ສຸກສະຫວັນ ຈັນທິລາດ ນັກກິລາເທຄວັນໂດ ທີ່ຄວ້າໄຊຊະນະມາຫຼາຍລາຍການ


ເປັນອີກໄວໜຸ່ມຄົນໜຶ່ງທີ່ມີຄວາມມາສາດດ້ານກິລາຫຼາຍປະເພດ ພ້ອມທັງເປັນນັກກິລາ ເທຄວັນໂດ ຕົວແທນຂອງ ສປປ ລາວ ຍາດໄຊຊະນະ ແລະ ຄວາມພູມໃຈມາສູ່ຄົນລາວສະເໝີ ໄປແຂ່ງຂັນໃນລາຍການລະດັບສາກົນ ມາແລ້ວ. ພ້ອມກັນນີ້ຍັງໄດ້ທັງຫຼຽນເງິນແລະຫຼຽນຄຳ ໃນລາຍການໃຫຍ່ໆມາແລ້ວ, ເມື່ອບໍ່ດົນມານີ້ກໍໄດ້ຫຼຽນຄຳຈາກລາຍການ Korean Ambassador’s Cup Taekwondo World Championship 2021. ມື້ນີ້ທາງທີມຂ່າວ Lao X ຈະມານຳສະເໜີຄວາມສຳເລັດ ແລະ ໄຊຊະນະຕ່າງໆມາໃຫ້ທຸກຄົນໄດ້ຮັບຮູ້ເລັກໜ້ອຍ.

1.ຊື່ຫຍັງ ແລະ ອາຍຸຈັກປີ?
– ຊື່ ກຸ້ງ ຫຼື ສຸກສະຫວັນ ຈັນທິລາດ ອາຍຸ 23 ປີ (ນັກກິລາເທຄວັນໂດປະເພດພູມເຊ້ POOMSAE)

2.ປັດຈຸບັນຮຽນຢູ່ໃສ?
– ຮຽນຢູ່ ຄະນະວິທະຍາສາດການກິລາ-ກາຍະກຳ ມະຫາວິທະຍາໄລແຫ່ງຊາດ.

3.ຕົ້ນກຳເນີດທີ່ເຮັດໃຫ້ສົນໃຈກິລາປະເພດນີ້ຍ້ອນຫຍັງ?
– ຕົ້ນກຳເນີດໃນການຫຼິ້ນກິລານີ້ຍ້ອນມີເອື້ອຍທີ່ເປັນນັກກິລາຄືກັນ ເອື້ອຍພາໄປຊ້ອມກໍເລີຍເປັນຈຸດເລີ່ມຕົ້ນ.

4.ມັກ ແລະ ຫຼິ້ນກິລານີ້ ດົນແລ້ວບໍ?
– ຫຼິ້ນກິລາປະເພດນີ້ມາໄດ້ 13 ປີ ຫຼິ້ນຕັ້ງແຕ່ ອາຍຸ 10 ປີ.

5.ຜ່ານມາໄດ້ຄວ້າຮາງວັນຫຍັງແດ່?
– ນັບຕັ້ງແຕ່ຫຼິ້ນມາເຄີຍຄວ້າມາຫຼາຍຮາງວັນແລ້ວ ບໍ່ວ່າຈະເປັນຂັນນັກກິລາດີເດັ່ນກໍໄດ້ມາ 6 ຄັ້ງແລ້ວ.

6.ນອກຈາກເທຄວັນໂດ້ແລ້ວ ຫຼິ້ນກິລາຫຍັງໄດ້ອີກບໍ?
– ນອກຈາກເທຄວັນໂດແລ້ວ, ຍັງເປັນນັກກິລາທີມຊາດປັນຈັກສີລັດ ຕິດທີມຊາດກິລານີ້ມາໄດ້ 8 ປີ ເຂົ້າຮ່ວມແຂ່ງຂັນ ກິລານັກຮຽນອາຊຽນ, ກິລາມະຫາໄລອາຊຽນ, ກິລາຊີເກມ, ກິລາເອຊຽນເກມ, ຊິງແຊ້ມເອເຊຍ, ຊິງແຊ້ມໂລກ ແລະ ໄດ້ຄວ້າຮາງວັນມາຫຼາຍຮາງວັນເຊັ່ນ ຫຼຽນເງິນທົວນາເມັ້ນເອຊຽນເກມ 2018, 2 ຫຼຽນທອງແດງ ຊິງແຊ້ມຫາດຊາຍໂລກ 2019.

7.ຢາກຂອບໃຈໃຜເປັນພິເສດບໍ?
ຢາກຂອບໃຈຕົນເອງ ທີ່ຕັດສິນໃຈເຂົ້າມາໃນວົງການກິລາ ແລະ ຂອບໃຈ ພໍ່ແມ່, ເອື້ອຍທັງສອງຜູ້ທີ່ເປັນກຳລັງໃຈ ແລະ ຫ່ວງໃຍເວລາໄປເກັບຕົວ ແລະ ຂອງໃຈຄູຝຶກທີ່ຄອຍໃຫ້ຄຳປຶກສາ ແລະ ຕິເຕືອນ ຂອບໃຈເພື່ອນຮວມທີມທີ່ຢູ່ຄຽງຂ້າງ ແລະ ໃຫ້ກຳລັງໃຈກັນ ແລະ ສຸດທ້າຍກໍຂອບໃຈທຸກໆໂອກາດທີ່ເຂົ້າມາໃນຊີວິດ. ຖ້າເວົ້າເຖິງການຊັກຊວນ ກໍຢາກໃຫ້ໄວ້ໜຸ່ມລາວ ຫຼື ສັງຄົມລາວຫັນມາໃຫ້ຄວາມສົນໃຈວົງການກິລາລາວ ຫຼື ນັກກິລາລາວ ຜູ້ທີ່ເສຍສະຫຼະເວລາ ແລະ ສ້າງຊື່ສຽງໃຫ້ກັບປະເທດລາວຫຼາຍຂຶ້ນ.

ເວົ້າໄດ້ເລີຍວ່າເປັນໄວໜຸ່ມທີ່ມີຄວາມໂດດເດັ່ນທາງດ້ານກິລາເປັນທີ່ສຸດ ພ້ອມທັງເປັນແຮງບັນດານໃຈໃຫ້ໃຜຫຼາຍຄົນ ເປັນຕົ້ນແບບໃຫ້ໄວໜຸ່ມຜູ້ຮັກກິລາໄດ້ດີ.

ຂອບໃຈບົດສຳພາດໂດຍ: ສຸກສະຫວັນ ຈັນທິລາດ ຫຼື ກຸ້ງ ເຟສບຸກ: Koung Chanthilath.
ສຳພາດໂດຍ: Cat-Meo-ManU.
ສຳພາດວັນທີ: 16 ພະຈິກ 2021.
ຂໍ້ມູນເພີ່ມຕື່ມ: National University Taekwondo Club-ສະໂມສອນເທຄວັນໂດ ມະຫາວິທະຍາໄລແຫ່ງຊາດ https://bit.ly/3wTyw48

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/