ຂີ້ຄ້ານແບບໃດໃຫ້ໄດ້ດີ? 7 ວິທີເຮັດວຽກໃຫ້ສຳເລັດ ແບບຄົນຂີ້ຄ້ານ


ຄວາມຂີ້ຄ້ານຖືກເບິ່ງວ່າເປັນຕົວແທນຂອງຄວາມບໍ່ກະຕືລືລົ້ນ, ບໍ່ພັດທະນາຕົນເອງ ເຊິ່ງກົງກັນຂ້າມກັບຄວາມດຸໝັ່ນ. ແຕ່ມັນບໍ່ແມ່ນແບບນັ້ນສະເໝີໄປ ຄວາມຂີ້ຄ້ານເປັນພຽງຄວາມຮູ້ສຶກໜຶ່ງ ຫຼື ອາລົມໃນເວລາໃດໜຶ່ງ ຄວາມຂີ້ຄ້ານເປັນສິ່ງທີ່ທຸກຄົນມີ ເຊັ່ນດຽວກັບທີ່ເຮົາຮູ້ສຶກຢາກເຂົ້າ ຮູ້ສຶກຮ້ອນໜາວ ແລະ ອື່ນໆ.

ສາເຫດຂອງຄວາມຂີ້ຄ້ານອາດບໍ່ແມ່ນເພາະຂີ້ຄ້ານພຽງຢ່າງດຽວ ອາດມີຫຼາຍຄວາມຮູ້ສຶກທີ່ປົນຢູ່ນຳ ເຊິ່ງຄວາມຂີ້ຄ້ານເກີດມາຈາກຫຼາຍສາເຫດໄດ້ແກ່:

1) Laziness ຄືຄວາມຂີ້ຄ້ານແຕ່ບໍ່ໄດ້ຂາດແຮງຈູງໃຈ

2) Apathy ຄືຄວາມເມີນເສີຍ ບໍ່ສົນໃຈຫຍັງເລີຍ ແຕ່ນັກຈິດຕະວິທະຍາມັກໃຊ້ຄຳວ່າ ຂາດແຮງຈູງໃຈເຊື່ອມໂຍງກັບພາວະຊຶມເສົ້າ

3) ຄວາມຂີ້ຄ້ານເກີດໄດ້ຈາກການຢຶດຕິດກັບຄວາມສະບາຍ

4) Low energy ຄືພະລັງງານຕ່ຳ ບໍ່ມີຄວາມກະຕືລືລົ້ນ

5) ຂາດແຮງຈູງໃຈ ແຕ່ມີສິ່ງທີ່ຕ້ອງເຮັດ ຫຼື ມີເປົ້າໝາຍແຕ່ບໍ່ມີແຮງຈູງໃຈ

6) Burn out ພາວະໝົດໄຟ

ຄົນສ່ວນຫຼາຍຄິດວ່າການຈະເຮັດບາງຢ່າງສຳເລັດນັ້ນຕ້ອງເປັນຄົນດຸໝັ່ນພຽງຢ່າງດຽວ ແຕ່ແທ້ຈິງແລ້ວຄົນຂີ້ຄ້ານກໍສາມາດປະສົບຜົນສຳເລັດໄດ້ເຊັ່ນດຽວກັນ ຄວາມຂີ້ຄ້ານເປັນອີກໜຶ່ງຫົນທາງທີ່ເຮັດໃຫ້ການເຮັດວຽກມີປະສິດທິພາບ ຖ້າຫາກຮູ້ຈັກນຳໃຊ້ຢ່າງເໝາະສົມ.

ວິທີເຮັດວຽກສຳເລັດແບບຄົນຂີ້ຄ້ານ

1) ຕ້ອງມີການວາງແຜນ

   ຄວນຂີ້ຄ້ານແບບມີວິໄນ ມີແບບແຜນໃຫ້ຕົນເອງວ່າຄວນເຮັດສິ່ງໃດກ່ອນໃນແຕ່ລະວັນ ການວາງແຜນຈະເຮັດໃຫ້ເຮົາສາມາດເຫັນພາບລວມວ່າເຮົາເຮັດວຽກເວລາໃດ ແລະ ເວລາໃດຄວນພັກຜ່ອນ

2) ຕັ້ງເປົ້າໝາຍໄລຍະສັ້ນ

   ການຕັ້ງເປົ້າໝາຍໄລຍະໄກເປັນສິ່ງທີ່ດີ ແຕ່ມັນຈະເຮັດໃຫ້ເຮົາຮູ້ສຶກວ່າຍາກ ແລະ ເມື່ອຍງ່າຍ. ສະນັ້ນການຕັ້ງເປົ້າໝາຍໄລຍະສັ້ນແຕ່ເຮັດທຸກມື້ເປັນປະຈຳຈຶ່ງເປັນທາງເລືອກທີ່ດີກວ່າ

3) ຫາແຮງຈູງໃຈຈາກພາຍນອກ

    ແຮງຈູງໃຈມີທັງພາຍໃນຕົນເອງ ແລະ ຈາກພາຍນອກ ເຊິ່ງການຫາແຮງຈູງໃຈຈາກພາຍນອກຈະງ່າຍກວ່າ ແລະ ເມື່ອໄດ້ຮັບແຮງຈູງໃຈຈະເຮັດໃຫ້ເກີດການກະຕຸ້ນໃຫ້ມີຄວາມກະຕືລືລົ້ນໃນການເຮັດວຽກງານໃຫ້ມີປະສິດທິພາບ

4) ຂີ້ຄ້ານເພື່ອລົດຄວາມຄຽດ

     ໃຫ້ເວລາຕົນເອງໄດ້ຂີ້ຄ້ານແດ່ ເພື່ອເຕີມພະລັງໃຫ້ກັບສະໝອງເພາະບໍ່ມີຫຍັງບັ່ນທອນປະສິດທິພາບການເຮັດວຽກໄດ້ດີໄປກວ່າຈິດໃຈທີ່ມີຄວາມກັງວົນ. ດັ່ງນັ້ນເຮົາຈຶ່ງຄວນປ່ອຍໃຫ້ສະໝອງໄດ້ພັກຜ່ອນ

5) ຫາສະພາບແວດລ້ອມທີ່ເຮັດໃຫ້ຂີ້ຄ້ານໄດ້ຍາກ

     ສະພາບແວດລ້ອມມີຜົນຕໍ່ການເຮັດວຽກຫຼາຍເຊິ່ງແຕ່ລະຄົນເໝາະກັບສະພາບແວດລ້ອມທີ່ແຕກຕ່າງກັນ ເຮົາຕ້ອງຮູ້ຈັກຕົນເອງກ່ອນວ່າເຮົາເປັນຄົນປະເພດໃດ ເພື່ອຮູ້ວ່າຢູ່ສະຖານທີ່ໃດແລ້ວເຮົາມີແຮງບັນດານໃຈ ມີພະລັງງານໃນການເຮັດວຽກ

6) ພັກຜ່ອນໃຫ້ເປັນເວລາ

     ການນອນສຳຄັນຫຼາຍຕໍ່ຮ່າງກາຍ ແລະ ຈິດໃຈ ຖ້າຫາກນອນບໍ່ເປັນເວລາຈະເຮັດໃຫ້ແບບແຜນຊີວິດບໍ່ເປັນລະບຽບ ແລະ ການອົດນອນ ຫຼື ນອນຫຼາຍຈະສົ່ງຜົນເຮັດໃຫ້ບໍ່ສົດຊື່ນ ສະນັ້ນຕ້ອງຈັດສັນເວລາການພັກຜ່ອນໃຫ້ດີ

7) ໃຫ້ຕົນເອງໄດ້ຮູ້ສຶກຂີ້ຄ້ານແດ່

ໃນການເຮັດວຽກກໍມີບາງຄັ້ງທີ່ເຮົາຮູ້ສຶກເມື່ອຍກໍບໍ່ຄວນຝືນເຮັດຕໍ່ ລອງໃຫ້ເວລາຕົນເອງໄດ້ພັກຜ່ອນອອກໄປຍ່າງຫຼິ້ນ, ນັ່ງລ້າໆ, ໄປໃຊ້ຊີວິດກັບທຳມະຊາດ ເປັນອີກວິທີໜຶ່ງໃນການສາກແບັດໃຫ້ກັບຕົນເອງແລ້ວຈຶ່ງກັບມາຕັ້ງໃຈເຮັດວຽກ

ຄວາມຂີ້ຄ້ານເປັນພຽງຄວາມຮູ້ສຶກໜຶ່ງ ສະນັ້ນມັນບໍ່ຜິດຖ້າຫາກເຮົາຈະຮູ້ສຶກຂີ້ຄ້ານໃນບາງຄັ້ງ ແຕ່ຖ້າຫາກຂີ້ຄ້ານແລ້ວຂາດຄວາມຮັບຜິດຊອບກໍເປັນສິ່ງບໍ່ສົມຄວນ ຄົນເຮົາສາມາດຂີ້ຄ້ານໄປພ້ອມກັບການມີ productivity ໄດ້ ແຕ່ຕ້ອງຂີ້ຄ້ານໃຫ້ຖືກທີ່ຖືກທາງເຮົາກໍສາມາດເຮັດວຽກສຳເລັດແບບຄົນຂີ້ຄ້ານໄດ້ ດັ່ງທີ່ Bill Gates ນັກທຸລະກິດທີ່ມີຊື່ສຽງໄດ້ກ່າວວ່າ “ເລືອກຄົນຂີ້ຄ້ານມາເຮັດວຽກທີ່ຍາກ ເພາະເຂົາຈະຫາວິທີເຮັດມັນໃຫ້ງ່າຍ”

ຂອບໃຈຂໍ້ມູນຈາກ:

https://cutt.ly/3wyKSQhC

https://cutt.ly/xwyKDo38

https://cutt.ly/AwyKD9j5

https://cutt.ly/KwyKFbtF

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/