ການປ່ຽນແປງດິນຟ້າອາກາດ ຕົວເຊື່ອມໂຍງອັນຕະລາຍ ທີ່ເພີ່ມການລະບາດເຊື້ອມາລາເຣຍ


ມາລາເຣຍ ເຊື້ອພະຍາດທີ່ລະບາດຈາກການກັດໂດຍຍຸງກົ້ນປ່ອງເພດແມ່ທີ່ເປັນພາຫະນຳເຊື້ອ, ເຊິ່ງເປັນພະຍາດທີ່ສຳຄັນໃນການເຝົ້າລະວັງ ໂດຍສະເພາະໃນເຂດຮ້ອນຊຸ່ມ. ຖ້າຫາກມີການຕິດເຊື້ອ ແລະ ບໍ່ໄດ້ຮັບການປິ່ນປົວກໍມີໂອກາດທີ່ຈະເຈັບປ່ວຍຂັ້ນຮຸນແຮງ ແລະ ເສຍຊີວິດໄດ້. ຈາກຂໍ້ມູນຂອງອົງການສະຫະປະຊາຊາດເຜີຍວ່າ ຕົວເລກຂອງຜູ້ເສຍຊີວິດມີປະມານ 1 ລ້ານຄົນໃນທົ່ວໂລກ ແລະ ໄດ້ສ້າງຄວາມເດືອດຮ້ອນໃຫ້ຫຼາຍເຖິງ 109 ປະເທດທີ່ນອນໃນຂົງເຂດອາຟຣິກາ, ອາຊີ ແລະ ອາເມຣິກາລາຕິນ.

ໃນຄວາມເຊື່ອມໂຍງຢ່າງຊັບຊ້ອນຕໍ່ການປ່ຽນແປງດິນຟ້າອາກາດກໍເປັນຕົວແປສຳຄັນ ເນື່ອງຈາກການເພີ່ມຂຶ້ນຂອງອຸນພະພູມ, ຄວາມຊຸ່ມຂອງອາກາດ, ປະລິມານນໍ້າຝົນ ທີ່ຕົກລົງມາກາຍເປັນແອ່ງນໍ້ານ້ອຍ ແລະ ເປັນແຫຼ່ງເພາະພັນທີ່ດີໃຫ້ກັບຍຸງ. ກໍຍິ່ງສົ່ງຜົນໃຫ້ວົງຈອນການຂະຫຍາຍພັນຂອງຍຸງ ມີການພັດທະນາປໍລະສິດມາລາເຣຍໃນຍຸງ, ການເພີ່ມຈໍານວນຂອງຍຸງ ແລະ ມີຜົນຫຼາຍຕໍ່ການເພີ່ມອາຍຸຂອງຍຸງໃຫ້ດົນຂຶ້ນ.

ອີງໃສ່ບົດລາຍງານດ້ານການປ່ຽນແປງດິນຟ້າອາກາດຂອງອົງການສະຫະປະຊາຊາດ ພາຍໃນປີ 2050 ພະຍາດລະບາດເຊັ່ນ ໄຂ້ມາລາເຣຍ, ໄຂ້ເລືອດອອກ ໃນຂົງເຂດ ອາຟຣິກາ ອາດມີອັດຕາເພີ່ມຂຶ້ນຂອງການຕິດເຊື້ອມາລາເຣຍ 2 ເທົ່າ ແລະ ຈະເພີ່ມຂຶ້ນເປັນ 3 ເທົ່າພາຍໃນປີ 2080, ຖ້າຫາກສະພາບສິ່ງແວດລ້ອມຍັງສືບຕໍ່ມີອຸນຫະພູມສູງຂຶ້ນ, ການປ່ຽນແປງທາງປະລິມານນໍ້າຝົນ ແລະ ສະພາບອາກາດທີ່ຜັນຜວນຢ່າງຊັບຊ້ອນ.

ທັງນີ້ ສະພາບອຸນຫະພູມທີ່ເພີ່ມຂຶ້ນ ຍັງເປັນສິ່ງກະຕຸ້ນອິດທິພົນການຂະຫຍາຍຂອບເຂດການລະບາດຂອງເຊື້ອພະຍາດມາລາເຣຍ, ໂດຍປົກກະຕິແລ້ວພະຍາດມາລາເຣຍຈະມີໂອກາດແຜ່ຂະຫຍາຍໃນລະດັບພື້ນທີ່ຕໍ່າທີ່ມີອາກາດອົບອຸ່ນ, ແຕ່ການເພີ່ມຂຶ້ນຂອງອຸນຫະພູມ, ນໍ້າຝົນ ແລະ ຄວາມຊຸ່ມ ເຮັດໃຫ້ຍຸງສາມາດເຄື່ອນທີ່ໄປໃນພື້ນທີ່ລະດັບສູງຂຶ້ນໄດ້ດີກວ່າເກົ່າ ເພາະໃນພື້ນທີ່ສູງແມ່ນມີອາກາດທີ່ຮ້ອນຂຶ້ນກວ່າເມື່ອກ່ອນ.

ແຕ່ການປ່ຽນແປງຂອງດິນຟ້າອາກາດທີ່ຮຸນແຮງກໍມີອິດທິພົນຕໍ່ການທຳລາຍທີ່ຢູ່ອາໄສຂອງຍຸງເຊັ່ນດຽວກັນ ເພາະໃນພື້ນທີ່ທີ່ຝົນຕົກໜັກຫຼາຍ ກໍສາມາດທີ່ຈະຊະລ້າງ ແລະ ທຳລາຍທີ່ຢູ່ອາໄສຂອງຍຸງ. ຫາກວ່າສິ່ງທີ່ໜ້າກັງວົນກໍຍັງມີປັດໄຈທີ່ຕາມມາ ທັງການປັບຕົວຂອງຍຸງທີ່ມີຄວາມວ່ອງໄວຂຶ້ນ ເຮັດໃຫ້ຍຸງກົ້ນປ່ອງນັ້ນມີອາການດື້ຢາ ແລະ ທົນທານຕໍ່ຢາຂ້າແມງໄມ້ໄດ້ຫຼາຍ.

ເຖິງຢ່າງໃດກໍຕາມ ຕົວເລກຂອງຜູ້ຕິດເຊື້ອໄຂ້ມາລາເຣຍໃນທົ່ວໂລກກໍຍັງຄົງຢູ່ໃນອັດຕາທີ່ອັນຕະລາຍສູງເຖິງ 247 ລ້ານກໍລະນີໃນປີ 2021. ໃນ ສປປ ລາວ ເຮົາກໍຍັງຄົງມີຄວາມສ່ຽງໃນການໄດ້ຮັບເຊື້ອໄຂ້ມາລາເຣຍ, ແຕ່ກໍຖືເປັນຂ່າວດີທີ່ກໍລະນີຂອງຜູ້ຕິດເຊື້ອແມ່ນມີຈໍານວນທີ່ລົດລົງຫຼາຍເມື່ອທຽບໃສ່ໄລຍະ 25 ປີທີ່ຜ່ານມາ ລົດລົງຈາກ 460.000 ມາເປັນ 2.300 ກໍລະນີໃນປີ 2022.

ພະຍາດໄຂ້ມາລາເຣຍກໍຖືເປັນຄວາມສ່ຽງທີ່ຮຸນແຮງໃນກຸ່ມຄົນທີ່ເປັນເດັກນ້ອຍອາຍຸຕໍ່າກວ່າ 5 ປີ, ແມ່ຍິງທີ່ຖືພາ, ກຸ່ມຄົນທີ່ຕິດເຊື້ອ HIV. ແນວໃດກໍຕາມພະຍາດນີ້ແມ່ນສາມາດປິ່ນປົວໃຫ້ເຊົາ ແລະ ປ້ອງກັນບໍ່ໃຫ້ເກີດຄວາມສ່ຽງຕໍ່ຊີວິດໄດ້ດ້ວຍການໄປພົບແພດ ແລະ ປິ່ນປົວອາການຕາມຄໍາແນະນໍາຂອງແພດໝໍຢ່າງລະອຽດ.

ແຫຼ່ງທີ່ມາ:

un

who

malarianomore

www.who.int/laos

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/