ້າເພີ່ມຫຼາຍຂຶ້ນ ຫຼືມີອາການເຈັບປ່ວຍໄປຈົນເຖິງຂັ້ນເສຍຊີວິດໄດ້ ແລະ ເຖິງວ່າຄົນສ່ວນໃຫຍ່ເລືອກທີ່ຈະເຮັດໃຫ້ຕົນເອງບໍ່ເຫງົາດ້ວຍການລອງຫາເຮັດກິດຈະກຳຕ່າງໆ, ເບິ່ງລາຍການໂທລະພາບ, ຫຼິ້ນອິນເຕີເນັດ, ອອກກຳລັງກາຍ… ແຕ່ມັນກໍເປັນໄປບໍ່ໄດ້ເລີຍທີ່ຈະຫຼີກເວັ້ນການເຮັດໃຫ້ຕົນເອງບໍ່ຮູ້ສຶກເຫງົາໄດ້ຢ່າງສົມບູນ.

ທີ່ມາ : https://cutt.ly/bIWtsQH

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/