ເປັນຫຍັງຈຶ່ງເວົ້າວ່າ “ເຜິ້ງ” ມີບົດບາດສຳຄັນຕໍ່ຄວາມຫຼາກຫຼາຍທາງຊີວະພາບ


ຖ້າຫາກໂລກນີ້ບໍ່ມີເຜິ້ງ ນອກຈາກເຮົາຈະຂາດເເຄນນ້ຳເຜິ້ງອັນເເສນຈະຫອມຫວານ ເຊິ່ງມີພຽງ 4% ຈາກ 20,000 ກວ່າຊະນິດຂອງເຜິ້ງທີ່ສາມາດຜະລິດນ້ຳເຜິ້ງໄດ້. ເຜິ້ງນັ້ນຍັງມີບົດບາດສຳຄັນໃນການຮັກສາຊີວະນານາພັນ ແລະ ລົດຜ່ອນການປ່ຽນແປງຂອງດິນຟ້າອາກາດຜ່ານການປະສົມເກສອນ ແລະ ການເຄື່ອນຍ້າຍຂອງລະອອງເກສອນຈາກຕົ້ນໜຶ່ງໄປຫາອີກຕົ້ນ, ເຮັດໃຫ້ເກີດການປະຕິສົນທິ ເເລະ ການຜະລິດເມັດພັນອີກດ້ວຍ.

ອີງຕາມຂໍ້ມູນຂອງອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ໂພຊະນາການ ແລະ ສຸຂະພາບສິ່ງແວດລ້ອມແມ່ນຂຶ້ນກັບການປະສົມເກສອນ. ໂດຍເຜິ້ງ ແລະ ແມງໄມ້ປະສົມທີ່ປະສົມເກສອນອື່ນໆມີສ່ວນຊ່ວຍໃນການຜະລິດພືດຜົນ 35% ຂອງໂລກ, ໂດຍຈະປະສົມເກສອນຂອງພືດອາຫານອັນດັບຕົ້ນໆ 87 ຊະນິດຈາກ 115 ຊະນິດທົ່ວໂລກ. ເຊິ່ງຈະມີການປະສົມເກສອນຂອງພືດດອກໄມ້ປ່າເກືອບ 90% ແລະ ພືດເພາະປູກທີ່ກິນໄດ້ 75%.

ແຕ່ສິ່ງທີ່ໜ້າເປັນຫ່ວງກໍຄື ໃນຫຼາຍພື້ນທີ່ ເຜິ້ງ ແລະ ແມງໄມ້ອື່ນໆທີ່ປະສົມເກສອນກຳລັງລົດລົງ, ອັດຕາການສູນພັນໃນປັດຈຸບັນແມ່ນສູງກວ່າປົກກະຕິຕັ້ງເເຕ່ 100 ຫາ 1.000 ເທົ່າອັນເປັນເນື່ອງມາຈາກຜົນກະທົບຈາກສີມືຂອງມະນຸດ.

ເຜິ້ງຫຼາຍກວ່າ 200 ຊະນິດປະສົມເກສອນຕົ້ນໄມ້ໃນປ່າແອດແລນຕິກກວມເອົາປະມານ 90% ຂອງທັງປ່າ. ນອກຈາກນີ້ນໍ້າເຜິ້ງທີ່ຜະລິດໄດ້ ຍັງເປັນທີ່ຕ້ອງການຂອງຜູ້ຄົນ ເນື່ອງຈາກມັນມີປະໂຫຍດຕໍ່ສຸຂະພາບ ເເລະ ຍັງມີສັບພະຄຸນໃນດ້ານການປິ່ນປົວອາການຕ່າງໆ, ເຜິ້ງຍັງຊ່ວຍຊຸກຍູ້ເສດຖະກິດຂອງຊຸມຊົນຈາກນໍ້າເຜິ້ງທີ່ພວກມັນຜະລິດ ເເລະ ເປັນຕົວຊີ້ວັດທີ່ດີຂອງສະພາບແວດລ້ອມໃນປັດຈຸບັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/