ປະຫວັດສາດໜ້າໃຫມ່ຈະເກີດບໍ່? Joe Biden ສະເໜີ “Pete Buttigieg” ນັ່ງຕຳແໜ່ງລັດຖະມົນຕີຄົມມະນາຄົມຄົນໃໝ່ ລັດຖະມົນຕີ LGBTQ ຄົນທຳອິດຂອງສະຫະລັດ


ເມື່ອວັນທີ 17 ທັນວາ 2020 ທີ່ຜ່ານມາ ໂຈ ໄບເດັນ ວ່າທີ່ປະທານາທິບໍດີສະຫະລັດອາເມຣິກາ ສະເໜີ “ພີດ ບຸດຕິເຈດ” ດຳລົງຕຳແໜ່ງລັດຖະມົນຕີຄົມມະນາຄົມຄົນໃໝ່ ຫາກອະດີດນາຍົດເທດສະມົນຕີເມືອງເຊົາເບນ ລັດອິນດີແອນນາລາຍນີ້ໄດ້ຮັບການຮັບຮອງຈາກວຸດທິສະພາສະຫະລັດ “ບຸດຕິເຈດ” ຈະສ້າງປະຫວັດສາດເປັນລັດຖະມົນຕີ LGBTQ ຄົນທຳອິດຂອງສະຫະລັດຢ່າງເປັນທາງການ.

ໂດຍໄບເດັນ ເຜີຍເຫດຜົນວ່າ ທີ່ສະເໜີຊື່ບຸດຕິເຈດເປັນລັດຖະມົນຕີຄົມມະນາຄົມ ເພາະຕຳແໜ່ງນີ້ເປັນດັ່ງກັບຈຸດເຊື່ອມຕໍ່ຂອງທັງຄວາມທ້າທາຍ ແລະ ໂອກາດ ໜ້າທີ່ການງານ ໂຄງສ້າງພື້ນຖານ ຄວາມຍຸດຕິທຳ ແລະ ສະພາບພູມອາກາດ ລ້ວນກ່ຽວໂຍງກັບການຄົມມະນາຄົມ.

ຂະນະທີ່ Buttigieg ກ່າວວ່າ “ນີ້ຄືໂອກາດທີ່ຍິ່ງໃຫຍ່ຫຼາຍທີ່ຈະສ້າງງານ ແລະ ຈັດການກັບຄວາມທ້າທາຍທາງສະພາບພູມອາກາດ ລວມເຖິງເພີ່ມຄວາມສະເໝີພາກໃຫ້ກັບທຸກຄົນ”

ຂະນະນີ້ Buttigieg ຖືເປັນອະດີດຜູ້ທ້າຊິງຕຳແໜ່ງພັກເດໂມແຄຣດ ສູ້ເສິກເລືອກຕັ້ງປະທານາທິບໍດີຄັ້ງຫຼ້າສຸດພຽງຄົນດຽວທີ່ໄດ້ຮັບການສະເໜີຊື່ໃຫ້ນັ່ງຕຳແໜ່ງລັດຖະມົນຕີ ຫຼັງຈາກທີ່ເສຍໃຫ້ກັບ “ໂຈ ໄບເດັນ” ໃນຮອບກ່ອນໜ້ານີ້ ທັງຍັງມີແນວໂນ້ມທີ່ອາດຈະເປັນລັດຖະມົນຕີທີ່ອາຍຸໜ້ອຍທີ່ສຸດໃນຄະນະລັດຖະມົນຕີຊຸດໃຫມ່ນີ້ໃນໄວອາຍຸພຽງ 38 ປີອີກດ້ວຍ.

ທີ່ມາ: https://thestandard.co/pete-buttigieg-lgbtq-minister/