ກຳປູເຈຍ ໂອກາດເຕີບໂຕທາງດ້ານການຜະລິດເບຍສູ່ຕະຫຼາດໂລກ ຍັງມີຄວາມທ້າທາຍ ແລະ ຍັງມີອຸປະສັກ


ຜູ້ວ່າການຜະລິດເບຍ ໃນປະເທດກຳປູເຈຍຈະພະຍາຍາມຄວ້າໂອກາດ ເພື່ອເຕີບໂຕໃນພູມີພາກ ແລະ ຕະຫຼາດໂລກ. ແຕ່ຄວາມທ້າທາຍດ້ານໂລຈິສຕິກ ແລະ ອຸປະທານຍັງເປັນອຸປະສັກສຳຄັນ ສຳລັບອຸດສາຫະກຳດັ່ງກ່າວ. ຄຣາຟເບຍ ໝາຍເຖິງເບຍທີ່ຜະລິດໂດຍໂຮງເບຍຂະໜາດນ້ອຍເປັນອິດສະຫຼະ ໂດຍໃນທົດສະວັດທີ່ຜ່ານມາ ມີໂຮງເບຍຂະໜາດນ້ອຍຈຳນວນເກືອບ 20 ແຫ່ງໃນກຳປູເຈຍ.

ແຕ່ສ່ວນໃຫຍ່ແລ້ວ ເປັນຂອງຊາວຕ່າງຊາດ ເຊິ່ງຜູ້ຜະລິດເບຍເຫຼົ່ານີ້ພະຍາຍາມທີ່ຈະປຸກຕະຫຼາດ ເນື່ອງຈາກເຫັນເຖິງຈຸດປະສົງໃນປະເທດ ແລະ ໃນຕະຫຼາດອາຊີຕາເວັນອອກສຽງໃຕ້ທີ່ເພີ່ມຂຶ້ນ. ແຕ່ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກະທົບຕໍ່ການທ່ອງທ່ຽວ ແລະ ເຮັດໃຫ້ຍອດຂາຍຂອງເບຍລົດລົງຢ່າງໄວວາ.

ເຈົ້າຂອງໂຮງເບຍຂະໜາດນ້ອຍ ຈຶ່ງເລີ່ມສຶກສາຕົວເລືອກສຳລັບການສົ່ງອອກ ໂດຍຫັນໄປທີ່ຕະຫຼາດພູມີພາກເປັນຫຼັກ ເຊິ່ງໄທກໍເປັນອີກຕະຫຼາດສຳຄັນສຳລັບຄຣາຟເບຍ ອັນດັບ 1 ໃນພູມີພາກ. ປະສົບກັບການຍ້າຍຖານການຜະລິດຂອງຜູ້ຜະລິດຄຣາຟເບຍຈຳນວນຫຼາຍໄປຍັງຫວຽດນາມໃນໄລຍະ 2 ປີ ທີ່ຜ່ານມາ. ເນື່ອງຈາກກົດໝາຍ ແລະ ກົດລະບຽບທີ່ເຂັ້ມງວດ ເຮັດໃຫ້ຫວຽດນາມໄດ້ໂອກາດຈາກສະຖານະການນີ້ ແລະ ເລີ່ມກາຍເປັນຜູ້ສົ່ງອອກຄຣາຟເບຍລາຍຫຼັກຂອງພູມີພາກແທນ.

ໂອກາດທີ່ຫວຽດນາມຄວ້າໄວ້ໄດ້ກໍອາດກາຍເປັນໂອກາດທີ່ດີ ສຳລັບກຳປູເຈຍເຊັ່ນດຽວກັນ ແຕ່ຈາກຕາຕະລາງການຂົນສົ່ງທີ່ບໍ່ແນ່ນອນ ປະກອບກັບການບໍ່ມີວັດຖຸດິບໃນການຜະລິດເບຍໄດ້ ກາຍເປັນອຸປະສັກຂອງກຳປູເຈຍ. ຈາກການລາຍງານຂອງ World Bank ພົບວ່າ ຕົ້ນທຶນໂລຈິສຕິກໃນກຳປູເຈຍສູງທີ່ສຸດໃນອາຊຽນ ແລະ ຈາກຄ່າທຳນຽມຂ້າມພົມແດນທີ່ມີລາຄາສູງ ແລະ ການຊຳລະເງິນແບບບໍ່ເປັນທາງການ ເຮັດໃຫ້ຄວາມສາມາດໃນການແຂ່ງຂັນຂອງກຳປູເຈຍລົດລົງ ເມື່ອທຽບກັບປະເທດເພື່ອນບ້ານ.

ນອກຈາກນີ້ ທັກສະຂອງຜູ້ຜະລິດກໍເປັນປັດໄຈໜຶ່ງທີ່ເຮັດໃຫ້ມີຄວາມທ້າທາຍ ເນື່ອງຈາກນັກລົງທຶນ ແລະ ຜູ້ຊ່ຽວຊານ ລ້ວນແຕ່ເພິ່ງພາຊາວຕ່າງຊາດເປັນຫຼັກ ດ້ວຍເຫດນີ້ຊາວທ້ອງຖິ່ນ ຈຶ່ງຄວນເຝິກທັກສະເພີ່ມຂຶ້ນເພື່ອຜົນປະໂຫຍດສູງສຸດຂອງອຸດສາຫະກຳຄຣາຟເບຍຂອງກຳປູເຈຍ.

ຂໍ້ມູນຈາກ:

https://cutt.ly/ZwwgPtTQ

https://cutt.ly/ewwgPLfi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/