ລາວເປັນໜຶ່ງໃນ 95 ປະເທດທີ່ໄດ້ຮັບສິດຜະລິດຢາປົວ Covid-19 ແບບເມັດຂອງ Pfizer ໃນລາຄາຖືກ


ໃນວັນທີ 16 ພະຈິກທີ່ຜ່ານມາ ບໍລິສັດ Pfizer Inc (PFE.N) ປະກາດສຳເລັດການອອກຂໍ້ຕົກລົງກັບໜ່ວຍງານດ້ານສິດທິບັດການຢາ Medicine Patent Pool (MPP) ຕໍ່ການອະນຸມັດການຜະລິດຢາແບບເມັດທີ່ໃຊ້ສຳລັບປົວເຊື້ອ Covid-19 ໃຫ້ແກ່ 95 ປະເທດທີ່ມີລາຍຮັບຕ່ຳ-ປານກາງ, ເຊິ່ງລາວເຮົາກໍເປັນໜຶ່ງໃນກຸ່ມປະເທດທີ່ໄດ້ຮັບສິດຜະລິດຢາໃນລາຄາຖືກນັ້ນ.

ສຳລັບກຸ່ມປະເທດທີ່ຢູ່ໃນລາຍຊື່ທັງ 95 ປະເທດນັ້ນເປັນກຸ່ມປະເທດທີ່ຈັດຢູ່ໃນກຸ່ມທຸກຍາກ ເຊິ່ງວ່າມີຈຳນວນສູງເຖິງ 53% ຂອງປະຊາກອນໂລກ. ຈຸດປະສົງດັ່ງກ່າວກໍເພື່ອໃຫ້ການປິ່ນປົວຂອງຢາເມັດທີ່ມີປະສິດທິຜົນ 89% ກັນຄວາມສ່ຽງຕໍ່ອາການສາຫັດຈາກໂຄວິດນັ້ນ ໄດ້ເຂົ້າເຖິງປະຊາຊົນໃຫ້ກວ້າງຂວາງຫຼາຍກວ່າວັກຊີນ.

ຂໍ້ຕົກລົງພາຍໃຕ້ຊື່ແພກໂລວິດ (Paxlovid) ກໍຄືການທີ່ໜ່ວຍງານ MPP ຈະໄດ້ຮ່າງສັນຍາກັບຜູ້ຜະລິດຢາສາມັນໃນກຸ່ມປະເທດທີ່ໄດ້ຮັບອະນຸຍາດນັ້ນໆ ເພື່ອຜະລິດຢາປົວ Covid-19 ຂອງໄຟເຊີໄດ້. ລວມຕັ້ງແຕ່ປະເທດທີ່ມີລາຍຮັບຕ່ຳ, ຕ່ຳລະດັບກາງ, ລະດັບກາງຂຶ້ນມາ ເຊັ່ນ Sub-Saharan Africa ລວມໄປເຖິງປະເທດທີ່ໄດ້ຫຼຸດພົ້ນຈາກລາຍຮັບຕ່ຳກາງ ໄປຫາກາງລະດັບສູງພາຍໃນໄລຍະ 5 ປີ ທີ່ຜ່ານມາ. ໄຟເຊີນັ້ນຈະບໍ່ໄດ້ຮັບຜົນຕອບແທນຈາກການຂາຍຢາໃນລາຄາຕ່ຳນີ້ ຕາມເງື່ອນໄຂຂໍ້ຕົກລົງກັບອົງການອະນາໄມໂລກ ທີ່ນັບສະຖານະການປັດຈຸບັນເປັນສະຖານະການສຸກເສີນຕໍ່ສາທາລະນະສຸກນານາຊາດ.

“ໄຟເຊີຍັງຄົງຕ້ອງປະຕິບັດສຶກສາເພື່ອການຄົ້ນຄວ້າທາງວິທະຍາສາດຕໍ່ໄປ ເພື່ອຊ່ວຍໃຫ້ການລະບາດນີ້ໝົດລົງສຳລັບທຸກຄົນ. ໂດຍພວກເຮົາເຊື່ອວ່າ ຢາເມັດແບບກິນດັ່ງກ່າວນ້ັ້ນຈະມີບົດບາດສຳຄັນໃນການລົດຄວາມຮຸນແຮງຂອງເຊື້ອ Covid-19 ແລະ ຈະຊ່ວຍເຫຼືອຊີວິດຄົນໄດ້ຫຼາຍຂຶ້ນ” Albert Bourla ແລະ ຄະນະກຳມະການຂອງບໍລິສັດໄຟເຊີໄດ້ໃຫ້ສຳພາດ “ພວກເຮົາຈະຕ້ອງເຮັດວຽກເພື່ອໃຫ້ໝັ້ນໃຈວ່າ ທຸກຄົນຈະຕ້ອງສາມາດເຂົ້າເຖິງຢາໄດ້ ບໍ່ວ່າສະຖານະການຂອງພວກເຂົາເປັນແນວໃດ ແລະ ຍິນດີທີ່ໄດ້ເຂົ້າຮ່ວມວຽກກັບ MPP ເພື່ອສ້າງຄວາມສົມດຸນແກ່ວຽກງານພວກເຂົ້າເພີ່ມຂຶ້ນ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/