ລາວສັ່ງຫ້າມບໍ່ໃຫ້ນຳເຂົ້າຊີ້ນໝູຈາກໄທ


ຜ່ານມາເມື່ອບໍ່ດົນມານີ້ ທາງໄທໄດ້ມີການຂົນສົ່ງຊີ້ນໝູແບບຜິດກົດໝາຍເປັນຈຳນວນຫຼາຍໂຕນ ເພື່ອຈະນຳເອົາໄປຈຳໜ່າຍ ແຕ່ທາງເຈົ້າໜ້າທີ່ໄດ້ຈັບກຸມຜູ້ຂົນສົ່ງຕາມລະບຽບ ພ້ອມກັນນີ້ກໍໄດ້ນຳເອົາຊີ້ນໝູໄປທຳລາຍດ້ວຍການຝັງລົງດິນ ເນື່ອງຈາກຢ້ານຊີ້ນໝູດັ່ງກ່າວນັ້ນມີເຊື້ອພະຍາດ.

ເມື່ອເປັນດັ່ງນັ້ນ ທາງລາວເຮົາກໍໄດ້ເຄື່ອນໄຫວ, ເພື່ອປ້ອງກັນ, ສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດອະຫິວາໝູອາຟຣິກາ ບໍ່ໃຫ້ເຂົ້າມາແຜ່ລະບາດຢູ່ ສປປ ລາວ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກຄຳສັ່ງ ເຖິງຫົວໜ້າຫ້ອງການ, ບັນດາກົມ ແລະ ສະຖາບັນ ອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້; ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ, ນະຄອນຫຼວງ ວ່າດ້ວຍການໂຈະການອະນຸຍາດນໍາເຂົ້າ, ສົ່ງຜ່ານໝູມີຊີວິດ ແລະ ຜະລິດຕະພັນໝູ ຈາກຣາຊະອານາຈັກໄທ ແລະ ປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ ພ້ອມອອກຄໍາສັ່ງໃຫ້ປະຕິບັດ ດັ່ງນີ້:

ໃຫ້ກົມລ້ຽງສັດ ແລະ ການປະມົງ ສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູມີຊີວິດ ແລະ ຜະລິດຕະພັນໝູ ທຸກຊະນິດ ລວມທັງຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນ ຈາກປະເທດໄທ ແລະ ປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ ເຂົ້າມາ ຫຼື ສົ່ງຜ່ານ ສປປ ລາວ.

ໃຫ້ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ຊີ້ນຳສັດຕະວະແພດປະຈໍາ ດ່ານຊາຍແດນສາກົນ, ສະໜາມບິນສາກົນ, ດ່ານທ່າບົກທ່ານາແລ້ງ, ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ເພີ່ມທະວີ ຕິດຕາມ ແລະ ກວດກາການນໍາເຂົ້າ ຫຼື ສົ່ງຜ່ານ ໝູມີຊີວິດ, ຜະລິດຕະພັນໝູ ທຸກຊະນິດ ລວມທັງຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນ ຈາກຣາຊະອານາຈັກໄທ ຫຼື ຈາກປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ ເຂົ້າມາ ສປປ ລາວ. ໃນກໍລະນີກວດພົບເຫັນ ໃຫ້ຍຶດ ແລະ ດຳເນີນການ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.

ສໍາລັບຂອງກາງທີ່ກວດຍຶດໄດ້ຈາກການລັກລອບນໍາເຂົ້າ ຫຼື ສົ່ງຜ່ານ ໃຫ້ນໍາໄປທໍາລາຍຖິ້ມດ້ວຍການ ເຜົາ ຫຼື ຝັງ ຕາມຫຼັກວິຊາການ. ສ່ວນຜູ້ທີ່ລະເມີດ ໃຫ້ເຮັດບົດບັນທຶກກ່າວເຕືອນ, ປັບໃໝ ຫຼື ດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການ.

ໃຫ້ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອອກຄໍາແນະນຳດ້ານເຕັກນິກວິຊາການ ເພື່ອຜັນຂະຫຍາຍຄໍາສັ່ງສະບັບນີ້ ເປັນອັນລະອຽດ ພ້ອມທັງເພີ່ມທະວີເປັນເຈົ້າການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກາຢູ່ແຕ່ລະທ້ອງຖິ່ນໃຫ້ເຂັ້ມງວດ; ກໍລະນີພົບເຫັນ ໝູເຈັບ ຫຼື ຕາຍຍ້ອນພະຍາດດັ່ງກ່າວ ໃຫ້ນໍາໃຊ້ມາດຕະການທາງດ້ານເຕັກນິກ ຕາມຫຼັກວິຊາການຢ່າງຮີບດ່ວນ.

ຂອບໃຈຂໍ້ມູນຈາກ: https://bit.ly/3KMzl5z

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/