ຂໍໃຫ້ເຂົ້າໃຈ ບໍ່ຂໍໃຫ້ເຫັນໃຈ! ເວລານ້ຳມັນຂຶ້ນ ເຮົາຕ້ອງເບິ່ງການປັບລາຄາກົນໄກສາກົນ


ໃນກອງປະຊຸມສະໄໝສາມັນເທື່ອທີ 2 ໃນວັນທີ 5 ພະຈິກ 2021 ທີ່ຜ່ານມາ ທ່ານນາຍົກໄດ້ກ່າວເຖິງບັນດາການແກ້ໄຂຄວາມຫຍຸ້ງຍາກ ແລະ ຄວາມສະດວກ ໃນການພັດທະນາເສດຖະກິດສັງຄົມ.

ທ່ານນາຍົກໄດ້ກ່າວເຖິງພາບລວມເສດຖະກິດມະຫາພາກວ່າ: “ເພື່ອປະກອບເຂົ້າໃນການຕີລາຄາລະດັບການຂະຫຍາຍຕົວຂອງ GDP ແມ່ນຢູ່ກັບກະແສໝຸນວຽນຂອງລາຍຮັບ ເຊິ່ງເປັນພື້ນຖານຂອງເສດຖະກິດ ຖືວ່າເງິນເປັນລາຍຮັບບໍ່ແມ່ນອັນອື່ນ, ຫົວໜ່ວຍໜຶ່ງໃນພາກສ່ວນເສດຖະກິດຖືເອົາຄົວເຮືອນ ສ່ວນໜຶ່ງແມ່ນຫົວໜ່ວຍທຸລະກິດ.
ຖ້າຫາກໄຫຼອອກໄຫຼເຂົ້າເທົ່າກັນ ເສດຖະກິດເຮົາແມ່ນດຸ່ນດ່ຽງ ແລະ ຖ້າວ່າໄຫຼເຂົ້າໜ້ອຍກວ່າໄຫຼອອກ ແມ່ນເສດຖະກິດເຮົາຖົດຖອຍ ແລະ ສິ່ງທີ່ຕ້ອງການຄືເຮັດແນວໃດໃຫ້ໄຫຼເຂົ້າ ຫຼາຍກວ່າໄຫຼອອກ. ຖ້າຫາກເຮົາບໍ່ຊຸກຍູ້ການຜະລິດ, ບໍ່ມີການລົງທຶນຂອງພາກເອກະຊົນ, ບໍ່ມີການປູກຝັງລ້ຽງສັດ, ບໍ່ມີການຜະລິດສິນຄ້າ ການໄຫຼອອກມັນຈະຫຼາຍກວ່າໄຫຼເຂົ້າ. ຫຼາຍປະເທດກໍຍັງຕິດລົບໃນໄລຍະໂຄວິດ-19 ສ່ວນລາວເຮົາແມ່ນຍັງບໍ່ເຖິງຂັ້ນຕິດລົບ ກໍເພາະວ່າການໄຫຼອອກມັນຫຼາຍກວ່າການໄຫຼເຂົ້າ. ສະນັ້ນ ຈຶ່ງຢາກສະເໜີ ທ່ານຜູ້ແທນ ຈະຂໍພະຍາຍາມຄິດໄລ່ສ່ວນທີ່ເວົ້າມານີ້ໃຫ້ມັນລະອຽດຖີ່ຖ້ວນທີ່ສຸດ”.

ທ່ານນາຍົກໄດ້ຍົກຕົວຢ່າງເຖິງເສດຖະກິດວ່າ: “ທະນາຄານອັດຕາແລກປ່ຽນເງິນຕາ ມັນແມ່ນຜົນພວງການເຮັດເສດຖະກິດເຮົາໃຫ້ດີ ຫຼື ຮ້າຍ ມັນປາກົດອອກຢູ່ທະນາຄານ, ປາກົດອອກອັດຕາເງິນເພີ່ມ, ປາກົດອອກອັດຕາແລກປ່ຽນ ຕົວຢ່າງ: ຄ່ານ້ຳມັນຂຶ້ນເຮົາກໍຕ້ອງເບິ່ງວ່າສາກົນຂຶ້ນບໍ ຈະເວົ້າວ່າລັດຖະບານຄຸ້ມຄອງບໍ່ໄດ້ມັນກໍບໍ່ແມ່ນ ເພາະທາງນອກມັນເປັນແບບນັ້ນ. ແຕ່ວ່າ ເວລາມັນກະທົບເຮົາຈະເຮັດແນວໃດ ເພື່ອປະຄັບປະຄອງໃຫ້ເສດຖະກິດເຮົາບໍ່ໃຫ້ລົດໜ້ອຍຖອຍລົງ, ການປັບລາຄານ້ຳມັນຈະເຮັດແນວໃດ ກໍຕ້ອງໄດ້ເບິ່ງສາກົນແລະກົນໄກພາຍໃນ ແລະ ຂໍໃຫ້ເຂົ້າໃຈ ບໍ່ແມ່ນຂໍໃຫ້ເຫັນໃຈຕະຫຼອດ ຂໍໃຫ້ເຂົ້າໃຈດ້ວຍເຫດຜົນ ແນ່ນອນໄດ້ດີໄດ້ຮ້າຍແມ່ນຄວາມຮັບຜິດຊອບຂອງລັດຖະບານ, ຈະຮັບຜິດຊອບບໍ່ຖິ້ມໃສ່ໃຜ ແຕ່ຕ້ອງຢູ່ບົນພື້ນຖານເຫດຜົນ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/