ອິ່ມບຸນໃນຣົດພຣະທຳໄປກັບ Somdej Coin (SDC) ຫຼື ສົມເດັດ ຄອຍ ສະກຸນເງິນດິຈິຕອນພຣະເຄື່ອງຫຼຽນທຳອິດຂອງໂລກ


ກະແສສະກຸນເງິນດິຈິຕອນ ຫຼື cryptocurrency ແມ່ນໄດ້ແຜ່ລາມໄປໃນຫຼາຍໆອຸດສາຫະກໍາທົ່ວໂລກ ແລະເຮົາກໍສາມາດເຫັນສະກຸນເງິນເຫຼົ່ານີ້ໄດ້ທົ່ວໄປໃນຊີວິດປະຈຳວັນ ນັບຕັ້ງແຕ່ການຊື້-ຂາຍຫຸ້ນ, ໃນຕະຫຼາດຫຼັກຊັບ ຕະຫຼອດຮອດເຖິງການຊື້ຂາຍສິ່ງຂອງດ້ວຍສະກຸນດິຈິຕອນ ແລະ ມື້ນີ້ກະແສຂອງ cryptocurrency ກໍໄດ້ມາຮອດວົງການພຣະເຄື່ອງແລ້ວ ເພາະທາງປະເທດໄທ ໄດ້ເປີດຕົວຫຼຽນ ພຣະເຄື່ອງທຳອິດຂອງໂລກທີ່ມີຊື່ວ່າ Somdej Coin ຫຼື ສົມເດັດ ຄອຍ.

ໂດຍຫຼຽນ Somdej Coin ຫຼື ສົມເດັດຄອຍນີ້ຖືກພັດທະນາດ້ວຍ Blockchain ຈາກລະບົບ Binance Smart Chain (BSC) ເປັນ Blockchain ທີ່ເຮັດວຽກຄວບຄູ່ໄປກັບ Binance Chain ເຊິ່ງສິ່ງທີ່ຕ່າງຈາກ Binance Chain ຄື BSC ມີໜ້າທີ່ການເຮັດວຽກຂອງ Smart Contract ແລະ ມີຄວາມເຂົ້າກັນໄດ້ກັບ Ethereum Virtual Machine (EVM).

ສົມເດັດ ຄອຍ Somdej coin ອັກສອນຫຍໍ້ຂອງຫຼຽນແມ່ນ SDC ເປັນ DeFi Token ທີ່ຖືກສ້າງຂຶ້ນມາຈາກ Blockchain ເປັນຫຼຽນ ດິຈິຕອນ ທີ່ມີຈໍານວນຈໍາກັດພຽງ 66,186,727 ລ້ານຫຼຽນທົ່ວໂລກເທົ່ານັ້ນ ເຊິ່ງຈໍານວນຫຼຽນນີ້ແມ່ນເທົ່າກັບຈຳນວນປະຊາກອນໄທໃນປີ 2021.

ຈຸດປະສົງໃນການສ້າງຫຼຽນນີ້ແມ່ນ ເພື່ອຢາກເຮັດການກຸສົນ ຊ່ວຍເຫຼືອສັງຄົມ ແລະ ບຳລຸງພຸດທະສາສະໜາ ໃຫ້ກັບຄົນໄທ ແລະ ຄົນທົ່ວໂລກສາມາດເຂົ້າເຖິງຫຼຽນ Somdej Coin ທີ່ເປັນຫຼຽນດິຈິຕອນຮຸ່ນທໍາອິດຂອງໂລກທີ່ອ້າງອີງຈາກປະຫວັດສາດຂອງຄົນໄທ ແລະ ຄົນເອເຊຍທີ່ມີຊື່ສຽງພ້ອມກັບວັດທະນະທຳທີ່ມີມາແຕ່ດົນນານ.

ສຳລັບລະບົບການເຮັດວຽກຂອງຫຼຽນ Somdej Coin ແມ່ນຈະຫັກ Tax 3 % ທຸກຄັ້ງທີ່ມີການຊື້ຂາຍ ເພື່ອນຳໄປບໍາລຸງພຸດທະສາສະໜາ ແລະ ຊ່ວຍເຫຼືອສັງຄົມໃນປະເທດໄທ. 

ສ່ວນທ່າອ່ຽງຕະຫຼາດໃນອະນາຄົດ ທີມພັດທະນາບອກວ່າຈະບໍ່ໄດ້ຢຸດພຽງແຕ່ການແລກປ່ຽນຜ່ານ Pancakeswap ເທົ່ານັ້ນ ແຕ່ຍັງມີເປົ້າໝາຍທີ່ຈະພາຍາມຍາມນຳ Somdej coin ເຂົ້າໄປຢູ່ໃນຕະຫຼາດຊື້ຂາຍລະດັບໂລກເຊັ່ນ Binance ແລະ Satang ເພື່ອໃຫ້ຜູ້ຖືຄອງຫຼຽນທົ່ວໂລກ ໂອນຍ້າຍຫຼຽນການກຸສົນສະດວກຂຶ້ນຕື່ມ. ເມື່ອມີການຊື້ຂາຍຫຼືໂອນຍ້າຍກໍຈະເຮັດໃຫ້ເກີດມີການຊ່ວຍເຫຼືອສັງຄົມແລະມູນນິທິ ພາຍໃນປະເທດໄທ ນອກຈາກນີ້ Somdejcoin ສາມາດເພິ່ມໂອກາດໃຫ້ກັບຄົນທີ່ລໍາບາກໄດ້ອີກຫຼາຍຄົນ.

ໂດຍໃນ ວັນ 22 ມິຖຸນາ ປີ 2021 ທີ່ຜ່ານມາ ທາງຜູ້ພັດທະນາຂອງ Somdej Coin ໄດ້ຍື່ນໜັງສືໃຫ້ແກ່ສໍານັກພຸດທະສາສະໜາແຫ່ງປະເທດໄທເພື່ອກຽມນຳຫຼຽນ SDC ທີ່ໄດ້ຊ່ວຍໃນການກຸສົນນີ້ ຂຶ້ນລາຍຊື່ໃນ Centralized Exchange ພາຍໃນປະເທດ ແລະ ອະນາຄົດຕໍ່ໆໄປ. 

Somdejcoin ແມ່ນຈະແຈກຟຣີໃຫ້ກັບຄົນທີ່ຕ້ອງການທີ່ຈະສະສົມ (ເຊິ່ງບໍ່ເສຍຄ່າໃຊ້ຈ່າຍໃດໆ) ສາມາດນຳໄປແລກປ່ຽນກັບສະກຸນເງິນດິຈິຕອນໄດ້ທົ່ວໂລກຜ່ານທາງ Pancakeswap ຂອງ BSC ຫຼື Decentralised Exchange ເຊັ່ນ Arken.Finance ໄດ້. ແຕ່ທາງທີມພັດທະນາແນະນຳໃຫ້ເອົາຫຼຽນ SDC ເປັນຫຼຽນສໍາລັບການສະສົມບໍ່ໄດ້ເອົາໄວ້ເພື່ອເກັງກຳໄລ.

ຂອບໃຈຂໍ້ມູນຈາກ: https://cutt.ly/vTn4n3V

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/