ກ້າກິນບໍ່? ຊີ້ນທີ່ປູກຈາກແກ້ມມະນຸດ ເພື່ອຫຼຸດຜ່ອນການຂ້າສັດໃນອະນາຄົດ


ນັກວິທະຍາສາດອາເມຣິກາ ໄດ້ມີແນວຄວາມຄິດໃໝ່ ນຳເອົາເຊວຈາກແກ້ມມະນຸດມາເຮັດສະເຕັກຊີ້ນທີ່ຊື່ວ່າ “Ouroboros” ເພື່ອຕັ້ງຄຳຖາມວ່າການປູກລ້ຽງຊີ້ນໃນຫ້ອງທົດລອງ ຫຼື Cultured Meat ນັ້ນຖືກຫຼັກຈາລິຍະທຳ ຫຼື ບໍ່?

ຕົວຢ່າງຂອງຊີ້ນແກ້ມນີ້ ຖືກຈັດວາງສະແດງໃນ Beazley Design of The Year exhibition ເພື່ອໃຫ້ເຫັນວ່າ ພວກເຂົາເຮັດໄດ້ໂດຍບໍ່ຕ້ອງເພິ່ງພາຊີ້ນສັດ ຫຼື ເອົາສະເຕັມເຊວຂອງສັດມາໃຊ້ຄືຊີ້ນໃນຫ້ອງທົດລອງ.

ຊີ້ນແກ້ມ ຈະນຳເອົາພຽງເຊວຈາກທາງໃນແກ້ມມາປະສົມຊີ້ນກັບເຊຣຳທີ່ໄດ້ຈາກເລືອດບໍລິຈາກທີ່ໝົດອາຍຸແລ້ວແທນ ເຊິ່ງວິທີນີ້ສາມາດເຮັດເອງໄດ້ຢູ່ເຮືອນ ແລະ ຖ້າກິນໄດ້ພາຍໃນ 3 ເດືອນ.

ຊີ້ນສັດສັງເຄາະ ຫຼື ຊີ້ນສັດທີ່ໄດ້ຈາກການເພາະລ້ຽງໃນຫ້ອງທົດລອງຈະຍັງຄົງໃຊ້ Fetal bovine serum (FBS) ເຊຣຳທີ່ຜະລິດມາຈາກງົວທີ່ມີລາຄາສູງໃນການຜະລິດ.

ເຊຣຳນີ້ໄດ້ມາຈາກແມ່ງົວທີ່ຖືກຂ້າເພື່ອເອົາຊີ້ນ ແລະ ຜະລິດຕະພັນນົມ,​ ດັ່ງນັ້ນ ຊີ້ນຈາກຫ້ອງທົດລອງຈຶ່ງຖືວ່າບໍ່ແມ່ນຊີ້ນທີ່ກຣີນ ເລືອດບໍລິຈາກທີ່ເຫຼືອໃຊ້ທີ່ໄດ້ມານັ້ນມີລາຄາຖືກ ແລະ ສະແດງເຖິງຄວາມຍືນຍົງຫຼາຍກວ່າ FBS.

ນັກວິທະຍາສາດຜູ້ຜະລິດກ່າວວ່າ ພວກເຂົາບໍ່ໄດ້ຕ້ອງການໃຫ້ຄົນຫັນມາກິນຊີ້ນຄົນກັນເອງ ຫຼື ສະເໜີທາງເລືອກໃໝ່ສຳຫຼັບການກິນໂປຣຕີນ ແຕ່ພວກເຂົາຕ້ອງການໃຫ້ຄົນຕັ້ງຄຳຖາມວ່າ “ອັນໃດແມ່ນສິ່ງທີ່ເຮົາຕ້ອງເສຍສະຫຼະ ເຮົາຕ້ອງສູນເສຍຫຍັງແດ່ຖ້າຍັງຢາກບໍລິໂພກຊີ້ນສັດຢູ່ຕໍ່ເນື່ອງຢ່າງມະຫາສານແບບນີ້?” ແລະ “ໃນອະນາຄົດຖ້າເກີດວິກິດການດ້ານອາຫານ ຄົນທຸກຍາກ ແລະ ເຂົ້າເຖິງແຫຼ່ງອາຫານບໍ່ໄດ້ ໃຜທີ່ຈະຍັງເປັນຄົນທີ່ຊື້ຊີ້ນສັດກິນໄດ້? ຈົນເຖິງໃຜທີ່ເປັນຜູ້ບໍ່ມີທາງເລືອກຕ້ອງກິນຊີ້ນທີ່ເພາະປູກຈາກຊີ້ນຕົນເອງ?”

ທີ່ຜ່ານມາເຄີຍມີຄົນຄິດຄົ້ນທາງເລືອກໃໝ່ໃນການຜະລິດຊີ້ນທຽມຂຶ້ນມາຢ່າງຫຼວງຫຼາຍເຊັ່ນ: ຊີ້ນທຽມຈາກພືດ, ການໃຊ້ເຄື່ອງພິມສາມມິຕິ  ຜະລິດຊີ້ນສະເຕັກຈາກພືດທີ່ຄືກັບຊີ້ນແທ້ ຕັ້ງແຕ່ໜ້າຕາໄປຮອດຣົດຊາດ ລວມໄປເຖິງໂປຣຕີນຈາກແຫຼ່ງທາງເລືອກທົດແທນຕ່າງໆ ແລະ ການເພາະລ້ຽງຊີ້ນທຽມຈາກຫ້ອງທົດລອງ ເພື່ອເປັນທາງເລືອກໃຫ້ຜູ້ທີ່ຢາກລົດການບໍລິໂພກຊີ້ນສັດ ອັນເນື່ອງມາຈາກຜົນກະທົບທາງດ້ານສິ່ງແວດລ້ອມ ຫຼື ຜູ້ທີ່ຮັກສັດ  ລວມເຖິງສຸຂະພາບອີກດ້ວຍ.

ທີ່ມາ:​ https://www.facebook.com/environman.th/posts/3217339298394495