ນັກວິທະຍາສາດໃຊ້ AI ຄົ້ນພົບຕົ້ນໄມ້ເຖິງໜຶ່ງພັນລ້ານຕົ້ນໃນທະເລຊາຍຊາຮາຣາ!


ຖ້າເວົ້າເຖິງທະເລຊາຍຊາຮາຣາ ຫຼາຍຄົນຄົງຈະຄິດເຖິງຜືນຊາຍທີ່ແຫ້ງແລ້ງ ແລະ ກວ້າງໄກສຸດລູກຫູລູກຕາ ແຕ່ໃຜຈະຮູ້ວ່າ ຄວາມຈິງແລ້ວ ພື້ນທີ່ນີ້ມີຕົ້ນໄມ້ຢູ່ຫຼາຍກວ່າ 1,800 ລ້ານຕົ້ນ!!! ຈາກການຄົ້ນພົບຂອງນັກວິທະຍາສາດຜ່ານການໃຊ້ AI ແລະ ພາບຖ່າຍຈາກດາວທຽມ.

ຕົ້ນໄມ້ທີ່ຄົ້ນພົບນັ້ນນອນຢູ່ໃນພື້ນທີ່ 1.3 ລ້ານກິໂລຕາແມັດ ທາງຕາເວັນຕົກຂອງທະເລຊາຍຊາຮາຣາ ແຖວຊາເຮວ (Sahel) ພື້ນທີ່ທີ່ເປັນເຂດຮອຍຕໍ່ບໍລິເວນເຄິ່ງທະເລຊາຍທີ່ແບ່ງທະວີບອາຟຣິກາເປັນເໜືອ ແລະ ໃຕ້ ໂດຍເຂດອາກາດບໍລິເວນນັ້ນເປັນເຂດອາກາດຊຸ່ມຊື່ນ.

ນັກວິໄຈໄດ້ໃຊ້ພາບຖ່າຍທາງດາວທຽມຂອງ NASA ກ່ອນ ແລະ ການຄົ້ນຄວ້າແບບເຈາະເລິກໂດຍ AI ເພາະວ່າໃນພາບຖ່າຍທາງດາວທຽມບໍ່ສາມາດລະບຸຕົ້ນໄມ້ໄດ້ທຸກຕົ້ນ ຈາກພາບຍັງເຫັນບໍ່ຊັດເຈນ.

AI ແບບເຈາະເລິກທີ່ຄົ້ນພົບມາຈາກການພັດທະນາຂອງ University of Copenhagen ທີ່ຊ່ວຍໃນການນັບຕົ້ນໄມ້ໃນເວລາພຽງ 2-3 ຊົ່ວໂມງເທົ່ານັ້ນ.

ແນ່ນອນວ່າ ການຄົ້ນພົບຕົ້ນໄມ້ໃນຄັ້ງນີ້ເປັນເລື່ອງທີ່ສຳຄັນຫຼາຍ ເຊັ່ນ: ການຄຳນວນຄ່າຄາບອນສະເລ່ຍ ຕົວເລກອາດຈະມີການປ່່ຽນແປງເນື່ອງຈາກການຄົ້ນພົບຕົ້ນໄມ້ນີ້ ເພາະວ່າຕົ້ນໄມ້ເຫຼົ່ານີ້ບໍ່ໄດ້ຖືກນຳເອົາໄປຄຳນວນເລື່ອງໂລກຮ້ອນແນ່ນອນ. ນອກຈາກນີ້ ຍັງເຮັດໃຫ້ມີການເຂົ້າໃຈເລື່ອງຄວາມສຳຄັນຂອງຕົ້ນໄມ້ທີ່ມີຕໍ່ຄວາມຫຼາກຫຼາຍທາງຊີວະພາບ, ລະບົບນິເວດ ແລະ ຕໍ່ຊີວິດຂອງຜູ່່ຄົນໃນພື້ນທີ່ ລວມເຖິງຕໍ່ການເຮັດໂຄງການທີ່ສະໜັບສະໜູນການເຮັດການກະສິກຳທີ່ນຳເອົາຫຼັກຄວາມຍືນຍົງຖາວອນຂອງລະບົບປ່າທຳມະຊາດມາເປັນແນວທາງໃນການເຮັດກະສິກຳ.

ທີ່ມາ: https://www.facebook.com/environman.th/posts/3289516071176817