Binance ເປີດຕົວຄຸນສົມບັດໃໝ່ “Multiple Deposit Address” ທີ່ຈະຊ່ວຍໃຫ້ຜູ້ໃຊ້ສະດວກຕໍ່ການຈັດການບັນຊີເງິນຝາກຫຼາຍລາຍການ


Binance, crypto exchange ທີ່ໃຫຍ່ທີ່ສຸດໃນໂລກ ປະກາດເປີດຕົວຄຸນສົມບັດໃໝ່ “Multiple Deposit Address” ທີ່ຈະຊ່ວຍໃຫ້ຜູ້ໃຊ້ງານສາມາດຮັບທີ່ຢູ່ໃນການຝາກເງິນຫຼາຍລາຍການໃຫ້ກາຍເປັນລາຍການດຽວໄດ້. ໂດຍຄຸນລັກສະນະໃໝ່ນີ້ມາພ້ອມກັບຟັງຊັນປຶ້ມທີ່ຢູ່ບັນຊີເງິນຝາກ (deposit address book) ທີ່ຖືກສ້າງຂຶ້ນມາ ເພື່ອຊ່ວຍໃຫ້ຜູ້ໃຊ້ສາມາດຈັດການທີ່ຢູ່ເງິນຝາກຂອງ Binance ຫຼາຍລາຍການໃຫ້ຢູ່ໃນ address ດຽວ ເພື່ອໃຫ້ສະດວກຕໍ່ການໃຊ້ງານ ມີປະສິດທິພາບຫຼາຍຂຶ້ນ.

ກ່ອນໜ້ານີ້, ຜູ້ໃຊ້ Binance ຖືກຈໍາກັດໃຫ້ມີທີ່ຢູ່ເງິນຝາກພຽງເເຕ່ເເຫ່ງດຽວຕໍ່ເຄືອຂ່າຍ, ສິ່ງນີ້ເຮັດໃຫ້ເກີດຄວາມທ້າທາຍໃນແງ່ຂອງການຕິດຕາມເງິນທຶນ. ຢ່າງໃດກໍຕາມ, ດ້ວຍຄຸນສົມບັດໃໝ່ນີ້ ຜູ້ໃຊ້ສາມາດສ້າງທີ່ຢູ່ເງິນຝາກໄດ້ຫຼາຍລາຍການສຳລັບເເຕ່ລະເຄືອຂ່າຍ ເຊິ່ງໝາຍຄວາມວ່າຜູ້ໃຊ້ທີ່ມີສ່ວນຮ່ວມໃນການຊື້ຂາຍ cryptocurrency ໃນ Binance ສາມາດກຳນົດທີ່ຢູ່ເງິນຝາກແຍກຕ່າງຫາກສໍາລັບ cryptocurrency ທີ່​ເຂົາ​ເຈົ້າ​ກຳລັງຈັດການຢູ່.

ໃນໄລຍະທຳອິດຜູ້ໃຊ້ງານຈະສາມາດສ້າງທີ່ຢູ່ “Multiple deposit addresses” ໃໝ່ນີ້ໄດ້ໃນເຄືອຂ່າຍ Ethereum (ERC20) ແລະ ເຄືອຂ່າຍ L2 ຂອງ Ethereum ເຊັ່ນ Arbitrum One ຫຼື BNB Smart Chain ເທົ່ານັ້ນ. ໂດຍຜູ້ໃຊ້ສາມາດສ້າງທີ່ຢູ່ເງິນຝາກໄດ້ສູງສຸດ 20 Address ຕໍ່ 1 ເຄືອຂ່າຍ.

  • ວິທີການຝາກເງິນຢູ່ທີ່ຢູ່ເງິນຝາກ
  • ເຂົ້າໄປທີ່ໜ້າ “Deposit Crypto” ຫຼື ເຂົ້າສູ່ລະບົບບັນຊີຂອງທ່ານໃນແອັບພິເຄຊັນມືຖື Binance ແລະ ກົດເຂົ້າ “Deposit”.
  • ເລືອກເຄືອຂ່າຍເພື່ອເບິ່ງລາຍຊື່ທີ່ຢູ່ເງິນຝາກ ແລະ ກົດຮັບ address ຫຼື ແກ້ໄຂທີ່ຢູ່ເງິນຝາກໃໝ່
  • ເລືອກທີ່ຢູ່ເງິນຝາກທີ່ຕ້ອງການ ແລະ ດຳເນີນການຝາກເງິນ

ທີ່ມາ:

siamblockchain

binance.com

crypto-economy

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/