ອຸມົງລົດໄຟຮັກໂລກ ຕິດແຜງໂຊລາເຊວທາງເທິງ ແລ່ນດ້ວຍພະລັງງານສະອາດ


ອຸມົງລົດໄຟຮັກໂລກ ຄຳນີ້ບໍ່ໄດ້ເກີນຄວາມເປັນຈິງເລີຍ ເພາະລົດໄຟສາຍປາຣິສ-ເບລຢຽມ ນີ້ຕິດຕັ້ງແຜງໂຊລາເຊວ ແລ່ນດ້ວຍພະລັງງານແສງຕາເວັນ ລົດການໃຊ້ພະລັງງານເຊື້ອໄຟ ນັ້ນກໍຄືການຫຼຸດຜ່ອນການປ່ອຍຄາບອນຂຶ້ນສູ່ອາກາດນັ້ນເອງ.

ແຜງໂຊລາທີ່ຕິດຕັ້ງໄວ້ເທິງອຸມົງລົດໄຟ ຍາວເຖິງ 3.6 ກິໂລແມັດ ເມື່ອລວມພື້ນທີ່ທັງໝົດຈະເທົ່າກັບເດີ່ນເຕະບານລວມກັນ 8 ເດີ່ນ!

ເມື່ອກ່ອນອຸມົງແຫ່ງນີ້ສ້າງຂຶ້ນມາເພື່ອບໍ່ໃຫ້ຕົ້ນໄມ້ຕົກມາໃສ່ທາງລົດໄຟ ແຕ່ພາກສ່ວນກ່ຽວຂ້ອງແນມເຫັນພື້ນທີ່ເທິງອຸມົງທີ່ສາມາດໃຊ້ສອຍໃຫ້ເປັນປະໂຫຍດໄດ້ຈຶ່ງຕິດຕັ້ງແຜງໂຊລາເຊວ ເພື່ອນຳເອົາພະລັງງານແສງຕາເວັນມາຂັບເຄື່ອນຂະບວນລົດໄຟ.

ປັດຈຸບັນ ເທິງອຸມົງມີແຜງໂຊລາເຊວຫຼາຍກວ່າ 16,000 ແຜງທີ່ສາມາດຜະລິດໄຟຟ້າໄດ້ 3,300 ເມກາວັດ/ຊົ່ວໂມງ ທຽບກັບພະລັງງານຢູ່ເຮືອນ 1,000 ຫຼັງທີ່ໃຊ້ໃນແຕ່ລະປີ. ບໍລິສັດ Enfinity ທີ່ເປັນຜູ້ຜະລິດບອກວ່າ ມັນສາມາດຫຼຸດຜ່ອນການປ່ອຍກາສຄາບອນໄດອອກໄຊໄດ້ຫຼາຍເຖິງ 2,400 ໂຕນ/ປີ ແລະ ມີພະລັງງານຫຼາຍພໍທີ່ຈະຂັບເຄື່ອນລົດໄຟ 4,000 ຂະບວນ ແຖມຍັງຫຼຸດຜ່ອນຄ່າໄຟຟ້າຕ່າງໆ ໄດ້ຫຼາຍເຖິງ 30%.

ເປັນເສັ້ນທາງລົດໄຟທີ່ລ້ຳສະໄໝ ແລະ ຮັກໂລກແທ້ໆ. ໄວໆນີ້ປະເທດລາວເອງກໍຈະເລີ່ມເປີດບໍລິການລົດໄຟແລ້ວ ຫວັງວ່າໃນອະນາຄົດ ເຮົາອາດຈະມີໂອກາດເອົາບົດຮຽນຈາກເສັ້ນທາງສາຍປາຣິສ-ເບລຢຽມມາໝຸນໃຊ້ໃນເສັ້ນທາງລົດໄຟບ້ານເຮົາ ຄົງຈະດີບໍ່ໜ້ອຍເລີຍ!!!

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/