Jungkook BTS ພາເພງ Seven ສ້າງປະຫວັດສາດເທິງ Spotify ດ້ວຍຍອດສະຕີມ 15,9 ລ້ານຄັ້ງພາຍໃນ 24 ຊົ່ວໂມງທຳອິດ


Jungkook ວົງ BTS ສ້າງປະຫວັດສາດໃຫ້ວົງການ K-POP ດ້ວຍການເປັນສິລະປິນດ່ຽວ K-POP ທີ່ອັນດັບ 1​ ເທິງ Spotify ຂອງສະຫະລັດອາເມຣິກາ ດ້ວຍຄວາມສຳເລັດຂອງເພງ Seven ຂອງ Jungkook ທີ່ໄດ້ຮ່ວມງານ Latto ທີ່ໄດ້ປ່ອຍອອກມາເມື່ອວັນທີ 15 ກໍລະກົດ 2023.

ຫຼ້າສຸດຫຼັງຈາກປ່ອຍເພງອອກມາກໍໄດ້ຮັບກະແສຕອບຮັບທີ່ດີໄປທົ່ວໂລກ ພ້ອມກັບ Chart Data ເປັນບັນຊີທີ່ລາຍງານສະຖິຕິເພງໄດ້ລາຍງານວ່າ ເພງ Seven ຂອງ Jungkook ໄດ້ເຮັດຍອດສະຕີມເທິງ Spotify ໄປຮອດ 15,9​ ລ້ານຄັ້ງ ສ້າງສະຖິຕິໃໝ່ເປັນເພງທີ່ມີ collaboration ທີ່ມີຍອດສູງສຸດໃນ 24 ຊົ່ວໂມງທຳອິດໃນປະຫວັດສາດຂອງ Spotify.

ແຕ່ຍັງໝົດບໍ່ພຽງເທົ່ານັ້ນ ຜົນງານເພງ Seven ຂອງ Jungkook ທີ່ໄດ້ຮ່ວມງານ Latto ຍັງເປີດຕົວເປັນອັນດັບ 1 ເທິງ Chart Top 50 Global ຂອງ Spotify ເຮັດໃຫ້ Jungkook BTS ກາຍເປັນສິລະປິນດ່ຽວຄົນທຳອິດໃນປະຫວັດສາດທີ່ມີເພງເປີດຕົວຂຶ້ນເປັນອັນດັບ 1 ໄດ້ ແນ່ນອນວ່າ ນອກຈາກເພງມ່ວນໆແລ້ວໃນ MV ຍັງໄດ້ນັກສະແດງສີມືດີມາຮ່ວມງານໃນຄັ້ງນີ້ຢ່າງ Han So-hee ບອກເລີຍວ່າ MV ກໍດີຄືກັບເພງເລີຍ.

ແຕ່ຄວາມສຳເລັດຂອງມັກເນ່ນ້ອຍແຫ່ງວົງ BTS ຢ່າງ Jungkook ບໍ່ໄດ້ໝົດພຽງເທົ່ານັ້ນ ເພາະບໍ່ພຽງເພີ່ມໃນລາຍການຄວາມສຳເລັດທີ່ໂດດເດັ່ນຂອງ Jungkook ແລ້ວເທົ່ານັ້ນ ແຕ່ມັນຍັງສະທ້ອນໃຫ້ເຫັນເທິງຄວາມທຸ້ມເທຂອງທັງ Jungkook ເອງ ແລະ ການສະໜັບສະໜູນຂອງແຟນໆ (ARMY) ທັງຫຼາຍ ແລະ ຫຼາຍໄປກວ່ານັ້ນຜົນງານຂອງ Jungkook ເອງຍັງເປັນແຮງບັນດານໃຈໃຫ້ກັບສິລະປິນ K-POP ທີ່ຕ້ອງການໃຫ້ຜົນງານໄດ້ເສີດສາຍໃນລະດັບໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/