ວິທີການຫຼີກເວັ້ນການນອນກົນ ໜຶ່ງໃນບັນຫາທີ່ອາດສົ່ງຜົນຕໍ່ສຸຂະພາບ ເເລະ ຄວາມສຳພັນ


ການນອນກົນເປັນອາກາດທີ່ພົບເຫັນເປັນປະຈຳ ເເລະ ເກີດຂຶ້ນໄດ້ທຸກເພດທຸກໄວ ຕັ້ງເເຕ່ເດັກນ້ອຍຈົນຮອດຜູ້ເຖົ້າ. ເເທ້ຈິງເເລ້ວສຽງກົນເກີດຈາກຢ່ອນຕົວຂອງກ້າມເນື້ອບໍລິເວນຄໍຫອຍ ເເລະ ຜະໜັງລຳຄໍໃນຂະນະນອນຫຼັບ ເຮັດໃຫ້ເກີດການອັດຕັນຂອງລະບົບຫາຍໃຈໃນບາງຈຸດຈົນກວ່າການສັ່ນສະເທືອນຂອງກ້າມຊີ້ນ, ເນື້ອເຍື່ອ, ເພດານອ່ອນ, ຜະໜັງຄໍຫອຍ, ໂຄນລີ້ນ, ລວມທັງລີ້ນໄກ່. ເມື່ອລະບົບທາງເດີນຫາຍໃຈແຄບລົງ ການຫາຍໃຈຜ່ານບໍລິເວນດັ່ງກ່າວເຮັດໃຫ້ເກີດສຽງກາຍເປັນການນອນກົນໃນທີ່ສຸດ. ໃນບາງຄັ້ງການອັດຕັນຂອງລະບົບທາງເດີນຫາຍໃຈອາດຮຸນເເຮງຂຶ້ນ ເຊິ່ງເຮັດໃຫ້ເປັນການກັ້ນຫາຍໃຈທັງໝົດ ບໍ່ສາມາດຫາຍໃຈເຂົ້າອອກໄດ້ເປັນໄລຍະໆ ເຮົາເອີ້ນອາກາດໃນລັກສະນະນີ້ວ່າ “ພາວະຢຸດຫາຍໃຈໃນຂະນະນອນຫຼັບ”

ເຊິ່ງພາວະຢຸດຫາຍໃຈໃນຂະນະນອນຫຼັບ (OSA) ນີ້ຈະສົ່ງຜົນເສຍຕໍ່ສຸຂະພາບຫຼາຍຢ່າງເຊັ່ນ:

  • ເປັນສາເຫດ ເເລະ ຄວາມສ່ຽງຂອງໂຣກຄວາມດັນເລືອດ
  • ໂຣກຫຼອດເລືອດໃນຫົວໃຈ
  • ໂຣກຫຼອດເລືອດສະໝອງ ຫຼື ເປັນອຳມະພາດ
  • ພາວະຊຶມເຊົາຊຳເຮື້ອ
  • ການເສື່ອມສະມັດຖະພາບທາງເພດ

ນອກຈາກນີ້ຍັງສ່ຽງຕໍ່ອຸບັດຕິເຫດອັນເນື່ອງມາຈາກການເຫງົານອນຫຼາຍຜິດປົກກະຕິ ຫຼື ກໍ່ໃຫ້ເກີດຄວາມລຳຄານກັບຄົນນອນຮ່ວມຫ້ອງນຳ ເຮັດໃຫ້ເສຍບຸກຄະລິກ ເເລະ ອັບອາຍໄດ້…

ສຳລັບເດັກນ້ອຍເເລ້ວ ຫາກມີການຢຸດຫາຍໃຈໃນຂະນະນອນຫຼັບ ອາດເຮັດໃຫ້ມີຄວາມຜິດປົກກະຕິຂອງການພັດທະນາການທາງດ້ານຮ່າງກາຍ ເເລະ ສະຕິປັນຍາ, ເຮັດໃຫ້ເດັກນ້ອຍດື້, ບໍ່ຟັງຄວາມ, ປັດສາວະໃສ່ບ່ອນ, ມີຜົນການຮຽນທີ່ດີລົດລົງ ຫຼື ມີບັນຫາສັງຄົມສຳລັບເດັກນ້ອຍໄດ້.

ເມື່ອຮູ້ເຖິງຜົນຮ້າຍຂອງມັນທີ່ກ່າວມາຂ້າງເທິງເເລ້ວ ເຮົາມາຟັງວິທີການຫຼີກເວັ້ນຈາກການນອນກົນກັນ:

  • ການຄວບຄຸມນ້ຳໜັກ, ໂຣກຕຸ້ຍເປັນສາເຫດໜຶ່ງຂອງການນອນກົນ ເພາະໄຂມັນທີ່ສະສົມບໍລິເວນທາງເດີນຫາຍໃຈຢູ່ຄໍ ຖືກບຽດໃຫ້ນ້ອຍລົງ. ລວມທັງໄຂມັນຢູ່ໜ້າເອິກ ເເລະ ທ້ອງກໍເປັນພາລະ ເຮັດໃຫ້ຮ່າງກາຍຕ້ອງຫາຍໃຈໜັກຂຶ້ນ ເເລະ ໃຊ້ພະລັງງານຫຼາຍຂຶ້ນໃນການຫາຍໃຈ
  • ອອກ​ກໍາ​ລັງ​ກາຍ​ເພື່ອ​ຊ່ວຍ​ເພີ່ມ​ຄວາມ​​ແຂງເເຮງຂອງ​ກ້າມຊີ້ນໃນຊ່ອງທາງເດີນຫາຍໃຈ​​. ໃນຂະນະທີ່ນອນຫຼັບ, ເນື້ອເຍື່ອພາຍໃນປາກຈະບໍ່ຢ່ອນ ແລະ ຂັດຂວາງຊ່ອງທາງເດີນຫາຍໃຈ.
  • ພະຍາຍາມຈັດທ່ານອນ ເພື່ອປ້ອງກັນການຫາຍໃຈປາກ ໂດຍການນອນຕະເເຄງ ງໍສອກ ເພື່ອໃຫ້ມືຂ້າງໜຶ່ງຢັນຄາງໄວ້ເປັນການປິດປາກ ຫຼື ທ່ານສາມາດໃຊ້ໝອນຮອງຫຼັງເພື່ອປ້ອງກັນບໍ່ໃຫ້ພິກໂຕກັບມານອນຫງາຍ. ຖ້ານອນສະເເຄງບໍ່ໄດ້ເເທ້ໆ ໃຫ້ທ່ານນອນຫງາຍເເລ້ວໝອນນ້ອຍໆມາໜູນບໍລິເວນຫຼັງຄໍດ້າງເທິງ ຍົກຫົວໃຫ້ສູງຈາກຕຽງ ເພື່ອປ້ອງກັນບໍ່ໃຫ້ລິ້ນຢ່ອນລົງໄປໃນລຳຄໍຈົນເກີດສຽງກົນໄດ້
  • ຮັກສາທີ່ນອນໃຫ້ສະອາດ. ພະຍາຍາມກໍາຈັດປັດໄຈສ່ຽງຕໍ່ການເກີດໂຣກຫອບຫືດ, ພູມແພ້, ເຊິ່ງເປັນສາເຫດໜຶ່ງຂອງການນອນກົນເຊັ່ນ: ຂີ້ຝຸ່ນ ແລະ ຂົນສັດ
  • ພະຍາຍາມບໍ່ໃຫ້ມີນໍ້າມູກກ່ອນນອນ. ນີ້ຈະຊ່ວຍໃຫ້ຮູດັງເປີດ ງ່າຍທີ່ຈະລົມເຂົ້າ ແລະ ອອກໄດ້ຢ່າງສະດວກ
  • ເພີ່ມລະດັບຄວາມຊຸ່ມຊື່ນໃນຫ້ອງນອນ ເພາະວ່ານອນຢູ່ໃນຫ້ອງທີ່ມີຄວາມຊຸ່ມຊື່ນຕໍ່າຫຼາຍ ອາກາດຢູ່ໃນຫ້ອງຈະແຫ້ງ. ເຮັດໃຫ້ເຍື່ອເມືອກຕ່າງໆໃນລະບົບຫາຍໃຈແຫ້ງໄປນຳ ບາງຄົນອາດຈະມີອາການບວມ ແລະ ທໍ່ຫາຍໃຈແຄບ ຈົນເກີດອາການນອນກົນໃນທີ່ສຸດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/