Neverland ບ້ານສຸດຫຼູຂອງ Michael Jackson ຖືກຂາຍໄປໃນລາຄາ 22 ລ້ານໂດລາສະຫະລັດ Neverland ບ້ານສຸດຫຼູຂອງ Michael Jackson ຖືກຂາຍໄປໃນລາຄາ 22 ລ້ານໂດລາສະຫະລັດ


ເຊື່ອວ່າຫຼາຍຄົນໜ້າຈະເຄີຍເຫັນຫຼືໄດ້ຍິນເລື່ອງລາວຂອງ Neverland ບ້ານສຸດຫຼູຂອງ ໄມເຄິລ ແຈັກສັນ ທີ່ຕັ້ງຢູ່ໃນເຂດຊານຕາບາບາຣາ ລັດແຄລິຟໍເນຍ ກັນມາແນ່ບໍ່ຫຼາຍກໍໜ້ອຍ ເພາະນີ້ເປັນບ້ານທີ່ລາຊາເພງປັອບໃຊ້ຢູ່ອາໄສມາຢ່າງດົນນານເປັນເວລາຫຼາຍປີ ມັນເປັນອະສັງຫາລິມະຊັບທີ່ເຕັມໄປດ້ວຍຄວາມອະລັງການງານສ້າງດ້ວຍຄວາມກວ້າງກວ່າ 2700 ເອເຄີ ເຊິ່ງນອກຈາກຈະມີທຸກຢ່າງທີ່ບ້ານຫຼັງໜຶ່ງຄວນມີແລ້ວ ພາຍໃນຍັງມີໂຮງຮູບເງົາຂະໜາດ 50 ບ່ອນນັ່ງ ມີສວນສັດ ລາງລົດໄຟ ສະລອຍນ້ຳ ແລະ ເຄື່ອງຫຼິ້ນຊະນິດຕ່າງໆອີກດ້ວຍ.

ຫຼ້າສຸດມີລາຍງານຈາກ The Wall Street Journal ວ່າ  Neverland ໄດ້ຖືກຂາຍອອກໄປເປັນທີ່ຮຽບຮ້ອຍແລ້ວ ໂດຍຜູ່ທີ່ເຂົ້າຊື້ຄື ຣອນ ເບີເຄິລ (Ron Burkle) ມະຫາເສດຖີຊາວອາເມຣິກັນທີ່ເປັນເຈົ້າຂອງທຸລະກິດ ແລະ ຜູ້ຮ່ວມລົງທຶນໃນບໍລິສັດຍັກໃຫຍ່ຢ່າງຫຼວງຫຼາຍ ເຊັ່ນ Uber ແລະ Airbnb ທີ່ຍອມຈ່າຍເງິນຈຳນວນ 22 ລ້ານໂດລາສະຫະລັດ ເພື່ອຄອບຄອງບ້ານຫຼັງນີ້.

ໄມເຄິລ ຊື້ຄະລືຫາດ Neverland ມາດ້ວຍລາຄາ 19.5 ລ້ານໂດລາສະຫະລັດໃນປີ 1987 ແລະ ເຂົ້າຢູ່ອາໄສດົນເຖິງ 15 ປີ ກ່ອນຈະຄ່ອຍໆຫ່າງເຫີນ ແລະ ຍ້າຍອອກໄປ ເນື່ອງຈາກຕົວຂອງໄມເຄິລເອງຕ້ອງເຂົ້າຮັບການພິຈາລະນາຄະດີທີ່ຖືກກ່າວຫາວ່າລວນລາມເດັກ.

ປີ 2008 ບໍລິສັດອະສັງຫາລິມະຊັບຊື່ Colony Capital ໄດ້ເຂົ້າມາມີກຳມະສິດຮ່ວມກັບໄມເຄິລ ແລະ ຊ່ວຍຮັກສາຕໍ່ເພື່ອບໍ່ໃຫ້ Neverland ຖືກຍຶດ ກ່ອນຈະເຮັດການຖອດຖອນສິ່ງກໍ່ສ້າງ ແລະ ສິ່ງຂອງແຟນຕາຊີຕ່າງໆພາຍໃນຄະລືຫາດອອກໄປ ແລະ ປະກາດຂາຍພາຍໃຕ້ຊື່ໃຫມ່ Sycamore Valley Ranch ດ້ວຍລາຄາ 100 ລ້ານໂດລາສະຫະລັດໃນປີ 2015.

ແນ່ນອນວ່າການຈະຂາຍອະສັງຫາລິມະຊັບຫຼັງປະຫວັດສາດຢ່າງ Neverland ນັ້ນບໍ່ງ່າຍ ໂດຍທາງ Colony Capital ຕ້ອງພົບກັບບັນຫາຫຼາຍສິ່ງຢ່າງ ທັງເລື່ອງທີ່ບໍ່ມີໃຜໃຫ້ຄວາມສົນໃຈຈົນຕ້ອງປັບລາຄາລົງໄປມາຢູ່ຫຼາຍຄັ້ງ ເຊິ່ງລາຄາຂອງມັນເຄີຍລົດລົງເຫຼືອ  31 ລ້ານໂດລາ ຫຼື ເລື່ອງການພະຍາຍາມສ້າງພາບລັກໃຫມ່ໃຫ້ຕົວບ້ານເພື່ອລົບພາບຄວາມຂັດແຍ່ງໃນອະດີດທີ່ເຄີຍເກີດຂຶ້ນ.

ທີ່ມາ: https://thestandard.co/neverland-michael-jackson-house-sold-for-660-million-baht/