ນັກດາຣາສາດຄົ້ນພົບຄື້ນວິທະຍຸເລິກລັບທີ່ຖືກປ່ອຍອອກມາທຸກໆ 18 ນາທີ 18 ວິນາທີ ຈາກແຫຼ່ງທີ່ບໍ່ສາມາດລະບຸໄດ້ ໃນອະວະກາດ


ອະວະກາດນັ້ນກວ້າງໃຫຍ່ໄພສານເກີນຈະຈິນຕະນາການ ແລະ ເຕັມໄປດ້ວຍເລື່ອງລາວເລິກລັບທີ່ມະນຸດບໍ່ສາມາດພິສູດໄດ້. ຫຼ້າສຸດນີ້ ໃນຂະນະທີ່ກຸ່ມນັກດາຣາສາດກຳລັງເຮັດແຜນທີ່ຄື້ນວິທະຍຸຈັກກະວານ ພວກເຂົາໄດ້ຄົ້ນພົບຄື້ນວິທະຍຸເລິກລັບທີ່ຖືກປ່ອຍອອກມາທຸກໆ 18 ນາທີ 18 ວິນາທີ ໃນໄລຍະ 3 ເດືອນທຳອິດຂອງປີ 2018 ແລ້ວກໍຫາຍໄປ ໂດຍຄື້ນທີ່ພວກເຂົາຄົ້ນພົບແມ່ນບໍ່ຄືກັບສິ່ງທີ່ພວກເຂົາຄົ້ນພົບມາກ່ອນແລະກໍບໍ່ສາມາດບອກໄດ້ວ່າຕົ້ນກຳເນີດຂອງມັນແມ່ນຫຍັງ.

ດຣ. Natasha Hurley-Walker ນັກດາຣາສາດວິທະຍຸ ຈາກມະຫາວິທະຍາໄລ Curtin ແຫ່ງສູນວິໄຈດາຣາສາດວິທະຍຸນານາຊາດ ເຊິ່ງເປັນຜູ້ນໍາພາໃນການຄົ້ນພົບຄື້ນສັນຍານນີ້ ໄດ້ເປີດເຜີຍວ່າ ເຖິງຈະບອກບໍ່ໄດ້ຊັດເຈນວ່າຄື້ນວິທະຍຸນີ້ແມ່ນມາຈາກຫຍັງກັນແທ້ ແຕ່ທີມວິໄຈຄາດວ່າມັນໜ້າຈະມາຈາກການໂຄຈອນຂອງດວງດາວ ໂດຍໃຫ້ຄວາມເຫັນວ່າມັນອາດຈະແມ່ນວັດຖຸທາງດາຣາສາດທີ່ເອີ້ນວ່າ “magnetar” ເຊິ່ງເປັນກຸ່ມດາວ neutron ທີ່ມີສະໜາມແມ່ເຫຼັກພະລັງງານສູງ ທີ່ຢູ່ຫ່າງອອກໄປປະມານ 4,000 ປີແສງ.

ດາວ neutron ທີ່ນັກວິທະຍາສາດເວົ້າເຖິງນີ້ ແມ່ນເສດຊາກດວງດາວທີ່ເຫຼືອຈາກການຍຸບຕົວຂອງລະເບີດແບບ Super Nova ແລະ ຍຸບຕົວກາຍມາເປັນດາວ neutron ເຊິ່ງຫຼັງຈາກທີ່ມັນແຍກຕົວອອກມາ ມັນຈະໝຸນອ້ອມຕົວເອງດ້ວຍຄວາມໄວສູງ ແຕ່ເມື່ອເວລາຜ່ານໄປໄດ້ໄລຍະໜຶ່ງ ດາວ neutron ຈະເລີ່ມສູນເສຍພະລັງງານ ແລະໝຸນຊ້າລົງ. ຫາກພິຈາລະນາຈາກໄລຍະເວລາຈາກການປ່ອຍຄື້ນວິທະຍຸທີ່ມີຄວາມສະໝ່ຳສະເໝີ ດຣ. Natasha ກໍລະບຸວ່າ ເປັນໄປໄດ້ວ່າວັດຖຸຕົ້ນກຳເນີດນີ້ຈະໝຸນໄດ້ ຈຶ່ງມີຄວາມເປັນໄປໄດ້ວ່ານີ້ອາດເປັນຕົ້ນກຳເນີດຂອງຄື້ນປິດສະໜາ.

ແຕ່ເຖິງແບບນັ້ນ ຫາກເປັນ magnetar ແບບທີ່ນັກດາຣາສາດຄາດເດົາ ມັນກໍໜ້າຈະປ່ອຍພະລັງງານອອກມາໄດ້ຫຼາຍພໍສົມຄວນທີ່ຈະສາມາດກວດຈັບວັດຖຸຕົ້ນກຳເນີດ ບໍ່ແມ່ນຖິ້ມໄວ້ເປັນປິດສະໜາແບບນີ້, ຄວາມຈິງດັ່ງກ່າວເຮັດໃຫ້ທີມວິໄຈຕ່າງພາກັນສັບສົນ. ຢ່າງໃດກໍຕາມ ບໍ່ວ່າວັດຖຸນັ້ນຈະເປັນຫຍັງກໍຕາມ ດຣ. Natasha ບອກວ່າມັນໄດ້ແປງພະລັງງານແມ່ເຫຼັກມາເປັນຄື້ນວິທະຍຸໄດ້ມີປະສິດທິພາບຫຼາຍສຸດເທົ່າທີ່ເຄີຍຄົ້ນພົບມາ.

ສ່ວນຄຳຖາມທີ່ວ່າ ເປັນຫຍັງຢູ່ລ້າໆ ສັນຍານນັ້ນຈຶ່ງຫາຍໄປ ມີທິດສະດີໜຶ່ງທີ່ໜ້າຈະເປັນໄປໄດ້ນັ້ນຄື ຄື້ນວິທະຍຸນັ້ນມີການເຊື່ອມໂຍງກັບປາກົດການໃດປາກົດໜຶ່ງ ເຊັ່ນ ແຜ່ນດິນໄຫວ ແລ້ວເມື່ອເຫດການນັ້ນຈົບລົງ ຄື້ນສັນຍານກໍບໍ່ມີຕົວກະຕຸ້ນ.

ສຳລັບຫຼາຍຄົນທີ່ສົງໄສ ຫຼື ອາດຈະຄາດຫວັງວ່າ ມີຄວາມເປັນໄປໄດ້ບໍ່ວ່າຄື້ນວິທະຍຸນີ້ອາດຈະເປັນສີມືຂອງມະນຸດຕ່າງດາວ, ທາງ ດຣ. Natasha ຢືນຢັນແລ້ວວ່າ ມັນບໍ່ແມ່ນຄືທີ່ພາກັນສົງໄສຢ່າງແນ່ນອນ ເຊິ່ງກ່ອນໜ້ານີ້ທີມວິໄຈຂອງ ດຣ. Natasha ກໍສຶກສາເພື່ອຫາຄວາມເປັນໄປໄດ້ທາງທິດສະດີນີ້ ແຕ່ສຸດທ້າຍກໍຕ້ອງຕັດຕົວເລືອກນີ້ອອກໄປ ເພາະບໍ່ພົບຄວາມເຊື່ອມໂຍງໃດໆທັງນັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/