Elon Musk ປະກາດກໍ່ຕັ້ງ “xAI” ບໍລິສັດພັດທະນາ AI ທີ່ເຂົ້າໃຈຄວາມເປັນຈິງຂອງຈັກກະວານ


ໃນວັນພຸດທີ່ຜ່ານມາ, Elon Musk ຜູ້ປະກອບການມະຫາເສດຖີເຊິ່ງເປັນຜູ້ກໍ່ຕັ້ງ Tesla ແລະ SpaceX ໄດ້ປະກາດໃນ Twitter ວ່າ ເຂົາໄດ້ກໍ່ຕັ້ງບໍລິສັດພັດທະນາ AI ແຫ່ງໃໝ່ພາຍໃຕ້ຊື່ວ່າ “xAI” , ໂດຍ Musk ໄດ້ລະບຸໃນເວັບໄຊວ່າເປົ້າໝາຍຂອງ xAI ຄືການເຂົ້າໃຈຄວາມເປັນຈິງຂອງຈັກກະວານ.

ນອກຈາກນີ້ ໃນເວັບໄຊ xAI ຍັງໄດ້ເປີດເຜີຍລາຍຊື່ທີມງານທີ່ນໍາໂດຍ Elon Musk ແລະ ພະນັກງານທີ່ໄດ້ເຮັດວຽກຢູ່ໃນບໍລິສັດຊັ້ນນໍາດ້ານ AI ມີຕັ້ງແຕ່ DeepMind, OpenAI, Google Research, Microsoft Research, Tesla ແລະ ສະຖາບັນການສຶກສາເຊັ່ນ ມະຫາວິທະຍາໄລ Toronto.

ໃນຂະນະດຽວກັນ, ກໍໄດ້ລະບຸວ່າ xAI ແມ່ນບໍລິສັດທີ່ແຍກອອກມາຈາກ X Corp, ເຊິ່ງເປັນອີກໜຶ່ງບໍລິສັດເທັກໂນໂລຢີຂອງ Elon Musk , ແຕ່ກໍຍັງສາມາດເຮັດວຽກຮ່ວມກັນກັບ X Corp ລວມໄປເຖິງ Tesla ແລະ ບໍລິສັດອື່ນໆໄດ້.

ກ່ອນໜ້ານີ້ Musk ໄດ້ອອກຈາກຄະນະບໍລິຫານງານຂອງ OpenAI ໃນປີ 2018, ໂດຍອ້າງເຖິງຄວາມຂັດແຍ້ງດ້ານຜົນປະໂຫຍດກັບຂໍ້ລິເລີ່ມອື່ນໆຂອງລາວ, ແລະ ສືບຕໍ່ການຂາຍຮຸ້ນທັງໝົດຂອງ OpenAI ໃນປີ 2020 ຫຼັງຈາກທີ່ບໍລິສັດກາຍເປັນອົງກອນທີ່ສະແຫວງຫາຜົນກຳໄລ.

ການເຄື່ອນໄຫວຂອງ xAI ໃນຄັ້ງນີ້ຖືກເຫັນວ່າເປັນສ່ວນສໍາຄັນໃນການແຂ່ງຂັນກັບບໍລິສັດ OpenAI, Google ແລະ Anthropic ທີ່ຢູ່ເບື້ອງຫຼັງ AI chatbots ເຊັ່ນ ChatGPT, Bard ແລະ Claude.

ເຖິງແມ່ນວ່າ Musk ຈະບໍ່ໄດ້ຂຽນລາຍລະອຽດເພີ່ມເຕີມກ່ຽວກັບເປົ້າໝາຍ, ຜະລິດຕະພັນ ຫຼື ການສະໜອງທຶນຂອງບໍລິສັດໃນການກໍ່ຕັ້ງບໍລິສັດພັດທະນາ AI ໃນຄັ້ງນີ້, ແຕ່ເບິ່ງຄືວ່າທຸກຄົນໃນ Twitter ຈະມີຄວາມຕື່ນເຕັ້ນຫຼາຍກ່ຽວກັບມັນ.

ຢ່າງໃດກໍຕາມ, ອີງຕາມເວັບໄຊຢ່າງເປັນການຄື xAI ກໍາລັງຖືກພັດທະນາໂດຍທີມງານທີ່ນໍາພາໂດຍ Elon Musk ເອງ ແລະ ກຽມເປີດຕົວໃຫ້ທຸກຄົນສາມາດເຂົ້າໄປໃຊ້ງານໃນໄວໆນີ້ຢ່າງແນ່ນອນ.

ທີ່ມາ:

siamblockchain

cnbc

x.ai

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/